ແຈ້ງ! ຍົກເລີກເກັບອາກອນ ແບບຈີກປີ້ປະຈຳວັນ​ ແລະ​ ອອກບັດປະຈຳເດືອນ​ ນໍາບຸກຄົນ ແລະ ວິສາຫະກິດຂະໜາດນ້ອຍ

ແຈ້ງ! ຍົກເລີກເກັບອາກອນ ແບບຈີກປີ້ປະຈຳວັນ​ ແລະ​ ອອກບັດປະຈຳເດືອນ​ ນໍາບຸກຄົນ ແລະ ວິສາຫະກິດຂະໜາດນ້ອຍ

ລັດຖະມົນຕີກະຊວງການເງິນອອກຄຳສັ່ງດັ່ງນີ້:

1. ໃຫ້ຍົກເລີກການເກັບອາກອນແບບຈີກປີ້ປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາບຸກຄົນ ແລະ ຊາວ ກະສິກອນ ທີ່ເປັນພົນລະເມືອງລາວ ທີ່ຄ້າຂາຍສິນຄ້າຈາກຜົນຜະລິດກະສິກໍາຢູ່ໃນຕະຫຼາດທົ່ວໄປ ແລະ ວິສາຫະກິດຂະຫນາດນ້ອຍ ທີ່ມີລາຍຮັບປະຈໍາປີແຕ່ 50,000,000 ກີບລົງມາ.

2. ສໍາລັບຫົວຫນ່ວຍທຸລະກິດ ທີ່ມີລາຍຮັບປະຈໍາປີ ແຕໍ 50,000,000 ກີບ ຫາ 400,000,000 ກີບ, ໃຫ້ຄິດໄລ່ເກັບອາກອນໃນຮູບແບບຈຸນລະວິສາຫະກິດ.

ລາຍລະອຽດແຈ້ງການໃນຄອມເມັ້ນ

ທີ່ມາ: ກະຊວງການເງິນ

#TargetMagazine

Comments