ຕາມຂ່າວຈາກ ລອນດອນ, ອັງກິດ ປະກາດ ຢຸດຖ້ຽວບິນ ມາຈາກ ສະຫະນະຄອນ ເອເມຣັດ ອາຣັບ(UAE) ຕັ້ງແຕ່ວັນທີ29ມັງກອນ ເປັນຕົ້ນ ເພື່ອປ້ອງກັນ ການລະບາດ ໂຄວິດ-19 ທີ່ກາຍພັນ ໃນອາຟຣິກໃຕ້ ເທົ່າກັບ ປິດເສັ້ນທາງ ການບິນ ສາກົນ ລະຫວ່າງ ນະຄອນຫລວງ ລອນດອນ ແລະ ນະຄອນ ດູໄບ ຫລັງຈາກ ອັງກິດ ປະກາດເພີ່ມ ຢູເອອີ,ບູຣູນດີ ແລະ ຣູວັນດາ ໄວ້ໃນລາຍຊື່ປະເທດ ທີ່ຖືກສັ່ງຫ້າມ ເດີນທາງ ເຂົ້າປະເທດ ແຕ່ຍົກເວັ້ນ ຊາວອັງກິດ, ຊາວອຽກລັງ ແລະ ຊາວຕ່າງປະເທດ ທີ່ຖືໜັງສີເດີນທາງ(ວີຊ້າ)ທີ່ພັກອາໃສ ສາມາດ ເດີນທາງເຂົ້າ ອັງກິດໄດ້ ແຕ່ຈະຕ້ອງຖືກ ກັກຕົວໃນເຮືອນ ເປັນເວລາ 10ວັນ ຂປລ
Read More »News
ນາຍົກລັດຖະມົນຕີ ເນັ້ນ ກະຊວງ ຮສສ ຍັງມີສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ
ໃນຕອນບ່າຍຂອງວັນທີ 28 ມັງກອນ 2021 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2020 ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດຫລາຍດ້ານ ຂອງວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ສັງເກດເຫັນວ່າ ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ພິຈາລະນາປັບປຸງແກ້ໄຂ ເປັນຕົ້ນ ແຫລ່ງຂໍ້ມູນໂຄງປະກອບກຳລັງແຮງງານ ຕາມຂະແໜງການເສດຖະກິດ ແລະ ຂໍ້ມູນຂ່າວສານຕະຫລາດແຮງງານ ຍັງບໍ່ມີຄວາມຊັດເຈນ; ການດັດສົມລະຫວ່າງການສະໜອງ ແລະ ຄວາມຕ້ອງການໃນການພັດທະນາສີມືແຮງງານ ຕາມຂະແໜງ ການເສດຖະກິດຍັງບໍ່ທັນກົມກຽວກັນ; ພື້ນຖານໂຄງລ່າງ, ອຸປະກອນການພັດທະນາສີມືແຮງງານ ແລະ ມາດຕະຖານສີມືແຮງງານລະດັບຕ່າງໆຍັງມີຈຳກັດ ແລະ ບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານ; ການສົ່ງເສີມການຈັດຫາງານ ແລະ ການເຂົ້າເຖິງການບໍລິການຈັດຫາງານໃນລະບົບຍັງບໍ່ທັນເຂັ້ມແຂງ, ແຮງງານທີ່ເຮັດວຽກເພື່ອການຊົມ ໃຊ້ໃນຄົວເຮືອນທີ່ບໍ່ມີລາຍຮັບ ຫລື ຜົນກໍາໄລຍັງມີຫລາຍ, ການຂາດແຄນແຮງງານໃນທ້ອງຖິ່ນ ແລະ ...
Read More »ກະຊວງສາທາ ກຽມພ້ອມທີມແພດ ຮັບໃຊ້ການເລືອກຕັ້ງ ສສຊ-ສສຂ
ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 27 ມັງກອນ 2021 ນີ້ວ່າ: ໃນທ່າມກາງບັນຍາ ກາດການກະກຽມ ຂະບວນການເລືອກຕັ້ງຢ່າງຟົດຟື້ນ ຂອງຜູ້ລົງສະໝັກເລືອກຕັ້ງ ແລະ ປະຊາຊົນຜູ້ທີ່ມີສິດເລືອກຕັ້ງ, ພ້ອມດ້ວຍທຸກພາກສ່ວນຕ່າງກໍພວມສຸມໃສ່ປະກອບສ່ວນ ໃຫ້ແກ່ເລືອກຕັ້ງສະມາຊິກສະພາ ຊຸດທີ IX, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ ຊຸດທີ II ທີ່ຈະຈັດຂຶ້ນໃນເດືອນກຸມພາ 2021 ທີ່ຈະມາເຖິງນີ້ ຢ່າງເປັນຂະບວນຟົດຟື້ນນັ້ນ. ສໍາລັບທີມນັກຮົບເສື້ອຂາວ ຂອງພວກເຮົາແມ່ນໄດ້ກຽມພ້ອມແລ້ວ ເພື່ອປະກອບສ່ວນຮັບໃຊ້ຕໍ່ການເລືອກຕັ້ງດັ່ງກ່າວ, ໂດຍສະເພາະແມ່ນໄດ້ຈັດທີມແພດທີ່ຢູ່ແຕ່ລະແຂວງ ໃຫ້ຈັດຕັ້ງກັນລົງໄປຢູ່ແຕ່ລະເມືອງ ແລະ ແຕ່ລະຈຸດຂອງການເລືອກຕັ້ງ ໃນຂອບເຂດທົ່ວປະເທດ. ປັດຈຸບັນ, ກະຊວງສາທາ ລະນະສຸກ ພວກເຮົາ ແມ່ນໄດ້ເລີ່ມແຈກຢາຍເຄື່ອງປ້ອງກັນໂຕເອງ ລົງໄປໃຫ້ແຕ່ລະແຂວງແລ້ວ ເປັນຕົ້ນ ຜ້າອັດປາກ-ດັງ ພ້ອມກັບເຈວລ້າງມື. ສະເພາະຢູ່ສູນກາງພວກເຮົາ ກໍໄດ້ກະກຽມທີມແພດຫລາຍຮ້ອຍຄົນໄວ້ຢູ່ຫລາຍຈຸດຂອງການເລືອກຕັ້ງ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງໃນຄັ້ງນີ້ ເຫັນວ່າທີມແພດຂອງພວກເຮົາມີພຽງພໍ.ທ່ານ ດຣ. ບຸນກອງ ສີຫາວົງ ກ່າວຕື່ມວ່າ: ການເລືອກຕັ້ງຄັ້ງນີ້, ຖືເປັນວຽກງານທີ່ສໍາຄັນ ເພາະການເລືອກຕັ້ງສະມາຊິກສະພາແຫ່ງຊາດ ເຊິ່ງມັນໄດ້ເວົ້າເຖິງປະຊາທິປະໄຕ, ...
Read More »ເສດຖະກິດໂລກ ປີ2021 ຈະຂະຫຍາຍຕົວຢ່າງສົດໃສ
ຕາມຂ່າວຈາກ ຫວຽດນາມ, ເມື່ອບໍ່ດົນມານີ້ ກອງທຶນ ການເງິນ ສາກົນ (IMF) ໄດ້ສະແດງຄວາມຫວັງ ກ່ຽວກັບສະຖານະການເສດຖະກິດໂລກ ປີ2021 ຈະຂະຫຍາຍຕົວຢ່າງສົດໃສ ລະດັບ 5,5% ສູງກວ່າ ຕົວເລກ ທີ່ຄາດການໄວ້ 0,3% ເມື່ອທຽບໃສ່ປີ 2020. ຫລັງຈາກ ທ່ານ ນາງ ກີຕາ ໂກພີນັດ(Gita Gopinath) ຫົວໜ້ານັກເສດຖະສາດຂອງ ໄອເອັມເອຟຄາດການຂະຫຍາຍຕົວ ຈີດີພີ ຂອງໂລກ ຈະຢູ່ລະດັບ 4,2% ພາຍໃນປີ 2022. ສຳລັບ ການຟື້ນຟູເສດຖະກິດ ໃນປັດຈຸບັນສ່ວນໃຫຍ່ຂຶ້ນຢູ່ກັບການແຂ່ງຂັນລະຫວ່າງ ການກາຍພັນຂອງເຊື້ອພະຍາດໂຄວິດ-19 (SARS-CoV-2)ກັບວັກຊິນປ້ອງກັນໂຄວິດ-19 ເພື່ອຢຸດການແຜ່ລະບາດ ລວມທັງ ຄວາມສາມາດຂອງນະໂຍບາຍສະໜັບສະໜູນທີ່ມີປະສິດທິພາບຫລາຍຂຶ້ນ. ດັ່ງນັ້ນ, ໄອເອັມເອຟ ຈຶ່ງໄດ້ປັບປຸງ ການຂະຫຍາຍຕົວເສດຖະກິດປີນີ້ ເພື່ອສະແດງໃຫ້ເຫັນເຖິງ ຜົນສະທ້ອນອັນດີ ຂອງການສັກວັກຊິນປ້ອງກັນ ໂຄວິດ-19 ໃນປະເທດຕ່າງໆບວກກັບອີກຫລາຍປະເທດເປັນຕົ້ນ: ສ.ອາເມລິກາ ແລະ ຍີ່ປຸ່ນ ປະກາດໃຊ້ນະໂຍບາຍຊ່ວຍເຫລືອ ເສດຖະກິດ ແລະ ປະຊາຊົນ ໃນທ້າຍປີ2020. ແຫຼ່ງຂໍ້ມູນ: ຂປລ.
Read More »ຄາດຄະເນວ່າ!!! ປີ 2021 ນີ້ ສປປ ລາວ ເຮົາຈະຕ້ອງສັກວັກແຊັງປ້ອງກັນໂຄວິດ-19 ໃຫ້ໄດ້ປະມານ 1,5 ລ້ານຄົນ
ລັດຖະບານຕັ້ງເປົ້າ ປີ 2021 ສປປ ລາວ ຕ້ອງສັກວັກແຊັງໃຫ້ໄດ້ 1,5 ລ້ານຄົນ ແລະ ໃນປີ 2023 ໃຫ້ປະຕິບັດໄດ້ກວມ 70%ຂອງປະຊາກອນ, ແຕ່ທັ້ງນີ້ ຕ້ອງໃຊ້ງົບປະມານໃນການຊື້ວັກແຊັງປ້ອງກັນໂຄວິດ-19 ແລະ ງົບປະມານໃນການຈັດຕັ້ງປະຕິບັດທັງໝົດ ຕົກຢູ່ປະມານ 174 ລ້ານກວ່າໂດລາສະຫະລັດ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນໂອກາດຮ່ວມພິທີສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານແພດໝໍ ບຸກຄົນທີ່ມີຄວາມສ່ຽງສູງ ທີ່ໂຮງໝໍມິດຕະພາບ ເມື່ອວັນທີ 27 ມັງກອນ 2021 ວ່າ: ການສັກວັກແຊັງປ້ອງກັນໂຄວິດ-19 ນີ້ ຄາດວ່າປີທຳອິດ ກໍ່ຄື 2021 ນີ້ ສປປ ລາວ ເຮົາຈະຕ້ອງສັກໃຫ້ໄດ້ປະມານ 1,5 ລ້ານຄົນ ກວມເອົາ 22% ຂອງປະຊາຊົນ ໂດຍຄາດວ່າເດືອນມີນາ ວັກຊີນກໍຈະເຂົ້າມາເຖິງລາວເຮົາ ແລະກໍຈະມີທະຍອຍເຂົ້າມາເລື້ອຍໆຮອດປີ 2023 ຈະໃຫ້ປະຊາກອນລາວໄດ້ຮັບການສັກວັກແຊັງກວມເອົາ 70%. ທັ້ງນີ້, ຄາດຄະເນຈະມີຄວາມຕ້ອງການງົບປະມານຊື້ວັກແຊັງ ແລະ ງົບປະມານໃນການຈັດຕັ້ງປະຕິບັດແຕ່ ປີ 2021 ຫາ ...
Read More »ໂຄວິດ-19 ສົ່ງຜົນເຮັດໃຫ້ອັດຕາການວ່າງງານທົ່ວໂລກ ຫລາຍກວ່າ 250 ລ້ານຕຳແໜ່ງ
ຕາມຂ່າວສານ ຫວຽດນາມ, ວັນທີ 25 ເດືອນມັງກອນ, ອົງການແຮງງານ ສາກົນ(ILO) ໃຫ້ຮູ້ວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ໃຫ້ແກ່ ຕະຫລາດວຽກເຮັດງານທຳທົ່ວໂລກ, ເຮັດໃຫ້ທົ່ວໂລກຕ້ອງສູນເສຍວຽກເຮັດງານທຳຫລາຍກວ່າ 250 ລ້ານ ຕຳແໜ່ງໃນປີ 2020. ຕາມການຄົ້ນຄ້ວາຄັ້ງຫລ້າສຸດຂອງອົງການແຮງງານສາກົນລະບຸວ່າ: ຍອດຈຳນວນຊົ່ວໂມງ ເຮັດວຽກ ໃນທົ່ວໂລກ ໄດ້ຫລຸດລົງ 8,8% ໃນປີ 2020 ເມື່ອທຽບໃສ່ໄຕມາດ 4 ໃນປີ 2019. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ປີ 2020 ທົ່ວໂລກໄດ້ສູນເສຍວຽກເຮັດງານທຳເຖິງ 255 ລ້ານຕຳແໜ່ງ ກວມເອົາ 4 ເທົ່າເທຶ່ອ ຂອງຈຳນວນວຽກເຮັດງານທຳທີ່ຫລຸດລົງໃນໄລຍະວິກິດການເສດຖະກິດໂລກ ໃນປີ 2009 ຂປລ
Read More »ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ
ໃນຕອນເຊົ້າຂອງວັນທີ 26 ມັງກອນ 2021 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ຢູ່ທີ່ ຫ້ອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ). ໃຫ້ກຽດລົງນາມເຊັນໂດຍ ທ່ານ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ມາກ ລູວັນ ຜູ້ຈັດການທົ່ວໄປ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ, ມີຕາງໜ້າຄະນະບໍລິຫານງານ ສຄອຊ, ສະມາຄົມ ແລະ ຫົວໜ່ວຍທຸລະກິດ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ. ໃນພິທີດັ່ງກ່າວ, ໄດ້ຕົກລົງເຫັນດີວ່າ: ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ ຈະເປັນຄູ່ຮ່ວມຍຸດທະສາດ ສະໜັບສະໜູນງານວາງສະແດງ ຜະລິດຕະພັນລາວ Made in Laos, ເປັນເວລາ 3 ປີ, ເລີ່ມແຕ່ປີ 2020-2022 ໂດຍຈະໃຫ້ການສະໜັບສະໜູນເປັນມູນຄ່າ ...
Read More »ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດຕົ້ນອາທິດນີ້ຈະອຸ່ນຂຶ້ນ 1 ຫາ 3 ອົງສາ
ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດຕົ້ນອາທິດນີ້ຈະອຸ່ນຂຶ້ນ 1 ຫາ 3 ອົງສາ ແລະ ໄລຍະກາງ ຫາ ທ້າຍອາທິດຈະກັບມາໜາວເຢັນລົງອີກໃນທົ່ວທຸກພາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0087/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ 2021ຄາດຄະເນສະພາບອາກາດ ໃນໄລຍະວັນທີ 25 – 31 ມັງກອນ 2021 ວ່າ: ໃນໄລຍະວັນທີ 25 – 27 ມັງກອນນີ້ຄວາມກົດດັນສູງຂອງອາກາດໜາວໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ- ຕາເວັນອອກສ່ຽງເໜືອ ພັດປົກຄຸມດ້ວຍກໍາລັງອ່ອນ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດອຸ່ນຂຶ້ນ 1 ຫາ 3 ອົງສາ ຢູ່ໃນແຕ່ລະພາກ; ແຕ່ສະພາບອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ. ຈາກນັ້ນ ວັນທີ ...
Read More »ອົດສະຕຣາລີ ຮ່ວມມືກັບ ສປປ ລາວ ເພີ່ມທະວີ ວຽກງານການຕອບໂຕ້ ແລະ ຟື້ນຟູຜົນກະທົບຈາກພະຍາດໂຄວິດ-19
ໃນວັນທີ 25 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ເຈນ ຊານເດີເລີ ອຸປະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າພົບປະ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນ ຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງລາວ ແລະ ອົດສະ ຕຣາລີ ໃນການຮ່ວມມືເພື່ອການຕອບໂຕ້, ຟື້ນຟູ ແລະ ກ້ຽມພ້ອມໃນການຮັບມື, ເຊິ່ງທັງສອງຝ່າຍ ໄດ້ຕົກລົງທີ່ຈະປະສານສົມທົບກັນ ກັບທຸກຂະແໜ່ງການທີ່ກ່ຽວຂ້ອງຂອງພາກລັດ ເພື່ອຮັບປະກັນ ການລະດົມຊັບພະຍາກອນແບບມີປະສິດທິຜົນ ເພື່ອບັນລຸເປົ້າໝາຍການພັດທະນາຂອງ ສປປ ລາວ. ທ່ານ ນາງ ເຈນ ຊານເດີເລີ ກ່າວວ່າ: ວັນຊາດອົດສະຕຣາລີ ວັນທີ 26 ມັງກອນ 2021 ທີ່ຈະມາເຖິງນີ້, ເປັນໂອກາດທີ່ພວກເຮົາຮ່ວມກັນສະເຫລີມສະຫລອງທຸກຢ່າງ ທີ່ຈົບງາມຂອງອົດສະຕຣາລີ ແລະ ວິຖີຊິວິດຂອງຄົນອົດສະຕຣາລີ ລວມເຖິງ ສາຍພົວພັນມິດຕະພາບອັນແໜ້ນແຟ້ນ, ການຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໄວ້ ທີ່ໄດ້ເປັນຮາກຖານຂອງວັດທະນາທຳອົດສະຕຣາລີ. ປະຊາຊົນອົດສະຕຣາລີ ...
Read More »ພິທີເປີດໂຄງການໃຫ້ຄຳປຶກສາດ້ານທຸລະກິດ ( MSME Clinic )
ໃນວັນທີ 19 ມັງກອນ 2021ທີ່ຜ່ານມາ, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທີເປີດ ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic ) ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, H.E. Jens Peter Lutkenherm ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic ) ເປັນໂຄງການທີ່ໃຫ້ຄຳປືກສາທາງດ້ານທຸລະກິດ ແລະ ຈັດຝຶກອົບຮົມໃຫ້ຜູ້ປະກອບກິດຈະການ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ. ຈຸດປະສົງແມ່ນເພື່ອຊ່ວຍຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດ COVID-19 ໂດຍອີງໃສ່ຄວາມຕ້ອງການເປັນລາຍບຸກຄົນຂອງຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ...
Read More »