7-11 ເປີດຢູ່ກຳປູເຈຍກຽມຂະຫຍາຍສາຂາຕໍ່ເນື່ອງ

7-11 ເປີດຢູ່ກຳປູເຈຍຄົບຮອບ 1 ປີ! ໄດ້ຮັບຜົນຕອບຮັບທີ່ດີ ແລະ ກຽມຂະຫຍາຍສາຂາຕໍ່ເນື່ອງເຊິ່ງໄດ້ສ້າງວຽກເຮັດງານທຳໃຫ້ຄົນໃນພື້ນທີ່ ເພາະຈະມີການຈ້າງຄົນໃນພື້ນທີ່ໃນການຂັບເຄື່ອນທຸລະກິດ, ບຸກຄະລະກອນທັງໃນສາຍສໍານັກງານ ແລະ ປະຕິບັດການຮ້ານ ເປັນຄົນກຳປູເຈຍ 99%.

ນອກຈາກນີ້ຍັງເປີດໂອກາດໃຫ້ຜູ້ປະກອບການທ້ອງຖິ່ນເຂົ້າມາຮ່ວມເປັນເຈົ້າຂອງທຸລະກິດ ແລະ ສາມາດສົ່ງຕໍ່ລຸ້ນສູ່ລຸ້ນໄດ້.

ເວົ້າໄດ້ວ່າ ຮ້ານ 7-11 ທຸກສາຂານັ້ນ ທຸກຂັ້ນຕອນແມ່ນສະໜັບສະໜູນ ທຸລະກິດໃນກຳປູເຈຍ ຕັ້ງແຕ່ຜູ້ຄ້າວັດສະດຸ, ຜູ້ຮັບເໝົາ, ຊ່າງສ້ອມແປງ ລວມທັງທຸລະກິດຂົນສົ່ງໃນປະເທດ ສິ່ງເຫຼົ່ານີ້ຖືເປັນການຊ່ວຍຂັບເຄື່ອນ ແລະ ຊຸກຍູ້ເສດຖະກິດຂອງກຳປູເຈຍໂດຍກົງ

ທີ່ມາ: TODAY Bizview

#TargetMagazine

Comments