1. The Great Rejuvenation ຄືນຊີວິດໃໝ່ໃຫ້ແກ່ການເຮັດວຽກ ພະນັກງານມັກລາອອກ ຍ້ອນຜູ້ຄົນເລີ່ມຮູ້ໄດ້ວ່າການເຮັດວຽກບໍ່ແມ່ນທຸກຢ່າງຂອງຊີວິດ ໄດ້ເກີດມີການເຮັດວຽກຮູບແບບໃໝ່, ພະນັກງງານຫັນມາເນັ້ນສ້າງສົມດຸນໃນການເຮັດວຽກເຊັ່ນ ເລືອກບໍ່ເຮັດວຽກປະຈຳ, ເຮັດວຽກຊົ່ວຄາວບໍ່ເປັນຫຼັກແຫຼ່ງ ຫຼືເຮັດວຽກແບບເຂົ້າການແນ່ສະຫຼັບໄປທ່ຽວໄດ້! ສິ່ງທີ່ອົງກອນຕ້ອງມີຄືມູ່ງຮັກສາ ແລະ ສັນຫາທິມ ໃຫ້ຄວາມຍືດຍຸ່ນກັບການເຮັດວຽກ! 2. Genome Economy ເອົາຊະນະຄວາມເຈັບປ່ວຍດ້ວຍເສດຖະກິດຈີໂນມ ນັກວິໄຈໄດ້ພັດທະນາ MedTech ປ່ຽນຈາການຕັ້ງຮັບມາເປັນການປ້ອງກັນ 3. The New Romantics ບໍ່ໄດ້ຮັກກັນແບບຫຼິ້ນໆ! ປັດຈຸບັນເກີດພາວະເດັກເກີດຮັກຄັ້ງທຳອິດຊ້າລົງ ແລະ ຜູ້ໃຫຍ່ມີຄວາມຕ້ອງການທາງເພດຫຼຸດລົງ ເຮັດໃຫ້ສິນຄ້າ ແລະ ບໍລິການຕ້ອງສື່ສານກ່ຽວກັບຄວາມຮັກ ຫຼືເລື່ອງກ່ຽວກັບເພດເພື່ອດຶງດູດຄວາມຕ້ອງການໃນເລິກໆຂອງຜູ້ບໍລິໂພກອອກມາ. 4. Digital Balance ຮັກສາສົມດຸນໃຫ້ກັບຊີວິດຍຸກໃໝ່ ຫຼຸດລະບຽບຕ່າງໆ ເພື່ອຫຼຸດຜ່ອນຄວາມຄຽດ, ຄວາມກົດດັນໃຫ້ໂຕເອງ ບໍ່ບັງຄັບໂຕເອງໃຫ້ມີລະບຽບເກີນໄປ ໃຫ້ຜ່ອນຄາຍກັບການໃຊ້ຊີວິດແນ່ກໍໄດ້ເຊັ່ນ: ການເຊືອບຫຼັບຕອນບ່າຍ ຫຼືໃຫ້ໂຕເອງໄດ້ເຮັດບາງຢ່າງທີ່ຢາກເຮັດ. 5. Decoding Emotion ຖອດລະຫັດອາລົມ ຄົນເລີ່ມສົນໃຈໂຕເອງເຊັ່ນ ຄວາມເປັນ LGBTQ+ ຄວນຈະຟັງເພງແບບໃດ ເຄົາລົບຄວາມຕ້ອງການຂອງໂຕເອງເພີ່ມຂຶ້ນ. ຂໍ້ມູນ: https://www.blockdit.com/posts/634b78431ad8cc6b694a703b #TargetMagazine
Read More »News
ອຸດສາຫະກຳຕັດຫຍິບລາວຟື້ນໂຕດີ ນັກລົງທຶນຫັນມາສົນໃຈຫຼາຍ ແຕ່ກຳລັງຍັງຂາດແຮງງານ!
ອຸດສາຫະກຳຕັດຫຍິບລາວຟື້ນໂຕດີ ນັກລົງທຶນຫັນມາສົນໃຈຫຼາຍ ແຕ່ກຳລັງຍັງຂາດແຮງງານ! ທ່ານ ໄຊບັນດິດ ຣາຊພົນ, ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວກ່າວວ່າ: ປັດຈຸບັນ, ທົ່ວປະເທດມີໂຮງງານຕັດຫຍິບ 77 ແຫ່ງ, ໃນນີ້ ຢູ່ນະຄອນຫລວງວຽງຈັນ 72 ແຫ່ງ ສໍາລັບຕະຫລາດສົ່ງອອກ 1. ປະເທດໃນເອີຣົບ 80% 2. ຍິ່ປຸ່ນ 9% 3. ສະຫະລັດອາເມລິກາ 4% 4. ແຄນນາດາ 2% ແລະ ອື່ນໆ ແຕ່ລະປີສາມາດສົ່ງອອກໄດ້ປະມານ 200 ລ້ານກວ່າໂດລາສະຫະລັດ. ອຸດສະຫະກໍາຕັດຫຍິບລາວ ເລີ່ມຟື້ນໂຕດີຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ນັກລົງທຶນຕ້ອງການເຂົ້າມາລົງທຶນໃນດ້ານນີ້ເພີ່ມຫລາຍຂຶ້ນ ແຕ່ປັດຈຸບັນບໍ່ສາມາດຮອງຮັບໄດ້ໝົດຍ້ອນຍັງພົບບັນຫາການຂາດເຂີນກໍາລັງແຮງງານ. ທີ່ມາ: FM 90 #TargetMagzaine
Read More »ຜົນເປັນແນວໃດ? ຄັ້ງ 3 ຂອງປະຊຸມຄະນະຊີ້ນໍາການຄຸ້ມຄອງລາຄາສິນຄ້າ-ຄ່າບໍລິການ
ໃນຕອນເຊົ້າຂອງວັນທີ 4 ຕຸລາ 2022 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າພາຍໃນ ໃນນາມຫ້ອງການກອງເລຂາຊ່ວຍວຽກ ໄດ້ຈັດກອງປະຊຸມ ຄັ້ງທີ 3 ຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ) ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະສຸກ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຫ້ອງການກະຊວງ, ທ່ານຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການເຂົ້າຮ່ວມ 30 ທ່ານ.ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການສະຫລຸບ-ລາຍງານ ການຈັດຕັ້ງປະຕິບັດ ຂອງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ...
Read More »CEO Toyota ເບິ່ງວ່າ ລົດໄຟຟ້າ ຍັງບໍ່ແມ່ນກະແສຫຼັກ ລົດສ່ວນໃຫຍ່ໃນໂລກຍັງເປັນລົດສັນດາບ!
CEO Toyota ເບິ່ງວ່າ ລົດໄຟຟ້າ ຍັງບໍ່ແມ່ນກະແສຫຼັກ ລົດສ່ວນໃຫຍ່ໃນໂລກຍັງເປັນລົດສັນດາບ! ລົດສັນດາບ(ລົດທີ່ໃຊ້ເຊື້ອໄຟ) ຈະຖືກແທນທີ່ດ້ວຍ ລົດໄຟຟ້າທັງໝົດນັ້ນ ຍັງຕ້ອງໃຊ້ເວລາອີກດົນກວ່າຫຼາຍສື່ກ່າວໄວ້. ເຮັດໃຫ້ Toyota ຍັງມີການລົງທຶນໃນການພັດທະນາລົດປະເພດຕ່າງໆ ເຊັ່ນ ລົດທີ່ໃຊ້ນໍ້າມັນ, ລົດ Hybrid ລວມທັງລົດພະລັງງານໄຮໂດເຈນ. ທີ່ມາ: MarketThink #TargetMagazine
Read More »ຫວຽດນາມ ດາວເດັ່ນດວງໃໝ່ຂອງອາຊຽນ!
ຫຼາຍປະເທດມູ່ງໜ້າລົງທຶນສຳນັກງານສະຖິຕິແຫ່ງຊາດຫວຽດນາມ ໄດ້ລາຍງານໃນວັນທີ 29 ກັນຍາ 2022 ທີ່ຜ່ານມາວ່າ GDP ໄຕມາດ 3 2022 ຂະຫຍາຍໂຕ 13.67% ເມື່ອປຽບທຽບກັບປີທີ່ຜ່ານມາ, ຫຼຸດລົງ 6.02%. 1. ຫວຽດນາມມີທ່າແຮງເປັນຕະຫຼາດ ແລະ ພື້ນຖານການຜະລິດຂະໜາດໃຫຍ່ 2. ມີປະຊາກອນທັງໝົດ 98.5 ລ້ານຄົນ ແລະຫຼາຍກວ່າເຄິ່ງໜຶ່ງແມ່ນມີອາຍຸຕ່ຳກວ່າ 35 ປີ 3. ເປັນຕະຫຼາດຜູ້ບໍລິໂພກທີ່ຫນ້າສົນໃຈ ແລະ ພັດທະນາເປັນຕົວເມືອງຫຼາຍຂຶ້ນ 4. ຄ່າແຮງງານຖືກ ຄ່າຈ້າງຂັ້ນຕໍ່າແມ່ນ $139-200 ຕໍ່ເດືອນ ປະມານ ຂໍ້ມູນ: Thairath Online #TargetMagazine
Read More »ລາວ-ກູບາ ບັນທຶກຄວາມເຂົ້າໃຈ ການຮ່ວມມື ສໍາຄັນ 4 ດ້ານ
ລາວ-ກູບາ ບັນທຶກຄວາມເຂົ້າໃຈ ການຮ່ວມມື ສໍາຄັນ 4 ດ້ານ ລາວ-ກູບາ ຢືນຢັນມຸ່ງໝັ້ນ ຈະສືບຕໍ່ຊອກຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະ ດ້ານເສດຖະກິດ-ການຄ້າ ໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ. ສໍາຄັນ ສອງຝ່າຍໄດ້ລົງນາມເອກະສານບົດບັນທຶກຄວາມເຂົ້າໃຈ ຈຳນວນ 4 ສະບັບຄື: 1. ການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ຄົ້ນຄວ້າວິທະຍາສາດໃນໄລຍະປີ 2022-2027 2. ການຮ່ວມມືໃນຂົງເຂດກະສິກໍາ 3. ແຜນການຮ່ວມມືດ້ານການແພດ 4. ຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລລາຮາວານ ໃນຂົງເຂດການສຶກສາ. ຂ່າວ: ກະຊວງການຕ່າງປະເທດ #TargetMagazine
Read More »ເຊັນສັນຍາ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ຢູ່ປາກຊ່ອງ ເນື້ອທີ່ 150 ເຮັກຕາ
ເຊັນສັນຍາ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ຢູ່ປາກຊ່ອງ ເນື້ອທີ່ 150 ເຮັກຕາ ບູລິມະສິດແຮງງານຕ້ອງເປັນຄົນລາວ! ພິທີເຊັນສັນຍາສໍາປະທານ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານໜອງ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນ ວັນທີ 3 ຕຸລາ 2022. ບໍລິສັດ ເອັມດີເອ (ລາວ) ຈໍາກັດ ຕ້ອງລົງທຶນທັງໝົດຕາມຕົ້ນທຶນໂຄງການທີ່ມີມູນຄ່າ ຢ່າງໜ້ອຍ 7 ລ້ານໂດລະສະຫະລັດ, ທຶນຈົດທະບຽນ ມູນຄ່າ 2,1 ລ້ານໂດລາສະຫະລັດ ອາຍຸສັນຍາ 15 ປີ. ແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງໃຫ້ບູລິມະສິດແຮງງານທີ່ເປັນຄົນລາວ, ເຈົ້າຂອງທີ່ດິນ ແລະ ຄົນທ້ອງຖິ່ນ ໃນເຂດໂຄງການເຂົ້າເຮັດວຽກ, ດ້ວຍການຝຶກອົບຮົມ ຍົກລະດັບສີມືແຮງງານ ແລະ ຕ້ອງຮັບການປະກັນສັງຄົມ. ທີ່ມາ: ປະເທດລາວ Pathedlao #TargetMagazine
Read More »Meta ຂາລົງໜັກ ຕັດງົບ, ຫຼຸດຄົນ ໂອກາດເປັນໄປໄດ້ສູງ!
Mark ກ່າວວ່ານີ້ຈະເປັນການຕັດງົບປະມານຄັ້ງໃຫຍ່ ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2014 ບໍລິສັດຈະຢຸດການຈ້າງ ແລະ ປັບໂຄງສ້າງບາງທີມເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຈັດລໍາດັບຄວາມສໍາຄັນຄືນໃຫມ່ ສິ່ງທີ່ຄາດວ່າຈະເຫັນໃນປີຫນ້າແມ່ນບໍລິສັດ Meta ຈະມີຂະຫນາດນ້ອຍກວ່າທີ່ເຄີຍເປັນ. ລາຍງານຈາກ Bloomberg ໂດຍອ້າງອີງໃສ່ກອງປະຊຸມພະນັກງານພາຍໃນ Meta Mark Zuckerberg ໄດ້ສະຫຼຸບແຜນຄ້າວໆວ່າ ບໍລິສັດອາດຈະຕັດງົບປະມານສໍາລັບທີມງານສ່ວນໃຫຍ່ ເຖິງແມ່ນວ່າທີມງານທີ່ກຳລະຈະເຕີບໃຫຍ່ກໍຈະຖືກຫຼຸດງົບລົງເຊັ່ນກັນ. ຮຸ້ນ Meta ຫຼຸດລົງ 3.7 % ແລະ ໃນປີນີ້, ຮຸ້ນ Meta ໄດ້ຫຼຸດລົງ 60% ທີ່ມາ: TODAY Bizview #TargetMagazine
Read More »ຂາຍແພງແຕ່ມູນຄ່າການສົ່ງອອກເພີ່ມຂຶ້ນທຸກໆປີ!
ຍີ່ປຸ່ນໃຫ້ຄວາມສຳຄັນກັບວຽກງານການກະເສດບໍ່ໜ້ອຍກວ່າວຽກງານດ້ານອື່ນ ໄລຍະສົງຄາມໂລກຄັ້ງທີສອງ ຍີ່ປຸ່ນເຄີຍເປັນປະເທດຂາດແຄນອາຫານ ແຕ່ລັດຖະບານຍີ່ປຸ່ນໄດ້ປະຕິຮູບການກະເສດຄັ້ງໃຫຍ່ 1. ກຳນົດການຖືຄອງທີ່ດິນ 2. ສ້າງຕັ້ງສະຫະກອນການກະເສດເບິ່ງແຍງຊ່ວຍເຫຼືອຊາວກະເສດທຸກດ້ານ 3. ເຮັດໃຫ້ຜົນຜະລິດດີຂຶ້ນ, ຂາຍໄດ້ລາຄາດີ ແຕ່ກໍພົບກັບອຸປະສັກຄັ້ງໃຫຍ່ເມື່ອຍີ່ປຸ່ນເຂົ້າຮ່ວມອົງການອາຫານໂລກ WTO ໃນປີ 1994 ເຮັດໃຫ້ອຸດໜຸນລາຄາບໍ່ໄດ້ແບບເກົ່າ. ສິນຄ້າພາຍໃນເລີ່ມໄດ້ຮັບຜົນກະທົບໜັກ. 1. ຂາຍບໍ່ອອກເນື່ອງຈາກມີລາຄາທີ່ສູງ 2. ຄົນພາຍໃນເລີ່ມຫັນໄປຊື້ສິນຄ້າທີ່ນໍາເຂົ້າເພາະລາຄາຖືກ 3. ຄົນເລີ່ມປ່ຽນພຶດຕິກຳກິນເຂົ້າໜ້ອຍລົງ ກິນຊີ້ນເພີ່ມຂຶ້ນ ແລ້ວເຮັດແນວໃດພາກການກະເສດຂອງຍີ່ປຸ່ນຈຶ່ງຢູ່ລອດ? 1. ຫຼຸດຕົ້ນທຶນການຜະລິດ 2. ລັດຖະບານຍີ່ປຸ່ນເພີ່ມມູນຄ່າສິນຄ້າກະເສດ “ເຮັດໃຫ້ເປັນສິນຄ້າເກດພຣີມ້ຽມ” 3. ຕໍ່ຍອດ ແລະ ເພີ່ມມູນຄ່າ ເຊັ່ນ ນໍາເຂົ້າຍີ່ປຸ່ນໄປເຮັດເປັນເຫຼົ້າສາເກ 4. ເພີ່ມມູນຄ່າທາງການຕະຫຼາດເຊັ່ນ ແຊກເລື່ອງລາວເຂົ້າໄປໃນສິນຄ້າ, ຂະບວນການຜະລິດເຮັດໃຫ້ແຕກຕ່າງຈາກຄູ່ແຂ່ງ ແລະ ຍັງສາມາດຕັ້ງລາຄາໄດ້ສູງຂຶ້ນອີກດ້ວຍ. 5. ສ້າງລະບົບກວດສອບແບບຍ້ອນກັບ ໃຫ້ຜູ້ຊື້ຮູ້ໄດ້ວ່າສິນຄ້າປອດໄພທຸກຂະບວນການ ເຮັດໃຫ້ສິນຄ້າກະເສດ ສາມາດເປັນສິນຄ້າພຣີມ້ຽມ ແລະ ຜູ້ບໍລິໂພກກໍຮູ້ສຶກວ່າຄຸ້ມຄ່າຕໍ່ລາຄາທີ່ຈ່າຍ. ເຮັດໃຫ້ມູນຄ່າການສ່ົ່ງອອກສິນຄ້າກະເສດຂອງຍີ່ປຸ່ນເພີ່ມຂຶ້ນທຸກປີ ເຕີບໃຫຍ່ຂຶ້ນ 3 ເທົ່າພາຍໃນເວລາບໍ່ຮອດ 10 ປີ. ຂໍ້ມູນ: ລົງທຶນແມນ #TargetMagazine
Read More »ທາງດ່ວນເສັ້ນທຳອິດຂອງກຳປູເຈຍ ເລີ່ມທົດລອງນໍາໃຊ້ແລ້ວ!
ວັນທີ 1 ຕຸລາປີ 2022 ນີ້, ທາງດ່ວນພະນົມເປັນ-ທ່າກຳປັ່ນສີຫະນຸ ກຳປູເຈຍ ທີ່ບໍລິສັດໂຄງການກໍ່ສ້າງເສັ້ນທາງ ແລະ ຂົວຈີນຈຳກັດ ລົງທຶນ, ກໍ່ສ້າງ ແລະ ຮັບຜິດຊອບການທຸລະກິດນັ້ນ ໄດ້ເລີ່ມທົດລອງແລ່ນລົດແລ້ວ, ທາງດ່ວນດັ່ງກ່າວເປັນ ທາງດ່ວນເສັ້ນທຳອິດຂອງກຳປູເຈຍ. ແມ່ນໂຄງການທີ່ບໍລິສັດກໍ່ສ້າງເສັ້ນທາງແລະຂົວຈີນຈຳກັດ ລົງທຶນຕາມຮູບແບບ “ກໍ່ສ້າງ-ທຸລະກິດ-ມອບ”, ໃຊ້ມາດຕະຖານຄຸນນະພາບຈີນ.ພາຍຫຼັງທາງດ່ວນ ດັ່ງກ່າວໄດ້ເປີດນຳໃຊ້ແລ້ວ, ຂີ່ລົດຈາກພະນົມເປັນໄປຫາທ່າກຳປັ່ນສີຫານຸ ຈະປະຫຢັດເວລາເດີນທາງຈາກ 5 ຊົ່ວໂມງປາຍໃນເມື່ອກ່ອນ ໃຫ້ໜ້ອຍລົງເປັນພຽງບໍ່ຮອດ 2 ຊົ່ວໂມງເທົ່ານັ້ນ. ທີ່ມາ: CRI-FM93 #TargetMagazine
Read More »