ຂະແໜງການລົງທຶນ ຂອງເອກະຊົນ ບັນລຸ 40,3 ຕື້ໂດລາ ແລະ ມີ 4.635 ໂຄງການ………..

ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 1 ທັນວາ 2020 ນີ້ວ່າ: ກະຊວງແຜນການ ແລະ ການລົງທຶນ ແມ່ນກົງຈັກໜຶ່ງຂອງລັດຖະບານ ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານຮ່ວມມືກັບສາກົນ ແລະ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ.

ສະນັ້ນ, ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຫັນການສ້າງແຜນຕາມຂະແໜງການ ມາເປັນການສ້າງແຜນໂດຍອີງໃສ່ໝາກຜົນ ທີ່ໄດ້ຮັບຄົ້ນຄວ້າກົນໄກການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຫລາຍຮູບແບບ ແລະ ຄົ້ນຄວ້າແຜນການລົງທຶນຂອງລັດ ໃຫ້ສອດຄ່ອງກັບທ່າແຮງຕົວຈິງຂອງງົບປະມານຫຼາຍຂຶ້ນ ແລະ ປັບປຸງກົນໄກການປະເມີນຜົນໂຄງການລົງທຶນຂອງລັດ ໃຫ້ມີຄຸນນະພາບສູງຂຶ້ນ ດ້ວຍການສ້າງຕັ້ງຄະນະຮັບຮອງຜົນການປະເມີນ ທີ່ປະກອບມີຫຼາຍພາກສ່ວນເຂົ້າຮ່ວມ.

ການເຕີບໂຕທາງດ້ານເສດຖະກິດ ນັບແຕ່ປີ 1991 ເຖິງ 2020 ເສດຖະກິດໄດ້ເຕີບໂຕສະເລ່ຍ 6,6% ຕໍ່ປີ ເປັນຕົ້ນ ໄລຍະ 1991-1995 ເຕີບໂຕ 6,4% ຕໍ່ປີ,ໄລຍະ 19962000 ເຕີບໂຕ 6,2% ຕໍ່ປີ, ໄລຍະ 2001-2005 ເຕີບໂຕ 6,3% ຕໍ່ປີ, ໄລຍະ 2006-2010 ເຕີບໂຕ 7,9% ຕໍ່ປີ, ໄລຍະ 2011-2015 ເຕີບໂຕ 7,9%, ໄລຍະ 2016-2020 ເຕີບໂຕ 5,8% ຕໍ່ປີ. ລວມຍອດຜະລິດຕະພັນພາຍໃນ (GDP) ຕໍ່ຫົວຄົນ ໄດ້ເພີ່ມຂຶ້ນ 13 ເທື່ອຈາກລະດັບ 207 ໂດລາຕໍ່ຄົນໃນປີ 1990 ເປັນ 2.664 ໂດລາສະຫະລັດ ຕໍ່ຄົນ ໃນປີ 2020.

ໂຄງປະກອບເສດຖະກິດຂອງປະເທດ ໄດ້ມີການຫັນປ່ຽນຕາມທິດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ ຄື: ໂຄງປະກອບຂອງຂະແໜງກະສິກໍາ-ປ່າໄມ້ ຫລຸດລົງຈາກ 60,7% ໃນປີ 1990 ເປັນ15,1% ຂອງລວມຍອດຜະລິດຕະພັນພາຍໃນທັງໝົດໃນປີ 2020, ຂະແໜງອຸດສາຫະກໍາເພີ່ມຂຶ້ນຈາກ 14,4% ໃນປີ 1990 ເປັນ 32% ໃນປີ 2020 ແລະ ຂະແໜງບໍລິການເພີ່ມຂຶ້ນ ຈາກ 24,1% ໃນປີ 1990 ເປັນ 41,7% ໃນປີ 2020; ວຽກງານການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ເປັນແຫລ່ງທຶນທີ່ສໍາຄັນ ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ມູນຄ່າອະນຸມັດ ການລົງທຶນ ຂອງເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ແຕ່ປີ 1988 ເຖິງປີ 2020 ບັນລຸ 40,3 ຕື້ໂດລາສະຫະລັດ ແລະ ມີ 4.635 ໂຄງການ ຈາກ 53 ປະເທດ ແລະ ເຂດແຄ້ວນ.

ການພັດທະນາເຂດເສດຖະກິດພິເສດ ໄດ້ມີຄວາມຄືບໜ້າເປັນກ້າວໆ ມາຮອດປັດຈຸບັນ ມີເຂດເສດຖະກິດພິເສດ ທັງໝົດ12 ແຫ່ງ, ມີບໍລິສັດມາລົງທຶນ 848 ບໍລິສັດ ມີທຶນ ຈົດທະບຽນ 13,9 ຕື້ໂດລາສະຫະລັດ ໃນນີ້ເປັນການລົງທຶນຕົວຈິງ 5,69 ຕື້ໂດລາສະຫະລັດ, ໃນນັ້ນ, ໄດ້ກວມເອົາຂະແໜງອຸດສາຫະກໍາ 18%, ການຄ້າ 26% ແລະ ການບໍລິການ 56%, ສ້າງວຽກເຮັດງານທໍາ ໄດ້ 55.711 ຄົນ, ສາມາດ ດຶງດູດເອົາບໍລິສັດທີ່ມີຊື່ສຽງ ແລະ ປະສົບການຈາກຕ່າງປະເທດ ເຮັດໃຫ້ການຜະລິດຂອງລາວເປັນສ່ວນໜຶ່ງຂອງຕ້ອງໂສ້ການສະໜອງຂອງພາກພື້ນ ແລະ ສາກົນ; ວຽກງານການຮ່ວມມືກັບສາກົນ ໄດ້ຂົນ ຂວາຍການຊ່ວຍເຫລືອທາງການ ເພື່ອການພັດທະນາທັງຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອປະ ກອບ ສ່ວນໃຫ້ແກ່ການພັດທະນາຂອງປະເທດ.

Comments