ອົງການກວດສອບແຫ່ງລັດເຊັນບົດບັນທຶກການປະສານງານ ກັບ ທະນາຄານແຫ່ງ ສປປ ລາວ

ວັນທີ 5 ກັນຍາ 2022, ຢູ່ທີ່ທະນາຄານແຫ່ງ ສປປ ລາວ ໄດ້ມີພິທີເຊັນບົດບັນທຶກການປະສານງານຮ່ວມກັນ ລະຫວ່າງ ອົງການກວດສອບແຫ່ງລັດ ແລະ ທະນາຄານແຫ່ງ ສປປ ລາວ.

ສ້າງຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ການປະສານງານ ກ່ຽວກັບການເຄື່ອນໄຫວວຽກງານ ໂດຍສະເພາະ ການສະໜອງຂໍ້ມູນ, ຫຼັກຖານການກວດສອບ, ການນຳເນີນການກວດສອບ ໃຫ້ມີຄວາມລົ່ງລ່ຽນ, ຖືກຕ້ອງ.

ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະເມີດວິໄນແຜນການ-ການເງິນ, ຍົກສູງການຄຸ້ມຄອງມະຫາພາກທາງດ້ານເງິນຕາ, ການຄຸ້ມຄອງສະຖາບັນການເງິນ ແລະ ລະບົບການຊຳລະ ໃຫ້ມີສະຖຽນລະພາບ, ໂປ່ງໃສ.

ທີ່ມາ: ເສດຖະກິດການຄ້າ

#TargetMagazine

Comments