ປິດໄຟ ຫໍໄອເຟວ ໄວຂຶ້ນ ຍ້ອນລາຄາພະລັງງານເພີ່ມສູງ

ຫ້ອງ​ວ່າການ​ນະຄອນຫຼວງ​ປາຣີ ​ສະ​ເໜີໃຫ້​ປິດໄຟ ຫໍໄອເຟລ ໄວຂຶ້ນຫຼາຍກວ່າ 1ຊົ່ວໂມງ ເພື່ອປະຫຍັດພະລັງງານໂດຍຈະປິດເວລາ 23:45 ຈາກປົກກະຕິ ປິດເວລາ 1:00 ກາງຄືນ ເພາະລາຄາພະລັງງານສູງຂຶ້ນແລະ ຫໍໄອເຟວ ກໍມີດອກໄຟເຖິງ 20,000 ດອກ.

ສ່ວນເມືອງອື່ນໆ ກໍກຳລັງມີການຫຼຸດຜ່ອນການໃຊ້ໄຟໃນສະຖານທີ່ສຳຄັນຫຼາຍບ່ອນເຊັ່ນກັນ. ອະນຸສາວະລີໃນ Marseille ລວມເຖິງພະລາຊະວັງຟາໂຣ ກໍຈະມີການປິດໄຟກ່ອນທ້າຍເດືອນກັນຍາ ເພື່ອເປັນການປະຢັດພະລັງງານ.

ທີ່ມາ: https://www.theguardian.com/…/eiffel-tower-lights#TargetMagazine

Comments