News

ປິດໄຟ ຫໍໄອເຟວ ໄວຂຶ້ນ ຍ້ອນລາຄາພະລັງງານເພີ່ມສູງ

ຫ້ອງ​ວ່າການ​ນະຄອນຫຼວງ​ປາຣີ ​ສະ​ເໜີໃຫ້​ປິດໄຟ ຫໍໄອເຟລ ໄວຂຶ້ນຫຼາຍກວ່າ 1ຊົ່ວໂມງ ເພື່ອປະຫຍັດພະລັງງານໂດຍຈະປິດເວລາ 23:45 ຈາກປົກກະຕິ ປິດເວລາ 1:00 ກາງຄືນ ເພາະລາຄາພະລັງງານສູງຂຶ້ນແລະ ຫໍໄອເຟວ ກໍມີດອກໄຟເຖິງ 20,000 ດອກ. ສ່ວນເມືອງອື່ນໆ ກໍກຳລັງມີການຫຼຸດຜ່ອນການໃຊ້ໄຟໃນສະຖານທີ່ສຳຄັນຫຼາຍບ່ອນເຊັ່ນກັນ. ອະນຸສາວະລີໃນ Marseille ລວມເຖິງພະລາຊະວັງຟາໂຣ ກໍຈະມີການປິດໄຟກ່ອນທ້າຍເດືອນກັນຍາ ເພື່ອເປັນການປະຢັດພະລັງງານ. ທີ່ມາ: https://www.theguardian.com/…/eiffel-tower-lights…#TargetMagazine

Read More »

ເປີດນໍາໃຊ້ຂົວຫ້ວຍໝາກແງວ ທຽວໄດ້ສະເພາະລົດຂະໜາດນ້ອຍ ໜັກບໍ່ເກີນ 12 ໂຕນ

ເປີດນໍາໃຊ້ຂົວຫ້ວຍໝາກແງວ ທຽວໄດ້ສະເພາະລົດຂະໜາດນ້ອຍ ໜັກບໍ່ເກີນ 12 ໂຕນ ເພາະເປັນການແກ້ໄຂສຸກເສີນເປີດນໍາໃຊ້ຂົວຫ້ວຍໝາກແງວ ເມືອງບາຈຽງ ແຂວງຈໍາປາສັກ (ຕາມເສັນທາງເລກທີ 20) ທີ່ໄດ້ຮັບການແກ້ໄຂສ້ອມແປງສຸກເສີນ. ໃນວັນທີ 7 ກັນຍາ 2022ເປັນການ ສ້ອມແປງແກ້ໄຂແບບຊົ່ວຄາວ ທີ່ສາມາດຮັບນ້ໍາຫນັກໄດ້ພຽງແຕ່ບໍ່ເກີນ 12 ໂຕນ ແລະ ອະນຸຍາດໃຫ້ພາຫະນະທີ່ ມີຄວາມສູງບໍ່ເກີນ 3 ແມັດ ແລະ ນໍາໃຊ້ແຕ່ພາຫະນະລົດກະບະ, ລົດໂດຍສານຂະຫນາດນ້ອຍ.ການແກ້ໄຂສ້ອມແປງສຸກເສີນແມ່ນແກ້ໄຂພຽງແຕ່ຊົ່ວຄາວ ເຊິ່ງບໍ່ໄດ້ແກ້ໄຂແບບຖາວອນ ທີ່ມີມາດຕາຖານ ເຕັກນິກສູງສໍາລັບ ພາຫະນະລົດບັນທຸກນໍ້າຫນັກເກີນ 12 ໂຕນຂຶ້ນໄປ ແລະ ພາຫະນະທີ່ມີຄວາມສູງເກີນ 3 ແມັດຂຶ້ນໄປ ແມ່ນໃຫ້ໄປນໍາໃຊ້ເສັ້ນທາງອື່ນ. ລາຍລະອຽດແຈ້ງການກ້ອງຄອມເມັ້ນ ທີ່ມາ: ກະບອກສຽງ ບ້ານເຮົາ #TargetMagazine

Read More »

ສຸວັນນີ ຍັງຢືນ 1 ສ້າງກຳໄລສູງສຸດຂອງໄຕມາດ 2 +34,628 ລ້ານກີບ

ສຸວັນນີ ຍັງຢືນ 1 ສ້າງກຳໄລສູງສຸດຂອງໄຕມາດ 2 +34,628 ລ້ານກີບ ທຽບປີຜ່ານມາ ເພີ່ມ +3.3 ເທົ່າ. ສຸວັນນີໂຮມເຊັນເຕີ ເປັນບໍລິສັດ 1 ທີ່ໜ້າຈັບຕາ – ຜົນການດຳເນີນງານໃນປີ 2021 ສ້າງກຳໄລສຸດທິຢູ່ທີ່ 24,669 ລ້ານກີບ ເພີ່ມຂື້ນ 105% ທຽບປີ2020 (ເປັນປີທຳອິດທີ່ສ້າງກຳໄລສູງສຸດນັບແຕ່ຕັ້ງບໍລິສັດມາ) – 6 ເດືອນຕົ້ນ 2022 ລາຍຮັບລວມ 310,669 ສ້າງກຳໄລ 34,628 ລ້ານກີບ ທຽບຊ່ວງເວລາດຽວກັນໃນປີທີ່ຜ່ານມາ ເພີ່ມຂື້ນ 3.3 ເທົ່າ (ເປັນບໍລິສັດທີ່ສ້າງກຳໄລໄດ້ສູງອັນດັບ 1) ຂໍ້ມູນ: Lao Securities Exchange 10 STORY ເລື່ອງເລົ່າຂອງ 10

Read More »

ຊົມເຊີຍ! 3 ບໍລິສັດ ສ້າງກຳໄລໄດ້ ພາຍໃຕ້ວິກິດເສດຖະກິດ

ຜົນການດຳເນີນງານບໍລິສັດມະຫາຊົນທີ່ຈົດຖະບຽນໃນຕະຫຼາດຫຼັກຊັບລາວ 6 ເດຶອນ ຕົ້ນປີ 2022 ມີ 3 ບໍລິສັດທີ່ສາມາດສ້າງກຳໄລໄດ້. 3 ບໍລິສັດທີ່ສາມາດສ້າງກຳໄລ ຄື: 1. ສຸວັນນີໂຮມເຊັນເຕີ ລາຍຮັບລວມ 310,669 ກຳໄລ 34,628 ລ້ານກີບ ທຽບຊ່ວງເວລາດຽວກັນໃນປີທີ່ຜ່ານມາ ເພີ່ມຂື້ນ 3.3 ເທົ່າ. 2. ບໍລິສັດ ວຽງຈັນເຊັນເຕີ ລາຍຮັບລວມ 4,715 ກຳໄລ 2,851 ລ້ານກີບ 3. ບໍລິສັດ ປີໂຕລ້ຽມເທຣດດີ້ງ (ປໍ້ານໍ້າມັນ Plus) ລາຍຮັບລວມ 1,638,686 ກຳໄລ 1,747 ລ້ານກີບ ບໍລິສັດທີ່ຍັງຂາດທຶນ: 1. ບໍລິສັດ ຜະລິດໄຟຟ້າລາວ ລາຍຮັບລວມ 1,229,638 ລ້ານກີບ ຂາດທຶນ 99,709 ລ້ານກີບ 2. ທະນາຄານການຄ້າ ລາຍຮັບລວມ 1,660,987 ຂາດທຶນ 12,698 ລ້ານກີບ 3. ບໍລິສັດລາວເວີນ ລາຍຮັບລວມ ...

Read More »

ໄທ ເງິນເຟີ້ເດືອນ ສິງຫາ ເພີ່ມຂຶ້ນ 7.9%

ໄທ ເງິນເຟີ້ເດືອນ ສິງຫາ ເພີ່ມຂຶ້ນ 7.9% ນັກເສດຖະສາດເຕືອນ ລາຄາສິນຄ້າອາດຈະແພງຂຶ້ນອີກສໍານັກງານນະໂຍບາຍ ແລະ ຍຸດທະສາດການຄ້າ ກະຊວງພານິດ ເປີດເຜີຍໂຕເລກເງິນເຟີ້ປະຈໍາ ເດືອນສິງຫາ ທີ່ຜ່ານມາ ຍັງເພີ່ມຂຶ້ນ 7.86% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ (YoY) ແລະ ເພີ່ມຂຶ້ນ 0.05% ເມື່ອທຽບກັບເດືອນທີ່ຜ່ານມາ (MoM) ສາເຫດຫຼັກທີ່ເຮັດໃຫ້ອັດຕາເງິນເຟີ້ຂອງໄທຍັງເພີ່ມຂຶ້ນ ນີ້ແມ່ນຍ້ອນການເພີ່ມຂຶ້ນຂອງລາຄາພະລັງງານ 30.5% YoY ໂດຍສະເພາະ ລາຄານໍ້າມັນກາຊວນ, ແກັສຫຸງຕົ້ມ ແລະ ຄ່າໄຟຟ້າ ຊຶ່ງ​ເປັນ​ຕົ້ນທຶນການຂົນສົ່ງ ​ແລະ​ ການ​ຜະ​ລິດ ຍັງສູງຢູ່.ຄາດວ່າການສົ່ງຜ່ານຕົ້ນທຶນຂອງຜູ້ປະກອບການໄປສູ່ສິນຄ້າມີທ່າອ່ຽງເພີ່ມຂຶິ້ນ ຈາກລາຄາວັດຖຸດິບທີ່ສູງສອດຄ່ອງກັບອັດຕາເງິນເຟີ້ຂອງຜູ້ຜະລິດທີ່ສືບຕໍ່ເພີ່ມ. ທີ່ມາ: TODAYBizview #TargetMagazine

Read More »

ລາວ ເລັ່ງສົ່ງເສີມ ຫັດຖະກຳຊົນເຜົ່າ ສູ່ຕະຫລາດສາກົນ

ລາວ ເລັ່ງສົ່ງເສີມ ຫັດຖະກຳຊົນເຜົ່າ ສູ່ຕະຫລາດສາກົນສະມາຄົມຫັດຖະກຳລາວ ຮ່ວມກັບ ບໍລິສັດມິສທິນກ້າວໜ້າລາວ ຈຳກັດ ຈະຈັດງານສັບປະດາຫັດຖະກຳຊົນເຜົ່າ(Lao Ethnical Crafts Week), ໃນລະຫວ່າງວັນທີ 8-18 ກັນຍາ 2022 ນີ້, ຢູ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ. ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ຫັດຖະກຳຊົນເຜົ່າໃນສປປ ລາວ ໃຫ້ສາມາດຂະຫຍາຍການຕະຫລາດ ນັບມື້ກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດ ຕະພັນຂອງຕົນອອກໄປສູ່ຕະຫລາດສາກົນ ກໍຄື ໃຫ້ສາມາດນໍາເອົາສິນຄ້າໄປວາງສະແດງ ແລະ ຂາຍຢູ່ໃນສູນການຄ້າພາກຊັນ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ເນື່ອງຈາກວ່າສູນການຄ້າພາກຊັນ ເປັນສູນການຄ້າທີ່ມີເຄືອຂ່າຍກວ້າງຂວາງ ແລະ ມີເຖິງ 100 ກວ່າສາຂາ ໃນທົ່ວໂລກ, ທັງມີສາຂາຍ່ອຍຢູ່ໃນຫລາຍປະເທດ. ທີ່ມາ: ຂປລ #TargetMagazine

Read More »

ອົງການກວດສອບແຫ່ງລັດເຊັນບົດບັນທຶກການປະສານງານ ກັບ ທະນາຄານແຫ່ງ ສປປ ລາວ

ວັນທີ 5 ກັນຍາ 2022, ຢູ່ທີ່ທະນາຄານແຫ່ງ ສປປ ລາວ ໄດ້ມີພິທີເຊັນບົດບັນທຶກການປະສານງານຮ່ວມກັນ ລະຫວ່າງ ອົງການກວດສອບແຫ່ງລັດ ແລະ ທະນາຄານແຫ່ງ ສປປ ລາວ. ສ້າງຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ການປະສານງານ ກ່ຽວກັບການເຄື່ອນໄຫວວຽກງານ ໂດຍສະເພາະ ການສະໜອງຂໍ້ມູນ, ຫຼັກຖານການກວດສອບ, ການນຳເນີນການກວດສອບ ໃຫ້ມີຄວາມລົ່ງລ່ຽນ, ຖືກຕ້ອງ. ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະເມີດວິໄນແຜນການ-ການເງິນ, ຍົກສູງການຄຸ້ມຄອງມະຫາພາກທາງດ້ານເງິນຕາ, ການຄຸ້ມຄອງສະຖາບັນການເງິນ ແລະ ລະບົບການຊຳລະ ໃຫ້ມີສະຖຽນລະພາບ, ໂປ່ງໃສ. ທີ່ມາ: ເສດຖະກິດການຄ້າ #TargetMagazine

Read More »

ເງິນເຟີ້ເດືອນສິງຫາຍັງສູງຕໍ່ເນື່ອງ 30.01% ເພີ່ມຈາກເດືອນກໍລະກົດ 4.41%

ອັດຕາເງິນເຟີ້ໃນເດືອນສິງຫາ 2022 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30.01% (ເດືອນກໍລະກົດ 2022 ແມ່ນ 25.6) ເນື່ອງຈາກດັດຊະນີລາຄາເກືອບທຸກຫມວດ ແມ່ນຍັງສືບຕໍ່ເພີ່ມຂຶ້ນ ຫມວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ທຽບປີຕໍ່ປີ ແມ່ນສູງເຖິງ 30.2% ຍ້ອນລາຄາເຂົ້າສານ, ທາດແປ້ງ, ຊີ້ນ, ໄຂ່, ນ້ໍາມັນພືດ, ຫມາກໄມ້ ແລະຜັກສົດ (ຫອມປ້ອມລາຄາເພີ່ມຂຶ້ນ 4 ເທົ່າ) ໄດ້ປັບໂຕສູງຂຶ້ນ. ທີ່ມາ: ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການ ລົງທຶນ #TargetMagazine

Read More »

7-11 ເປີດຢູ່ກຳປູເຈຍກຽມຂະຫຍາຍສາຂາຕໍ່ເນື່ອງ

7-11 ເປີດຢູ່ກຳປູເຈຍຄົບຮອບ 1 ປີ! ໄດ້ຮັບຜົນຕອບຮັບທີ່ດີ ແລະ ກຽມຂະຫຍາຍສາຂາຕໍ່ເນື່ອງເຊິ່ງໄດ້ສ້າງວຽກເຮັດງານທຳໃຫ້ຄົນໃນພື້ນທີ່ ເພາະຈະມີການຈ້າງຄົນໃນພື້ນທີ່ໃນການຂັບເຄື່ອນທຸລະກິດ, ບຸກຄະລະກອນທັງໃນສາຍສໍານັກງານ ແລະ ປະຕິບັດການຮ້ານ ເປັນຄົນກຳປູເຈຍ 99%. ນອກຈາກນີ້ຍັງເປີດໂອກາດໃຫ້ຜູ້ປະກອບການທ້ອງຖິ່ນເຂົ້າມາຮ່ວມເປັນເຈົ້າຂອງທຸລະກິດ ແລະ ສາມາດສົ່ງຕໍ່ລຸ້ນສູ່ລຸ້ນໄດ້. ເວົ້າໄດ້ວ່າ ຮ້ານ 7-11 ທຸກສາຂານັ້ນ ທຸກຂັ້ນຕອນແມ່ນສະໜັບສະໜູນ ທຸລະກິດໃນກຳປູເຈຍ ຕັ້ງແຕ່ຜູ້ຄ້າວັດສະດຸ, ຜູ້ຮັບເໝົາ, ຊ່າງສ້ອມແປງ ລວມທັງທຸລະກິດຂົນສົ່ງໃນປະເທດ ສິ່ງເຫຼົ່ານີ້ຖືເປັນການຊ່ວຍຂັບເຄື່ອນ ແລະ ຊຸກຍູ້ເສດຖະກິດຂອງກຳປູເຈຍໂດຍກົງ ທີ່ມາ: TODAY Bizview #TargetMagazine

Read More »

ເປີດສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແຂວງ ອຸດົມໄຊ ແຫ່ງທີ 5

ພິທີເປີດ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແຂວງ ອຸດົມໄຊ (ສບວ.ອຊ) ແຫ່ງທີ 5 ຈັດຂຶ້ນ ວັນທີ 02 ກັນຍາ 2022 ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ອຸດົມໄຊ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນຄົງ ຫ້ຼາຈຽມພອນ. ສູນດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມທີ່ຈະໃຫ້ບໍລິການແກ່ຜູ້ປະກອບກິດຈະການ ໃນການຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານການຄຸ້ມຄອງບໍລິຫານທຸລະກິດໃຫ້ມີຄວາມເຂັ້ມແຂງ, ພ້ອມໃນການແຂ່ງຂັນ ແລະ ປະກອບສ່ວນເຂົ້າ ໃນການສ້າງສາພັດທະນາເສດຖະກິດ.ພາຍໃຕ້ການສະໜັບສະໜູນໂຄງການສົ່ງເສີມການຮ່ວມມືທາງດ້ານເສດຖະກິດພາກພື້ນອາຊີ (SRECA)ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງສ້າງພາກພື້ນສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງໃນພາກພື້ນອາຊຽນ (ASEAN SME), ອົງການ GIZ. ແລະ ການປະກອບສ່ວນຈາກພາກທຸລະກິດອີກດ້ວຍ.​ ທີ່ມາ: Laos SME Service Center #TargetMagazine

Read More »