News

ລົດໄຟຟ້າ ກາຍເປັນທາງເລືອກໃໝ່ ໃນສະພາບນ້ຳມັນແພງທົ່ວໂລກ

ວັນທີ4ພຶດສະພານີ້, ລາຄາ​ ນ້ຳມັນ ​ເຊື້ອ​ໄຟທີ່​ເພີ່ມ​ສູງ​ຂຶ້ນ​ທົ່ວ​ໂລກ​ເຮັດ​ໃຫ້ ລົດ​ໄຟຟ້າ ກາຍ​ເປັນ​ທາງ​ເລືອກ​ໃໝ່ ​ໃນ​ຍຸກ​ນນ້ຳ​ແພງ ​ໂດຍ​ສະ​ເພາະຊາວບຣາຊິນຈຳນວນ​ຫລາຍ ຫັນ​ໄປ​ໃຊ້​ລົດຖີບໄຟຟ້າ ​ແລະ ລົດ​ໄຟຟ້າ ທີ່​ເປັນ​ ພະລັງງານ​ສະອາດ ​ເພີ່ມ​ສູງ​ຂຶ້ນ 27% ​ເມື່ອ​ທຽບ​ໃສ່​ ປີ​ກາຍ ​ແລະ ຄາດ​ວ່າປີ​ນີ້ຍອດ​ຈຳໜ່າຍລົດ​ໄຟຟ້າ ​ຈະ​ຂະຫຍາຍຕົວເພີ່ມ​ຂຶ້ນ​ເຖິງ50% ​ໂດ​ຍລົດຖີບ ​ໄຟຟ້າ​ໄດ້​ຮັບ​ຄວາມ​ນິຍົມເພີ່ມ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງຍ້ອນ​ລາຄານ້ຳມັນ​ແພງ​ ເຮັດ​ໃຫ້​ຊາວບຣາຊິນ ຕ່າງ​ພາກັນຢຸດ​ໃຊ້​ລົດພະລັງງານເຊື້ອ​ເພີງ ​ແລະ ​ຫັນ​ມາ​ໃຊ້​ລົດ​ໄຟຟ້າແທນໃນການ​ຂັບ​ຂີ່ໃນ​ຊີວິດ​ປະຈຳ​ວັນ. ຂໍ້ມູນ: ປະເທດລາວ

Read More »

ເດືອນເມສາ ອັດຕາເງິນເຟີ້ເພີ່ມຂຶ້ນ 9,9% ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ສູນສະຖິຕິແຫ່ງຊາດ ເຜີຍແຜ່ບົດບາຍງານ ສະພາບອັດຕາເງິນເຟີ້ອັດຕາເງິນເຟີ້ ປະຈຳເດືອນເມສາ 2022 ວ່າ: ສະພາບອັດຕາເງິນເຟີ້ລວມ ເດືອນເມສາ 2022 ທຽບກັບ ເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 9,9% ຊຶ່ງເປັນການເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍມີສາຍເຫດສໍາຄັນມາຈາກການເພີ່ມຂຶ້ນຂອງ ພະລັງງານໃນຕະຫຼາດໂລກ ຈາກສະຖານະການຄວາມຂັດແຍ່ງລະຫວ່າງລັດເຊຍ ແລະ ຢູເຄຣນ, ສົ່ງຜົນໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ພາຍໃນປະເທດປັບເພີ່ມຂຶ້ນ 86,3%. ເຖິງຢ່າງໃດກໍຕາມ ລັດຖະບານກໍໄດ້ທີມາດຕະການຄຸ້ມຄອງ ເພື່ອຊ່ວຍເຫຼືອຄ່າຄອງຊີບໃຫ້ແກ່ປະຊາຊົນເປັນໄລຍະຢ່າງຕໍ່ເນື່ອງ, ລາຄາສິນຄ້າໃນໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ແມ່ນປັບຕົວເພີ່ມຂຶ້ນເຊັ່ນກັນ ໂດຍສະເພາະແມ່ນເຂົ້າຈີ່ ແລະ ທາດແປ້ງ, ຊີ້ນ, ປາ ແລະ ອາຫານທະເລ, ນົມ ເນີຍ, ໄຂ່, ນ້ຳມັນພືດ, ໝາກໄມ້, ຜັກສົດ ແລະ ເຄື່ອງປຸງແຕ່ງອາຫານ ເນື່ອງຈາກຕົ້ນທຶນການຜະລິດເພີ່ມຂຶ້ນ ນອກນັ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 16,3% ໂດຍສະເພາະແມ່ນປະເພດວັດຖຸມີຄ່າ ເຊັ່ນ: ຄຳສຳເລັດຮູບ ເພີ່ມຂຶ້ນ 36,8%. ຂໍ້ມູນ:ສູນສະຖິຕິແຫ່ງຊາດ

Read More »

ເຊັນບົດບັນທຶກຄວາມເຂົ້າໃຈຂອງສາມຝ່າຍ ເພື່ອກຽມຄວາມພ້ອມການອອກຈໍາໜ່າຍຮຸ້ນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການກຽມຄວາມພ້ອມການອອກຈໍາໜ່າຍຮຸ້ນຄັ້ງທຳອິດ (IPO) ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ບໍລິສັດ ລັດວິສາຫະກິດລາວເດີນອາກາດ (ຈົດທະບຽນ) ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ, ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ. ຈຸດປະສົງຂອງການຮ່ວມມື 3 ຝ່າຍ ຄັ້ງນີ້ ເພື່ອປັບປຸງທຸລະກິດຂອງບໍລິສັດໃຫ້ໄດ້ເງື່ອນໄຂ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບ ລັດວິສາຫະກິດ ລາວເດີນອາກາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການອອກຈຳໜ່າຍຮຸ້ນຄັ້ງທຳອິດໃຫ້ສຳເລັດ (Initial Public Offering: IPO) ແລະ ສາມາດເຂົ້າຈົດທະບຽນເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ ແລະ ຈະຊ່ວຍໃຫ້ການຮ່ວມມືຂອງທັງສາມຝ່າຍ. ເພື່ອເປັນອີກແຮງໜຶ່ງໃນການຂັບເຄື່ອນ ແລະ ເຮັດໃຫ້ຕະຫຼາດທຶນມີສີສັນຍິ່ງຂຶ້ນຕື່ມ. ການກະກຽມຄວາມພ້ອມດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດ ເພື່ອໃຫ້ມີເງື່ອນໄຂເຂົ້າລະດົມທຶນຜ່ານຕະຫຼາດທຶນລາວ ເພື່ອໃຫ້ວິສາຫະກິດລາວມີການເຕີບໃຫຍ່ຂະຫຍາຍຕົວ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ທັງເປັນການພັດທະນາຕະຫຼາດທຶນລາວໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ” (ທ່ານ ນາງ ຟອງຈິນດາ ແສງສຸລິວົງ) ຂໍ້ມູນ:ປະຊາຊົນ

Read More »

ສ້າງຄວາມເຂັ້ມແຂງ ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ ເພື່ອຢຸດຕິຄວາມຮຸນແຮງໂດຍສະເພາະຕໍ່ເພດຍິງ

ສ້າງຄວາມເຂັ້ມແຂງ ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ ເພື່ອຢຸດຕິຄວາມຮຸນແຮງ ແລະ ການລ່ວງລະເມີດໂດຍສະເພາະຕໍ່ເພດຍິງ. ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດຝຶກອົບຮົມຢຸດຕິຄວາມຮຸນແຮງ ແລະ ການລ່ວງລະເມີດຢູ່ສະຖານທີ່ເຮັດວຽກໃຫ້ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ(MRC) ຈຸດບໍລິການຈັດຫາງານ 6 ແຂວງຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ໃນລະຫວ່າງວັນທີ 3-4 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ. ໃນຖານະທີ່ເປັນປະເທດສົ່ງອອກແຮງງານ ໂຄງການດັ່ງກ່າວຈະສຸມໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ຮັບຮູ້ສິດຂອງຕົນ. ແນໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງ ມີສ່ວນຮ່ວມຫລາຍຂຶ້ນ ໃນການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດ ແລະ ພາກພື້ນອາຊຽນ. (ທ່ານ ນາງ ອານຸສອນ ຄຳສິງສະຫວັດ) ການຝຶກອົບຮົມຄັ້ງນີ້, ເພື່ອສ້າງຄວາມເຂັ້ມແຂງ ແລະ ເພີ່ມຄວາມຮູ້ກ່ຽວກັບຄວາມສຳຄັນຂອງບັນຫາຄວາມຮຸນແຮງ ແລະ ການລ່ວງລະເມີດຢູ່ສະຖານທີ່ເຮັດວຽກ ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ(MRC) ເຊິ່ງເປັນກິດຈະກຳໜຶ່ງໃນແຜນງານ ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ (Safe and Fair Programme) ປີ ...

Read More »

ຖອດຖອນບົດຮຽນຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ

ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ. ວັນທີ 5 ພຶດສະພາ ນີ້ ທີ່ແຂວງຫຼວງນໍ້າທາ, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມພາຍ​ໃຕ້​ຫົວ​ຂໍ້ “ການ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ການຈັດ​ຕັ້ງ​ປະຕິບັດ ຂໍ້​ລິ​ເລີ່​ມ ໜືຶ່ງ​​ແລວ ໜຶ່ງ​ເສັ້ນທາງ ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຂອງ ສປປ ລາວ​” ກອງປະຊຸມຄັ້ງນີ້​​​ເປັນໜຶ່ງ​ໃນ​ກິດຈະກຳ​ສຳຄັນ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ທຶນຮອນ​ຈາກ​ກອງ​ທຶນ​ພິ​ເສດ​ແມ່​ນໍ້າຂອງ-​ແມ່​ນໍ້າ​ລ້ານຊ້າງ ຊຶ່ງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ 6 ແຂວງພາກເໜືອຂອງ ສປປ ລາວ ເຂົ້າຮ່ວມຄື: ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ. ຈຸດປະສົງ​ຂອງກອງປະຊຸມ​ສໍາມະນາໃນ​ຄັ້ງ​ນີ້ ​ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປປ ລາວ ​​​ໂດຍ​ສະ​ເພາະ​ບັນດາ​ແຂວງ​ພາກ​ເໜືອ ແນ​ໃສ່​ຂົນຂວາຍກຳລັງ​ແຮງ ​ແລະ ຍາດ​ແຍ່ງ​​ເອົາຜົນປະໂຫຍດດ້ານຕ່າງໆຈາກ ​ໂດຍ​ສະ​ເພາະ​ດ້ານ​ເສດຖະກິດ-ສັງຄົມ​, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ຄວາມ​ຮູ້ດ້ານ​ເຕັກນິກ​ວິທະຍາ​ສາດ. ...

Read More »

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ສົ່ງເສີມ ການຜະລິດໄມ້ອັດ ຢູ່ບໍລິສັດ ບົວລະພາ ເພື່ອແນໃສ່ສ້າງງວຽກເຮັດງານທຳແກ່ປະຊາຊົນໃຫ້ໄດ້ 3 ພັນຄົນຕໍ່ປີ.

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ສົ່ງເສີມ ການຜະລິດໄມ້ອັດ ຢູ່ບໍລິສັດ ບົວລະພາ ເພື່ອແນໃສ່ສ້າງງວຽກເຮັດງານທຳແກ່ປະຊາຊົນໃຫ້ໄດ້ 3 ພັນຄົນຕໍ່ປີ. ວັນທີ 3 ພຶດສະພາ 2022 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຜະລິດໄມ້ອັດ ຈາກໄມ້ທີ່ປູກເອງ ບໍລິສັດບົວລະພາ ກະສິກຳປ່າໄມ້ ຈຳກັດ ຢູ່ເມືອງຫີນເຫີບ ແຂວງວຽງຈັນ ເພື່ອຊຸກຍູ້, ສົ່ງເສີມ ການຜະລິດໄມ້ແປຮູບ (ໄມ້ອັດ) ຂອງບໍລິສັດ ດັ່ງກ່າວ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ຜະລິດສິນຄ້າ ໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ ແລະ ສາມາດຕອບສະໜອງ ຕາມຄວາມຕ້ອງການຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ. ນັບແຕ່ເລີ່ມຕົ້ນຜະລິດ ໃນວັນທີ 1 ມິຖຸນາ 2021 ເປັນຕົ້ນມາ (ແລ່ນເຄື່ອງ 60%), ສາມາດຜະລິດໄມ້ອັດ ໄດ້ 200 ແມັດກ້ອນຕໍ່ມື (70 ພັນກວ່າແມັດກ້ອນຕໍ່ປີ), ມາຮອດປັດຈຸບັນ ສາມາດສົ່ງອອກ ໄດ້ທັງໝົດ ...

Read More »

3ເດືອນຕົ້ນປີໄທໄດ້ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດຫຼາຍກວ່າ 2 ໝື່ນລ້ານບາດ ພາຍຫຼັງເປີດປະເທດເຕັມຮູບແບບຄາດວ່າຈະເພີ່ມຂຶ້ນສູງເຖິງ 9 ແສນລ້ານບາດ.

3ເດືອນຕົ້ນປີໄທໄດ້ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດຫຼາຍກວ່າ 2 ໝື່ນລ້ານບາດ ພາຍຫຼັງເປີດປະເທດເຕັມຮູບແບບ ໃນວັນທີ 1 ພຶດສະພາ ຄາດວ່າຈະເພີ່ມຂຶ້ນສູງເຖິງ 9 ແສນລ້ານບາດ. ສະຖິຕິ 3 ເດືອນຕົ້ນປີ ທີ່ໄທເປີດປະເທດຮັບນັກທ່ອງທ່ຽວຕ່າງຊາດ ໄດ້ມີນັກທ່ອງທ່ຽວເຂົ້າປະເທດໃນແຕ່ລະເດືອນທັງໝົດ: ເດືອນມັງກອນ: 133, 903 ຄົນ ເດືອນກຸມພາ: 152,954 ຄົນ ເດືອນມີນາ: 210,836 ຄົນ ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດ: ເດືອນມັງກອນ: 8,640 ລ້ານບາດ ເດືອນກຸມພາ: 8, 689 ລ້ານບາດ ເດືອນມີນາ: 11,541 ລ້ານບາດ ຫຼັງຈາກທີ່ໄທປະກາດເປີດປະເທດເຕັມຮູບແບບໃນວັນທີ 1 ພຶດສະພາ ໄດ້ມີນັກທ່ອງທ່ຽວເຂົ້າປະເທດເພີ່ມຫຼາຍຂຶ້ນ ສຳລັບການເປີດປະເທດຄັ້ງນີ້ໄທຄາດວ່າເສດຖະກິດການທ່ອງທ່ຽວຈະກະໂດດຂຶ້ນສູງເຖິງ 9 ແສນລ້ານບາດ. ຂໍ້ມູນ: ລົງທຶນແມນ

Read More »

ເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈໍາກັດ.

ເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈໍາກັດ. ໃນຄັ້ງນີ້ໄດ້ເລືອກໃຫ້ບໍລິສັດ ຫຼັກຊັບ ລາວ-ຈີນ ເປັນຜູ້ປະເມີນຊັບສິນ. ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ, ໄດ້ຈັດພິທີເຊັນສັນຍາຊື້-ຂາຍຮຸ້ນ ຂອງບໍລິສັດ ລັດວິສາຫະກິດ ໄປສະນີລາວ ແລະ ເຊັນສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈຳກັດ, ລະຫວ່າງກະຊວງການເງິນ, ຕາງໜ້າໂດຍກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພກັບບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (ບໍລິສັດໃນເຄືອຂອງບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ). ໂດຍປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າດ້ວຍທິດຊີ້ນຳຜົນການປະ ມູນຊື້-ຂາຍຮຸ້ນບໍລິສັດ ລັດວິສາຫະກິດໄປສະນີລາວ ແລະ ມອບໃຫ້ກະຊວງການເງິນເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນຮ່ວມກັບບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (AIF), ສະບັບເລກທີ 225/ຫສນຍ, ລົງວັນທີ 18 ກຸມພາ 2022 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ, ສະບັບເລກທີ 1091/ກງ, ລົງວັນທີ 22 ເມສາ 2022 ວ່າດ້ວຍການອະນຸມັດເຫັນດີໃຫ້ ເຊັນສັນຍາຊື້-ຂາຍຮຸ້ນ ...

Read More »

ຮ່ວມສົ່ງເສີມ ການເຂົ້າເຖິງການສຶກສາກ່ອນໄວຮຽນ ໄລຍະພັກແລ້ງແກ່ເດັກ3-5 ປີ ແລະ ເດັກພິການ ຢູ່ເມືອງຜາອຸດົມ.

ຮ່ວມສົ່ງເສີມ ການເຂົ້າເຖິງການສຶກສາກ່ອນໄວຮຽນ ໄລຍະພັກແລ້ງແກ່ເດັກ3-5 ປີ ແລະ ເດັກພິການ ຢູ່ເມືອງຜາອຸດົມ. ວັນທີ 4 ພຶດສະພາ 2022 ຢູ່ນະຄອນຫລວງວຽງຈັນ, ອົງການແພລນສາກົນ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ກົມຮ່ວມມືກັບຕ່າງປະເທດ, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ “ໂຄງການສົ່ງເສີມການເຂົ້າເຖິງ ການສຶກສາ ກ່ອນໄວຮຽນ ໂດຍຜ່ານຫລັກສູດກຽມຄວາມພ້ອມ ໃນໄລຍະພັກແລ້ງ (10 ອາທິດ) ຢູ່ ເມືອງຜາອຸດົມ ແຂວງບໍ່ແກ້ວ, ສປປ ລາວ” ໂດຍຈັດຕັ້ງປະຕິບັດ ຢູ່ໃນ 15 ບ້ານ ຂອງເມືອງຜາອຸດົມ ເພື່ອເປັນການປະກອບສ່ວນໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ສະໄໝທີ 9 (2021-2025) ໃນການຜັນຂະຫຍາຍຫລັກສູດ ກຽມຄວາມພ້ອມໃນໄລຍະພັກແລ້ງ (10 ອາທິດ) ໃຫ້ເຂົ້າໄປເຖິງກຸ່ມເດັກທີ່ຍັງດ້ອຍໂອກາດ ອາຍຸລະຫວ່າງ 3-5 ປີ ລວມທັງເດັກພິການ ທີ່ຢູ່ໃນເຂດບ້ານນ້ອຍ ...

Read More »

05 ພຶດສະພາ ວັນຄ້າຍວັນເກີດທ່ານກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ

ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ(ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານ ກາກມາກ 5/5/1818-5/5/202) ເມື່ອເວລາເປັນນັກສຶກສາຢູ່ມະຫາວິທະຍາໄລ, ທ່ານກາກມາກ ໄດ້ອຸທິດຕົນ ເພື່ອຄົ້ນ ຄວ້າປັດຊະຍາ, ວິຊາສັງຄົມສາດ, ນອກຈາກການຄົ້ນຄວ້າປັດຊະຍາດັ່ງກ່າວ ດ້ວຍການສູ້ຊົນກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ ເພື່ອກ້າວໄປສູ່ຜົນສຳເລັດນັ້ນ, ທ່ານ ກາກມາກ ສາມາດຄົ້ນພົບ ຫລັກມູນ ພື້ນຖານຈຳນວນຫນຶ່ງ ໂດຍໄດ້ ເລີ່ມສ້າງ ລັດທິມາກ ຂຶ້ນໃນຊຸມປີ 40 ຂອງສະຕະວັດທີ 19 ຢູ່ ເຢຍລະມັນ.ລັດທິມາກ ເກີດຂຶ້ນເນື່ອງຈາກໄດ້ມີການຂະຫຍາຍຕົວທາງດ້ານສັງຄົມ, ການຕໍ່ສູ້ຊົນຊັ້ນ, ວິທະ ຍາສາດ ແລະ ປັດຊະຍາ. ໃນເວລານັ້ນໄດ້ເກີດມີປະຖົມປັດໄຈ ທາງດ້ານທິດສະດີດ້ານເສດຖະກິດ ແລະ ສັງຄົມສຳລັບລັດທິມາກ. ກາກມາກໄດ້ຄົ້ນພົບກົດເກນພື້ນ ຖານທາງ ດ້ານເສດຖະກິດນາຍທຶນ ແລະ ກຳມະກອນ. ໄດ້ຄົ້ນພົບວ່າ: ຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານ ແມ່ນຜູ້ສ້າງພາລະກຳປະຫວັດສາດ ໂດຍຖືວ່າ ຊົນຊັ້ນ ແລະ ການຕໍ່ສູ້ຊົນຊັ້ນ ແມ່ນຈຸດປະສົງເປົ້າຫມາຍທີ່ກ້າວໄປເຖິງ ການປົດປ່ອຍຕົວເອງອອກຈາກສັງຄົມແຫ່ງຄວາມມືດມົນ ແລະ ຄວາມບໍ່ຍຸດຕິທຳ. ...

Read More »