News

ເປີດສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແຂວງ ອຸດົມໄຊ ແຫ່ງທີ 5

ພິທີເປີດ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແຂວງ ອຸດົມໄຊ (ສບວ.ອຊ) ແຫ່ງທີ 5 ຈັດຂຶ້ນ ວັນທີ 02 ກັນຍາ 2022 ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ອຸດົມໄຊ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນຄົງ ຫ້ຼາຈຽມພອນ. ສູນດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມທີ່ຈະໃຫ້ບໍລິການແກ່ຜູ້ປະກອບກິດຈະການ ໃນການຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານການຄຸ້ມຄອງບໍລິຫານທຸລະກິດໃຫ້ມີຄວາມເຂັ້ມແຂງ, ພ້ອມໃນການແຂ່ງຂັນ ແລະ ປະກອບສ່ວນເຂົ້າ ໃນການສ້າງສາພັດທະນາເສດຖະກິດ.ພາຍໃຕ້ການສະໜັບສະໜູນໂຄງການສົ່ງເສີມການຮ່ວມມືທາງດ້ານເສດຖະກິດພາກພື້ນອາຊີ (SRECA)ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງສ້າງພາກພື້ນສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງໃນພາກພື້ນອາຊຽນ (ASEAN SME), ອົງການ GIZ. ແລະ ການປະກອບສ່ວນຈາກພາກທຸລະກິດອີກດ້ວຍ.​ ທີ່ມາ: Laos SME Service Center #TargetMagazine

Read More »

ຫາລືເລັ່ງແກ້ໄຂການບໍລິການ ລົດໄຟລາວ-ຈີນ ທັງຂະບວນໂດຍສານ ແລະ ສົ່ງສິນຄ້າ

ວັນທີ 31 ສິງຫາ 2022 ນີ້ 3 ພາກສ່ວນຄື: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດລາວ ໃນນັ້ນໄດ້ມີສຳມະນາກ່ຽວກັບການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟ ລາວ-ຈີນ. ທ່ານ ວັນທອງ ສິດທິກຸນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ຍົກປະເດັ່ນເລື່ອງການຊື້ປີ້ໂດຍສານລົດໄຟຂອງບໍລິສັດທ່ອງທ່ຽວ ແລະ ບຸກຄົນທົ່ວໄປມີຄວາມຫຍຸ້ງຍາກ, ບັນຫານາຍໜ້າຂາຍປີ້ຕໍ່, ການຂໍຕູ້ຂົນສົ່ງສິນຄ້າ ແລະ ສະເໜີໃຫ້ເພີ່ມບ່ອນບໍລິການຂາຍປີ້ໃນຕົນເມືອງ, ຈັດການຂາຍຜ່ານທາງອອນລາຍ ເພື່ອໃຫ້ສະດວກ ແລະ ວ່ອງໄວແກ່ການບໍລິການ. ທີ່ມາ: ເສດຖະກິດການຄ້າ #targetmagazine

Read More »

ການນໍາຂັ້ນສູງແຫ່ງ ສປປ ລາວ ອວຍພອນວັນຊາດຫວຽດນາມຄົບຮອບ 77 ປີ

ໂທລະເລກອວຍພອນ ຈາກ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ, ປະທານປະເທດທ່ານ ພັນຄໍາ ວິພາ ວັນ ນາຍົກລັດຖະ ມົນຕີທ່ານ ໄຊສົມ ພອນ ພົມວິຫານ ປະທານສະພາ ແຫ່ງຊາດທ່ານ ສະເຫຼີມໄຊ ກົມມະ ສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ເຖິງ ຄູ່ຮ່ວມຕໍາແຫນ່ງ ທີ່ ສສ ຫວຽດນາມ ເນື່ອງໃນໂອກາດວັນຊາດ, ແຫ່ງ ສສ ຫວຽດນາມ ຄົບຮອບ 77 ປີ ຂໍອວຍພອນໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນ ໃຫມ່ໃຫຍ່ຫຼວງກວ່າເກົ່າ. ໃຫ້ເປັນປະເທດອຸດສາຫະກໍາຕາມທິດ ທັນສະໄຫມໃຫ້ສໍາເລັດ ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ. ...

Read More »

ສົກຮຽນໃໝ່ 2022-2023 ໃນທົ່ວປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ

ສົກຮຽນໃໝ່ 2022-2023 ໃນທົ່ວປະເທດໄດ້ໄຂຂຶ້ນຢ່າງ ເປັນທາງການ ໃນວັນທີ 1 ກັນຍາ 2022 ທີ່ສູນຂໍ້ມູນຂ່າວສານການສຶກສາ ແລະ ກິລາ ໂດຍການເປັນປະທານຂອງທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນໃນທົ່ວປະເທດເຂົ້າຮ່ວມ ໂດຍຜ່ານລະບົບທາງໄກ. ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ສົກຮຽນ 2022-2023 ນີ້, ທົ່ວຂະແໜງສຶກສາ ແລະ ກິລາ ພວກເຮົາຈະໄດ້ສຸມໃສ່ປະຕິບັດແຜນພັດ ທະນາການສຶກສາ ແລະ ກິລາ 5 ປີຄັ້ງທີ IX (2021 2025) ໂດຍສະເພາະເສີມຂະຫຍາຍສິ່ງທີ່ພວກເຮົາເຮັດໄດ້ດີ ແລະ ແກ້ໄຂຂໍ້ຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນແມ່ນອັດຕາການເຂົ້າຮຽນ, ຄຸນນະພາບການຮຽນ-ການສອນ ແລະ ຄຸນນະພາບຂອງຜູ້ຮຽນ. ແຕ່ແນວໃດກໍຕາມ, ໃນສົກຮຽນ 2022-2023 ນີ້ ແມ່ນມີຄວາມສະດວກຫລາຍດ້ານ ຖ້າທຽບກັບ 2 ສົກຮຽນຜ່ານມາ ທີ່ມີການລະບາດຂອງພະຍາດໂຄວິດ-19. ...

Read More »

ບັນທຶກຄວາມເຂົ້າໃຈ ຮ່ວມມື 3 ບໍລິສັດຂົນສົ່ງ ລາວ-ຈີນ ສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າ ໃນເຂດໂລຊິດສະຕິກ ນວ

ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍຍຸດທະສາດການຮ່ວມມື ໃນສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າ ໃນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ບໍລິສັດ ຢູນນານ ຢາງຣຸຍ ຂາເຂົ້າ-ຂາອອກ ຈຳກັດ ແລະ ບໍລິສັດ China Post Express Logistics Co., Ltd Yunnan Branch ຂອງ ສປ ຈີນ. ການຮ່ວມມືຂອງ 3 ບໍລິສັດ ໃນໂຄງການສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າໃນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນນີ້ ຈະເປັນການພັດທະນາທຸລະກິດໃນຫຼາຍດ້ານເຊັ່ນ: 1. ການຈຳໜ່າຍສິນຄ້າດ່ວນ 2. ການຂົນສົ່ງສິນຄ້າ, ສິນຄ້າອີຄອມເມີດ ຂ້າມແດນ 3. ການຈັດການກ່ຽວກັບພາສີ, ສາງ, ການຈຳໜ່າຍ, ການຂົນສົ່ງ, ການປ່ຽນຖ່າຍສິນຄ້າ 4. ການສະໜອງສາງຂົນສົ່ງສິນຄ້າສາກົນທາງລົດໄຟ ລາວ-ຈີນ. ເພື່ອລົງເລິກການຂະຫຍາຍໃຫ້ ສປປ ລາວ ເປັນສູນກາງການຄົມມະນາຄົມຂົນສົ່ງ ແລະ ...

Read More »

S.Korea ຂຶ້ນດອກເບ້ຍ 0,25% ສູ້ເງິນເຟີ້

S.Korea ຂຶ້ນດອກເບ້ຍ 0,25% ສູ້ເງິນເຟີ້ ເພື່ອ​ຫລຸດຜ່ອນ​ຄວາມ​ຮຸນແຮງຂອງ​ເງິນ​ເຟີ້​ ເປັນການປັບຊຶ້ນດອກເບ້ຍຄັ້ງທີ 2 ຕິດຕໍ່ກັນ ປະຈຸ​ບັນ, ສ.​ເກົາຫຼີ ​ແມ່ນ​ປະ​ເທດ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ຂອງ​ອາຊີ ທີ່ກໍາລັງປະເຊີນກັບອັດຕາເງິນເຟີ້ສູ່ລະດັບສູງສຸດໃນຮອບ 13 ປີເຄິ່ງ. ເງິນເຟີ້ ສ. ເກົາຫຼີ ຢູ່ທີ່ 4.8%ເກົາຫຼີໃຕ້ດຳເນີນນະໂຍບາຍການເງິນສອດຄ່ອງກັບ ສະຫະລັດ (FED) ທີ່ມາ: https://asia.nikkei.com/…/Bank-of-Korea-warns-inflation…

Read More »

ສ. ເກົາຫຼີ ທຸ້ມເຕັມທີ່ກັບສາຍ IT ເລັ່ງສ້າງມະຫາວິທະຍາໄລຊອບແວ 100ແຫ່ງ

ສ. ເກົາຫຼີ ທຸ້ມເຕັມທີ່ກັບສາຍ IT ເລັ່ງສ້າງມະຫາວິທະຍາໄລຊອບແວ 100ແຫ່ງ ເພີ່ມຊົ່ວໂມງຮຽນອີກ 2ເທົ່າ! ສ. ເກົາຫຼີ ປັບຫຼັກສູດການສຶກສາໄປສູ່ອຸດສາຫະກໍາດິຈິຕອນ ຄາດ​ວ່າ​ຈະ​ພັດ​ທະ​ນາ​ແຮງງານທີ່​ມີ​ທັກ​ສະ​ດ້ານ​ໄອ​ທີ​ໃຫ້​ໄດ້ 1 ລ້ານ​ຄົນ​ພາຍ​ໃນ​ປີ 2026 ແລະໃຫ້ມີມະຫາວິທະຍາໄລດ້ານຊອບແວ 100ແຫ່ງ ພາຍໃນປີ 2027 ທັງປະກາດເພີ່ມຊົ່ວໂມງຮຽນວິຊາ IT ເປັນສອງເທົ່າ! ການ​ປັບ​ປຸງ​ໂຄງ​ສ້າງ​ການ​ສຶກ​ສາ​ໃນ​ເກົາ​ຫຼີ​ໃຕ້ຄັ້ງ​ນີ້​ ຈະເປັນຈຸດສໍາຄັນທີ່ເຮັດໃຫ້ເກົາຫລີໃຕ້ເປັນມະຫາອຳນາດດ້ານເທັກໂນໂລຊີ. ທີ່ມາ: https://www.koreaherald.com/view.php?

Read More »

5 ບັນຫາ ສໍາຄັນທີ່ຫາລືໃນກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ

5 ບັນຫາ ສໍາຄັນທີ່ຫາລືໃນກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ1. ສະຫຼຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2022 ຂອງລັດຖະບານ 2. ພິຈາລະນາປັບປຸງ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025) 3. ພິຈາລະນາອະນຸມັດຮັບຮອງເອົາໂຄງການບຸລິມະສິດ ເຂົ້າແຜນການລົງທຶນ ຂອງລັດຖະບານ ທີ່ຈະໄດ້ຮັບທຶນຈາກທະນາຄານໂລກ ໃນບ້ວງເງິນງົບປະມານ IDA 20 ສໍາລັບໄລຍະ 2023-2024 4. ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍມະຕິ ຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ 5. ບົດລາຍງານ ກ່ຽວກັບການປັບປຸງບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ.ຂ່າວ: ສນຍ

Read More »

ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຊ່ວຍເຫຼືອ ສາທິດຕິດຕັ້ງບ່ອນສາກລົດໄຟຟ້າດ້ວຍພະລັງງານແສງຕາເວັນ

ລົງນາມການຮ່ວມມືລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ,​ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (ສປ ຈີນ)​ ວັນທີ 19 ສິງຫາ 2022 ເປັນໂຄງການຊ່ວຍເຫລືອລ້າຂອງບໍລິສັດ CSG-YNIC ໂດຍມີເປົ້າໝາຍເພື່ອທົດລອງຕິດຕັ້ງສະຖານີສາກລົດໄຟຟ້າ ດ້ວຍພະລັງງານແສງຕາເວັນ ທີ່ມີກຳລັງຕິດຕັ້ງ 60 ກິໂລວັດ ເປັນການສ້າງຄວາມເຊື່ອໝັ້ນຕໍ່ຜູ້ຊົມໃຊ້ພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ເຊິ່ງເປັນນະໂຍບາຍຂອງລັດຖະບານ ໃນການສົ່ງເສີມຫັນມານຳໃຊ້ລົດໄຟຟ້າ ທົດແທນລົດນຳໃຊ້ນໍ້າມັນນັບມື້ນັບຫລາຍຂື້ນ. ທີ່ມາ: ເສດຖະກິດການຄ້າ#TargetMgazine

Read More »

ຄ່າແຮງຕ່ຳສຸດ JAPAN ເລີ່ມຕົ້ນທີ່ 105,000 ກີບ/ຊົ່ວໂມງ

ຄ່າແຮງຕ່ຳສຸດ JAPAN ເລີ່ມຕົ້ນທີ່ 105,000 ກີບ/ຊົ່ວໂມງ#targetmagazine #minimumwage #japan https://tradingeconomics.com/japan/minimum-wages

Read More »