ໄທ ເງິນເຟີ້ເດືອນ ສິງຫາ ເພີ່ມຂຶ້ນ 7.9%

ໄທ ເງິນເຟີ້ເດືອນ ສິງຫາ ເພີ່ມຂຶ້ນ 7.9% ນັກເສດຖະສາດເຕືອນ ລາຄາສິນຄ້າອາດຈະແພງຂຶ້ນອີກສໍານັກງານນະໂຍບາຍ ແລະ ຍຸດທະສາດການຄ້າ ກະຊວງພານິດ ເປີດເຜີຍໂຕເລກເງິນເຟີ້ປະຈໍາ ເດືອນສິງຫາ ທີ່ຜ່ານມາ ຍັງເພີ່ມຂຶ້ນ 7.86% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ (YoY) ແລະ ເພີ່ມຂຶ້ນ 0.05% ເມື່ອທຽບກັບເດືອນທີ່ຜ່ານມາ (MoM)

ສາເຫດຫຼັກທີ່ເຮັດໃຫ້ອັດຕາເງິນເຟີ້ຂອງໄທຍັງເພີ່ມຂຶ້ນ ນີ້ແມ່ນຍ້ອນການເພີ່ມຂຶ້ນຂອງລາຄາພະລັງງານ 30.5% YoY ໂດຍສະເພາະ ລາຄານໍ້າມັນກາຊວນ, ແກັສຫຸງຕົ້ມ ແລະ ຄ່າໄຟຟ້າ ຊຶ່ງ​ເປັນ​ຕົ້ນທຶນການຂົນສົ່ງ ​ແລະ​ ການ​ຜະ​ລິດ ຍັງສູງຢູ່.ຄາດວ່າການສົ່ງຜ່ານຕົ້ນທຶນຂອງຜູ້ປະກອບການໄປສູ່ສິນຄ້າມີທ່າອ່ຽງເພີ່ມຂຶິ້ນ ຈາກລາຄາວັດຖຸດິບທີ່ສູງສອດຄ່ອງກັບອັດຕາເງິນເຟີ້ຂອງຜູ້ຜະລິດທີ່ສືບຕໍ່ເພີ່ມ.

ທີ່ມາ: TODAYBizview

#TargetMagazine

Comments