ຊົມເຊີຍ! 3 ບໍລິສັດ ສ້າງກຳໄລໄດ້ ພາຍໃຕ້ວິກິດເສດຖະກິດ

ຜົນການດຳເນີນງານບໍລິສັດມະຫາຊົນທີ່ຈົດຖະບຽນໃນຕະຫຼາດຫຼັກຊັບລາວ 6 ເດຶອນ ຕົ້ນປີ 2022 ມີ 3 ບໍລິສັດທີ່ສາມາດສ້າງກຳໄລໄດ້.

3 ບໍລິສັດທີ່ສາມາດສ້າງກຳໄລ ຄື:

1. ສຸວັນນີໂຮມເຊັນເຕີ ລາຍຮັບລວມ 310,669 ກຳໄລ 34,628 ລ້ານກີບ ທຽບຊ່ວງເວລາດຽວກັນໃນປີທີ່ຜ່ານມາ ເພີ່ມຂື້ນ 3.3 ເທົ່າ.

2. ບໍລິສັດ ວຽງຈັນເຊັນເຕີ ລາຍຮັບລວມ 4,715 ກຳໄລ 2,851 ລ້ານກີບ

3. ບໍລິສັດ ປີໂຕລ້ຽມເທຣດດີ້ງ (ປໍ້ານໍ້າມັນ Plus) ລາຍຮັບລວມ 1,638,686 ກຳໄລ 1,747 ລ້ານກີບ

ບໍລິສັດທີ່ຍັງຂາດທຶນ:

1. ບໍລິສັດ ຜະລິດໄຟຟ້າລາວ ລາຍຮັບລວມ 1,229,638 ລ້ານກີບ ຂາດທຶນ 99,709 ລ້ານກີບ

2. ທະນາຄານການຄ້າ ລາຍຮັບລວມ 1,660,987 ຂາດທຶນ 12,698 ລ້ານກີບ

3. ບໍລິສັດລາວເວີນ ລາຍຮັບລວມ 20,138 ລ້ານກີບ ຂາດທຶນ 11,499 ລ້ານກີບ

4. ຊີມັງລາວ ລາຍຮັບລວມ 1,249 ຂາດທຶນ 9,614 ລ້ານກີບ

5. ລາວອາໂກຣເທັກ ລາຍຮັບລວມ 4,111 ຂາດທຶນ 1,895 ລ້ານກີບ

6. ມະຫາທຶນ ເຊົ່າສິນເຊື່ອ ລາຍຮັບລວມ 16,038 ຂາດທຶນ 722 ລ້ານກີບ

*ໜາຍເຫດ: ບໍລິສັດລາວອາຊຽນເຊົ່າສິນເຊື່ອ ແລະ ບໍລິສັດພູສີ ຍັງບໍທັນປະກາດຜົນການດຳເນີນງານ

ທີ່ມາ: 10 STORY ເລື່ອງເລົ່າຂອງ 10

#TargetMagazine

Comments