News

ນຳສະເໜີ ແອັບ Booknea ບໍລິການນັກທ່ອງທ່ຽວຮູບແບບໃໝ່

ນຳສະເໜີ ແອັບ Booknea ບໍລິການນັກທ່ອງທ່ຽວຮູບແບບໃໝ່ວັນທີ 26 ກັນຍາ 2022, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການນຳສະເໜີ ແອບພລິເຄຊັນ Booknea ໂດຍການຮ່ວມມືຂອງບໍລິສັດບຸກແນ່ອິນສ ຈຳກັດ ແລະ ກະຊວງ ຖວທ ເຊິ່ງເປັນແອບໃຫ້ບໍລິການຈອງທີ່ພັກ, ຈອງປີ້ລົດເມ, ລົດໄຟລາວ-ຈີນ, ຈອງປີ້ກິດຈະກຳຄອນເສີດ ແລະ ຈອງປີ້ຍົນພາຍໃນປະເທດ ເພື່ອໃຫ້ບໍລິການທ່ອງທ່ຽວຮູບແບບໃໝ່ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳໃຊ້ແອັບການບໍລິ ການແບບອອນລາຍ ໂດຍຄົນລາວສ້າງ 100%, ພ້ອມທັງສົ່ງເສີມການປະຊາສຳພັນ ການທ່ອງທ່ຽວໃຫ້ນັກທ່ອງທ່ຽວ ໄດ້ເຂົ້າເຖິງຂໍ້ມູນຂ່າວສານດ້ານການທ່ອງທ່ຽວພາຍໃນປະເທດ. ທີ່ມາ: ປະເທດລາວ #TargetMagazine

Read More »

ປະກາດ ຍົກຍ້າຍ ແລະ ແຕ່ງຕັ້ງ ນາຍ-ພົນຕຳຫຼວດ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ

ຍົກຍ້າຍຕໍາລວດທີ່ຂຶ້ນກັບກົມໃຫຍ່ດັ່ງນີ້ 1. ພັອ ສາລີ ພຸດທະວົງ ຈາກ ກົມ 308 ໄປປະຕິບັດຫນ້າທີ່ໃຫມ່ຢູ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ 2. ພັທ ແກ້ວວິໄລ ມີໄຊພອນ ຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄປຮັບຫນ້າທີ່ໃຫມ່ ກົມຕໍາຫຼວດນິຕິ ວິທະຍາ 3. ພົງສະກອນ ອິນທະວົງ ຈາກກົມຕໍາຫຼວດນິຕິວິທະຍາ ໄປຮັບຫນ້າທີ່ໃຫມ່ຢູ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານ ຢາເສບຕິດແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ເຊິ່ງໄດ້ແຕ່ງຕັ້ງດັ່ງນີ້: 1. ພັອ ສຸກພະຈັນ ບຸດດາຄໍາ ເປັນ ຫົວຫນ້າຫ້ອງການກົມໃຫຍ່ຕໍາຫຼວດ. 2. ພັທ ສຸກສະຫວັນ ວິລະວົງ ແລະ ພັທ ສິ່ງແກ້ວ ວົງພະຈັນ ເປັນ ຮອງຫົວຫນ້າກົມຕໍາຫຼວດສືບສວນ-ສອບສວນ 3. ພັອ ສາລີ ພຸດທະວົງ ເປັນຫົວຫນ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ່ 4. ພັທ ພົງສະກອນ ອິນທະວົງ ແລະ ...

Read More »

ວ່າທີ່ ນາຍົກຍິງຄົນທໍາອິດຂອງອີຕາລີ

ທ່ານ ນາງ ຈໍ​ເຈຍ ​ເມ​ໂລ​ນີ,(Georgia Meloni), ກຽມ​ຕົວເປັນ​ນາຍົກລັດຖະມົນຕີຍິງ ຄົນທຳ​ອິດຂອງອີ​ຕາ​ລີ ຫລັງ​ຈາກຜົນ​ຄະ​ແນນເລືອກ​ຕັ້ງທົ່ວ​​ໄປໃນ​ວັນ​ທີ 25​ ກັນຍາ​ນີ້ ນັບ​ໄປ​ແລ້ວກວ່າ90% ​ໄດ້​ຄະ​ແນນສຽງ ​ສ່ວນ​ໃຫຍ່ ຈະ​ຊະນະ​ການ​ເລືອກ​ຕັ້ງຫລັງ​ຈາກເປັນ​ຕົວ​ແທນຂອງ​ພັກ the Brothers of Italy,​ ໄດ້​ຄະ​ແນນ​ສຽງເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ. ປັດຈຸບັນ ທ່ານ ນາງ ​ເຈຍ ​ເມ​ໂລ​ນີ,(Georgia Meloni) ອາຍຸ 45 ປີ ​ແລະ ເປັນສະມາຊິກສະພາຜູ້ແທນລາຊະ ດອນຕັ້ງແຕ່ປີ 2006 ແລະ ເປັນປະທານພັກຕັ້ງແຕ່ ປີ 2014. ທີ່ມາ: https://www.facebook.com/story.php?14คุณ และ คนอื่นๆ อีก 13 คน

Read More »

“LINEMAN Wongnai” ຂຶ້ນເປັນ ຢູນີຄອນ ທີ 4 ຂອງປະເທດໄທຮຽບຮ້ອຍ

“LINEMAN Wongnai” ຂຶ້ນເປັນ ຢູນີຄອນ ທີ 4 ຂອງປະເທດໄທຮຽບຮ້ອຍ ຫຼັງ​ຈາກ​ການ​ລະດົມ​ທຶນ​ໃນ​ຮອບ Series B ມູນ​ຄ່າ​ 265 ລ້ານໂດລາ ຈາກ GIC ກອງທຶນຄວາມມັ່ງຄັ່ງແຫ່ງຊາດຂອງສິງກະໂປ ແລະ ບໍລິສັດ LINE Corporation ລວມເຖິງ BRV Capital Management, PTT OR, Bualuang Ventures และ Taiwan Mobileສົ່ງຜົນໃຫ້ມູນຄ່າຂອງ ‘LINEMAN Wongnai’ ທະລຸ 1,000 ລ້ານໂດລາ ​ໄດ້​ກາຍ​ເປັນ​ຢູນີ​ຄອນ​ທີ 4 ຂອງ​ໄທ​ເປັນທີ່ຮຽບຮ້ອຍ! ທີ່ມາ: TODAYBizview #TargetMagazine

Read More »

ຫວຽດນາມສັ່ງ! ໃຫ້ກຽມຮັບມືພາຍຸໃຕ້ຝຸ່ນ ໂນຣູ ອົບພະຍົບປະຊາຊົນກວ່າ 800,000 ຄົນ

ລັດຖະບານຫວຽດນາມສັ່ງ! ທຸກພາກສ່ວນໃຫ້ກຽມຮັບມືພາຍຸໃຕ້ຝຸ່ນ ໂນຣູ ຄາດເປັນອີກ 1 ລູກທີ່ຮ້າຍແຮງທີ່ສຸດໃນຮອບ 20 ປີ ກຽມແຜນອົບພະຍົບປະຊາຊົນກວ່າ 800,000 ຄົນ ໃນພື້ນທີ່ທີ່ໄດ້ຮັບຜົນກະທົບ. ພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16 ຍັງເຄື່ອນທີ ຢູ່ເຂດທະເລຈີນໃຕ້ຕອນກາງ, ຈາກນັ້ນພາຍຸໄຕ້ຝຸ່ນຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງພາກກາງຂອງປະເທດຫຽວດນາມໃນຕອນເຊົ້າຂອງວັນທີ 28 ກັນຍາ ແລະ ຈະສຶບຕໍ່ເດຶອນທີ່ຜ່ານ ພາກກາງ ແລະ ພາກໃຕ້ ຂອງປະເທດລາວໃນຕອນບ່າຍວັນທີ 28 – 30 ກັນຍາ 2022 ນີ້ ທີ່ມາ: WorkpointTODAY #TargetMagazine

Read More »

ແຮງງານລາວເຮັດວຽກຢູ່ໄທລົງທະບຽນກວ່າ 2 ແສນຄົນ

ປັດຈຸບັນມີແຮງງານລາວທີ່ເຂົ້າໄປເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນລວມທັງໝົດ 200,000ກວ່າຄົນ ທ່ານ ນ. ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ໄດ້ສະເໜີຕໍ່ຝ່າຍໄທ ໃຫ້ອໍານວຍຄວາມສະດວກໃນການອະນຸມັດໂກຕ້າ (Labour Demand) ນໍາເຂົ້າແຮງງານຕ່າງປະເທດ ແລະ ການອະນຸມັດວີຊາ (Calling VISA) ໃຫ້ວ່ອງໄວຂຶ້ນກວ່າເກົ່າ ເພື່ອເປັນການອໍານວຍຄວາມສະດວກໃຫ້ແຮງງານລາວໄດ້ໄປເຮັດວຽກຢູ່ປະເທດໄທຢ່າງຖືກຕ້ອງຕາມກົດໝາຍ ກົມການຈັດຫາງານແຫ່ງ ຣາຊະອານາຈັກໄທ ຍັງໄດ້ແຈ້ງຕື່ມວ່າ ມາຮອດປະຈຸບັນມີແຮງງານລາວທີ່ເຂົ້າມາເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນຕາມມະຕິຄະນະລັດຖະມົນຕີຂອງໄທ ລວມທັງໝົດ 200,000​ ກວ່າຄົນ. ຂ່າວ: ຮສສ #TargetMagazine

Read More »

ປີ 2022 ສປປ ລາວ ຂາດດຸນການຄ້າຕິດຕໍ່ກັນ 5 ເດືືອນ!

ເດືອນ 4 ຂາດດຸນການຄ້າປະມານ 102 ລ້ານໂດລາເ ດືອນ 5 ຂາດດຸນການຄ້າປະມານ 48 ລ້ານໂດລາ ເດືອນ 6 ຂາດດຸນການຄ້າປະມານ 133 ລ້ານໂດລາ ເດືອນ 7 ຂາດດຸນການຄ້າປະມານ 114 ລ້ານໂດລາ ເດືອນ 8 ຂາດດຸນການຄ້າ ປະມານ 166 ລ້ານໂດລາ ສໍາລັບສາມເດືອນຕົ້ນປີ ແມ່ນເກີນດຸນ ເດືອນ 1 ເກີນດຸນການຄ້າ 41 ລ້ານໂດລາ ເດືອນ 2 ເກີນດຸນການຄ້າປະມານ 48 ລ້ານໂດລາ ເດືອນ 3 ເກີນດຸນການຄ້າປະມານ 100 ລ້ານ ຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ #TargetMagazine

Read More »

ເດືອນ 8 ລາວ ຂາດດຸນການຄ້າ 166 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ 2022 ບັນລຸໄດ້ ປະມານ 1,020 ລ້ານໂດລາສະຫະລັດ.. ມູນຄ່າການສົ່ງອອກ ປະມານ 427 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ປະມານ 593 ລ້ານໂດລາສະຫະລັດ ຂາດດຸນການຄ້າ ປະມານ 166 ລ້ານໂດລາສະຫາລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ #targetmagazine

Read More »

💬 ການເລີ່ມຕົ້ນວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແມ່ນຕ້ອງເລີ່ມຕົ້ນດ້ວຍການໂອ້ລົມ 💬

[English Text Below] 💬 ການເລີ່ມຕົ້ນວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແມ່ນຕ້ອງເລີ່ມຕົ້ນດ້ວຍການໂອ້ລົມ 💬 ເພື່ອຈາລຶກພິທີເປີດຂອງໂຄງການ IMPACT Biz ຢ່າງເປັນທາງການ, ກະຊວງອຸດສາຫະກຳ ແລະ ການຄ້າ, @ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະຖານທູດຍີ່ປຸ່ນປະຈຳລາວ, ພ້ອມດ້ວຍອົງການ UNDP ຈະຈັດກອງປະຊຸມກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປລາວ ເພື່ອປຶກສາໂອ້ລົມກ່ຽວກັບທ່າອ່ຽງສາກົນ ແລະ ພາກພື້ນ ພ້ອມທັງພາຍໃນປະເທດເຮົາ ໃນການຍິດຖືມາດຕະຖານສາກົນໃນການດຳເນີນທຸລະກິດຢ່າງມີຄວມຮັບຜິດຊອບ. 🌐🇱🇦📈 ຮັບຊົມການຖ່າຍທອດສົດໄດ້:      📆 15 ກັນຍາ 2022      ⏰ 9:00 ໂມງເຊົ້າ – 12:10 ໂມງສວາຍ      🎥 Facebook Live ທີ່ @targetmagazinelaos  💬 ADVANCING RESPONSIBLE BUSINESS STARTS WITH DIALOGUE 💬 To mark the inception of the IMPACT ...

Read More »

ແຈ້ງ! ຍົກເລີກເກັບອາກອນ ແບບຈີກປີ້ປະຈຳວັນ​ ແລະ​ ອອກບັດປະຈຳເດືອນ​ ນໍາບຸກຄົນ ແລະ ວິສາຫະກິດຂະໜາດນ້ອຍ

ແຈ້ງ! ຍົກເລີກເກັບອາກອນ ແບບຈີກປີ້ປະຈຳວັນ​ ແລະ​ ອອກບັດປະຈຳເດືອນ​ ນໍາບຸກຄົນ ແລະ ວິສາຫະກິດຂະໜາດນ້ອຍ ລັດຖະມົນຕີກະຊວງການເງິນອອກຄຳສັ່ງດັ່ງນີ້: 1. ໃຫ້ຍົກເລີກການເກັບອາກອນແບບຈີກປີ້ປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາບຸກຄົນ ແລະ ຊາວ ກະສິກອນ ທີ່ເປັນພົນລະເມືອງລາວ ທີ່ຄ້າຂາຍສິນຄ້າຈາກຜົນຜະລິດກະສິກໍາຢູ່ໃນຕະຫຼາດທົ່ວໄປ ແລະ ວິສາຫະກິດຂະຫນາດນ້ອຍ ທີ່ມີລາຍຮັບປະຈໍາປີແຕ່ 50,000,000 ກີບລົງມາ. 2. ສໍາລັບຫົວຫນ່ວຍທຸລະກິດ ທີ່ມີລາຍຮັບປະຈໍາປີ ແຕໍ 50,000,000 ກີບ ຫາ 400,000,000 ກີບ, ໃຫ້ຄິດໄລ່ເກັບອາກອນໃນຮູບແບບຈຸນລະວິສາຫະກິດ. ລາຍລະອຽດແຈ້ງການໃນຄອມເມັ້ນ ທີ່ມາ: ກະຊວງການເງິນ #TargetMagazine

Read More »