ລາວ ເລັ່ງສົ່ງເສີມ ຫັດຖະກຳຊົນເຜົ່າ ສູ່ຕະຫລາດສາກົນ

ລາວ ເລັ່ງສົ່ງເສີມ ຫັດຖະກຳຊົນເຜົ່າ ສູ່ຕະຫລາດສາກົນສະມາຄົມຫັດຖະກຳລາວ ຮ່ວມກັບ ບໍລິສັດມິສທິນກ້າວໜ້າລາວ ຈຳກັດ ຈະຈັດງານສັບປະດາຫັດຖະກຳຊົນເຜົ່າ(Lao Ethnical Crafts Week), ໃນລະຫວ່າງວັນທີ 8-18 ກັນຍາ 2022 ນີ້, ຢູ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ.

ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ຫັດຖະກຳຊົນເຜົ່າໃນສປປ ລາວ ໃຫ້ສາມາດຂະຫຍາຍການຕະຫລາດ ນັບມື້ກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດ ຕະພັນຂອງຕົນອອກໄປສູ່ຕະຫລາດສາກົນ ກໍຄື ໃຫ້ສາມາດນໍາເອົາສິນຄ້າໄປວາງສະແດງ ແລະ ຂາຍຢູ່ໃນສູນການຄ້າພາກຊັນ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ເນື່ອງຈາກວ່າສູນການຄ້າພາກຊັນ ເປັນສູນການຄ້າທີ່ມີເຄືອຂ່າຍກວ້າງຂວາງ ແລະ ມີເຖິງ 100 ກວ່າສາຂາ ໃນທົ່ວໂລກ, ທັງມີສາຂາຍ່ອຍຢູ່ໃນຫລາຍປະເທດ.

ທີ່ມາ: ຂປລ

#TargetMagazine

Comments