ເປີດນໍາໃຊ້ຂົວຫ້ວຍໝາກແງວ ທຽວໄດ້ສະເພາະລົດຂະໜາດນ້ອຍ ໜັກບໍ່ເກີນ 12 ໂຕນ

ເປີດນໍາໃຊ້ຂົວຫ້ວຍໝາກແງວ ທຽວໄດ້ສະເພາະລົດຂະໜາດນ້ອຍ ໜັກບໍ່ເກີນ 12 ໂຕນ ເພາະເປັນການແກ້ໄຂສຸກເສີນເປີດນໍາໃຊ້ຂົວຫ້ວຍໝາກແງວ ເມືອງບາຈຽງ ແຂວງຈໍາປາສັກ (ຕາມເສັນທາງເລກທີ 20) ທີ່ໄດ້ຮັບການແກ້ໄຂສ້ອມແປງສຸກເສີນ.

ໃນວັນທີ 7 ກັນຍາ 2022ເປັນການ ສ້ອມແປງແກ້ໄຂແບບຊົ່ວຄາວ ທີ່ສາມາດຮັບນ້ໍາຫນັກໄດ້ພຽງແຕ່ບໍ່ເກີນ 12 ໂຕນ ແລະ ອະນຸຍາດໃຫ້ພາຫະນະທີ່ ມີຄວາມສູງບໍ່ເກີນ 3 ແມັດ ແລະ ນໍາໃຊ້ແຕ່ພາຫະນະລົດກະບະ, ລົດໂດຍສານຂະຫນາດນ້ອຍ.ການແກ້ໄຂສ້ອມແປງສຸກເສີນແມ່ນແກ້ໄຂພຽງແຕ່ຊົ່ວຄາວ ເຊິ່ງບໍ່ໄດ້ແກ້ໄຂແບບຖາວອນ ທີ່ມີມາດຕາຖານ ເຕັກນິກສູງສໍາລັບ ພາຫະນະລົດບັນທຸກນໍ້າຫນັກເກີນ 12 ໂຕນຂຶ້ນໄປ ແລະ ພາຫະນະທີ່ມີຄວາມສູງເກີນ 3 ແມັດຂຶ້ນໄປ ແມ່ນໃຫ້ໄປນໍາໃຊ້ເສັ້ນທາງອື່ນ. ລາຍລະອຽດແຈ້ງການກ້ອງຄອມເມັ້ນ

ທີ່ມາ: ກະບອກສຽງ ບ້ານເຮົາ

#TargetMagazine

Comments