ໃນວັນທີ 19 ມັງກອນ 2021ທີ່ຜ່ານມາ, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທີເປີດ ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic ) ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, H.E. Jens Peter Lutkenherm ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic ) ເປັນໂຄງການທີ່ໃຫ້ຄຳປືກສາທາງດ້ານທຸລະກິດ ແລະ ຈັດຝຶກອົບຮົມໃຫ້ຜູ້ປະກອບກິດຈະການ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ. ຈຸດປະສົງແມ່ນເພື່ອຊ່ວຍຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດ COVID-19 ໂດຍອີງໃສ່ຄວາມຕ້ອງການເປັນລາຍບຸກຄົນຂອງຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ...
Read More »News
ມອບ-ຮັບສວນອະນຸສາວະລີພະບາດ ສົມເດັດພຣະເຈົ້າໄຊຍະເຊດຖາທິຣາດມະຫາຣາດທີ່ແຂວງອັດຕະປື
ວັນທີ 24 ມັງກອນ 2021 ທີ່ຜ່ານມາຢູ່ສວນອະນຸສາວະລີພະບາດ ສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບ ສວນດັ່ງກ່າວຂຶ້ນຢ່າງເປັນທາງການໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະເທດ ແຫ່ງ ສປປ ລາວ ແລະ ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມຸນຕີກະຊວງແຜນການແລະການລົງທຶນ. ໃນພິທີ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານບໍລິ ສັດວັງຕັດຂຸດຄົ້ນບໍ່ແຮ່ ໃຫ້ຮູ້ວ່າ: ພາຍຫັຼງ ທີ່ໄດ້ລົງມືການກໍ່ສ້າງເກືອບ 30 ເດືອນ ຫືຼ 2 ປີເຄິ່ງ ເຊິ່ງເປັນໂຄງການກໍ່ສ້າງສາທາລະນະ ໂດຍການມີສ່ວນຮ່ວມຂອງທຸກພາກ ສ່ວນ ທັງພາກລັດ ແລະ ເອກະຊົນ, ພຸດທະບໍລິສັດ ແລະ ປວງຊົນລາວທັງພາຍໃນ ແລະ ຕ່າງປະເທດ ໂດຍແມ່ນກຸ່ມບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ເປັນຜຸ້ຮັບເໝົາກໍ່ສ້າງ ແລະ ເປັນຜູ້ສັດທາຫັຼກປະກອບສ່ວນທຶນເບື້ອງຕົ້ນ ມີມູນຄ່າທັງໝົດ 37 ຕື້ກີບ. ປະກອບມີ 2 ໜ້າວຽກໃຫ່ຍຄື: 1. ວຽກເທທອງຫໍ່ຼຮູບເໝືອນພຣະເຈົ້າໄຊຍະເຊດຖາທິຣາດມະຫາຣາດ ...
Read More »ຍີ່ປຸ່ນ ຊ່ວຍປັບປຸງສະຖານບໍລິການສາທາລະນະສຸກ ແລະ ໂຮງຮຽນ ຢູ່ ສປປ ລາວ
ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ຈຳນວນ 522.221 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ ສອງໂຄງການ ຢູ່ແຂວງຊຽງຂວາງ ແລະ ແຂວງວຽງຈັນ ແລະ ສາມໂຄງການ ດ້ານການສຶກສາ ຢູ່ ແຂວງ ຫລວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໂດຍຜ່ານໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs). ພິທີເຊັນສັນຍາໂຄງການ ໄດ້ຈັດຂຶ້ນທີ່ສະຖານທູດຍີ່ປຸ່ນ ໃນວັນທີ 20 ມັງກອນ 2021 ລະ ຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ບັນດາຕົວແທນຈາກການນຳຂັ້ນເມືອງ ແລະ ແຂວງ ທີ່ໄດ້ຮັບໂຄງການດັ່ງກ່າວ.ໜຶ່ງໃນໂຄງການດ້ານສາທາລະນະສຸກ ແມ່ນການສ້າງສູນສຸຂະພາບຫລັງໃໝ່ ຢູ່ບ້ານພຽງດ່ານ ແຂວງຊຽງຂວາງ ເນື່ອງຈາກອາຄານຫລັງເກົ່າເປ່ເພ ຍ້ອນຖືກໄພນ້ຳຖ້ວມ ໃນປີ 2018 ແລະ ອີກໜຶ່ງໂຄງການ ແມ່ນການສ້າງສູນສຸຂະພາບແມ່ ແລະ ເດັກ ຢູ່ ເມືອງຫີນເຫີບ ແຂວງວຽງຈັນ. ໂຄງການດັ່ງກ່າວ, ມີຈຸດປະສົງ ເພື່ອຍົກລະດັບຄວາມສາມາດ ແລະ ...
Read More »ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນວົງແຄບ ແບບທາງໄກ
ໃນວັນທີ 21 ມັງກອນ 2021 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີ ຕ່າງປະເທດອາຊຽນ ແບບທາງ ໄກ ເຊິ່ງເປັນກອງປະຊຸມທຳອິດພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ (ສຳລັບ ປີ 2021) ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ບັນດາຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຜ່ານມາ ລວມທັງການສຳເລັດການທົບທວນກາງສະໄໝ ແຜນແມ່ບົດການສ້າງປະຊາຄົມອາຊຽນຮອດ ປີ 2025; ການປັບປຸງຂອດປະສານງານລະຫວ່າງຂະແໜງ ການກ່ຽວຂ້ອງພາຍໃນເສົາຄໍ້າ ແລະ ລະຫວ່າງເສົາຄໍ້າປະຊາຄົມອາຊຽນ; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫລັງປີ 2025. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ສືບຕໍ່ຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ; ການນຳໃຊ້ສ່ວນໜຶ່ງຂອງກອງທຶນຕ້ານໂຄວິດ-19 ອາຊຽນ ເພື່ອຈັດຊື້ຢາວັກແຊັງ ແລະ ອຸປະກອນການແພດສໍາລັບປະຊາຊົນອາຊຽນ; ການສ້າງຕັ້ງແລວການເດີນທາງພິເສດອາ ຊຽນ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຕໍ່ບັນດາບູລິມະສິດການເປັນປະທານອາຊຽນຂອງບຣູໄນ ດາຣູຊາລາມ ປີ ...
Read More »ແຈ້ງການ!!! ປັບຂຶ້ນ ລາຄານໍ້າມັນ ແອັດຊັງພິເສດ ແອັດຊັງທໍາມະດາ ແລະ ກາຊວນ ເລີ່ມວັນທີ 22/01/2021 ເປັນຕົ້ນໄປ
ແຈ້ງການ!!!! ກ່ຽວກັບການປັບຂຶ້ນ ລາຄານໍ້າມັນ ແອັດຊັງພິເສດ ແອັດຊັງທໍາມະດາ ແລະ ກາຊວນ ເລີ່ມວັນທີ 22/01/2021 ເປັນຕົ້ນໄປລາຍລະອຽດດັ່ງລຸ່ມນີ້:
Read More »ຜົນສຳເລັດທີ່ພົ້ນເດັ່ນ ຂອງການພັດທະນາເສດຖະກິດ – ສັງຄົມໃນໄລຍະເວລາ 5 ປີທີ່ຜ່ານມາ
ການພັດທະນາເສດຖະກິດ – ສັງຄົມ 5 ປີຜ່ານມາ ຂອງລັດຖະບານ ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍບັນລຸຄາດໝາຍສໍາຄັນໃນການນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ການສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນໄດ້ມີການປັບປຸງດີຂຶ້ນ. ຢ່າງໃດກໍຕາມ, ຖ້າເບິ່ງບັນຫາຢ່າງພາວະວິໄສ ຈະເຫັນວ່າການເຕີບໂຕຂອງເສດຖະກິດ – ສັງຄົມ ຍັງມີຫຼາຍບັນຫາທີ່ບໍ່ທັນຮັບປະກັນຄວາມຍືນຍົງຕາມທິດທາງທີ່ໄດ້ວາງອອກ, ການປັບປຸງສະພາບແວດລ້ອມດ້ານການລົງທຶນຍັງບໍ່ທັນໄດ້ຮັບການແກ້ໄຂ ດ້ວຍນະໂຍບາຍ, ວິທີການອັນເໝາະສົມ ແລະ ກົນໄກແບບບຸກທະລຸ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016 – 2020 ) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເມື່ອວັນທີ 13 ມັງກອນ 2021 ວ່າ: ໃນ 5 ປີຜ່ານມາ ໂດຍພາຍໃຕ້ການຊີ້ນໍາ – ນໍາພາຢ່າງໃກ້ຊິດຂອງລັດຖະບານ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນ ...
Read More »ທ່ານ ໂຈໄບເດນ ຈະເຂົ້າພິທີສາບານຕົນຮັບຕຳແໜ່ງປະທານາທິບໍດີ ສ.ອາເມລິກາມື້ີ້ນີ້
ຕາມຂ່າວຈາກ ສ.ອາເມລິກາ, ທ່ານ ໂຈ ໄບເດນ ເດີນທາງມາເຖິງ ນະຄອນຫລວງ ວໍຊີງຕັນ ດີຊີ ເພື່ອເຂົ້າພິທີສາບານຕົນ ຮັບຕຳແໜ່ງ ເປັນປະທານາທິບໍດີ ສ.ອາເມລິກາ ຄົນໃໝ່ ຢ່າງເປັນທາງການ ໃນວັນທີ 20ມັງກອນນີ້ ສົ່ງຜົນໃຫ້ ພາຍໃນ ນະຄອນຫລວງ ວໍຊີງຕັນ ດີຊີ ມີໜ່ວຍງານ ຮັກສາ ຄວາມປອດໄພ ຢ່າງເຂັ້ມງວດ ເພື່ອປ້ອງກັນ ຄວາມປອດໄພ ໃນການຈັດງານ ສຳຄັນ ໃນຄັ້ງນີ້ ໃຫ້ສຳເລັດ ໄປດ້ວຍດີ ຂປລ
Read More »ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສປປ ລາວ ຈະກາຍເປັນປະເທດທີ່ມີລາຍຮັບປານກາງ ບັນລຸເປົ້າໝາຍພັດທະນາແບບຍືນຍົງໃນປີ 2030
ໃນສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຈັດຂຶ້ນເມື່ອບໍ່ດົນມານີ້ ສະຫາຍໄດ້ກ່າວບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາໄດ້ສໍາເລັດລົງຢ່າງຈົບງາມແລ້ວ ແຕ່ພວກເຮົາຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ຈິງຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ປາກົດຜົນເປັນຈິງ. ບັນດາສະຫາຍກໍາມະການສູນກາງພັກ ສະໄໝທີ XI ທີ່ໄດ້ຮັບຄວາມໄວ້ ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູຄວາມຮັບ ຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືໃນການດຳລົງຊີວິດ, ການຝຶກຝົນຫລໍ່ຫລອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ນໍາພາການຈັດຕັ້ງປະຕິ ບັດແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກໃຫ້ມີຜົນສໍາເລັດຕົວຈິງ. ນອກຈາກນີ້ ບັນດາຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມ ກັນເສີມຂະຫຍາຍຄວາມເປັນເຈົ້າການຜັນຂະຫຍາຍແນວທາງນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກຢ່າງປະ ດິດສ້າງ ແລະ ປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງເລິກເຊິ່ງ ແລະ ຕໍ່ເນື່ອງເພື່ອເລັ່ງໃສ່ການພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕໍ່ໜ້ານີ້ ພວກເຮົາຕ້ອງພ້ອມກັນສຸມໃສ່ນຳພາ-ຊີ້ນຳ ແລະ ປຸກລະດົມຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາ ...
Read More »ໂຄວິດ-19 ສະກັດກັ້ນແຮງງານຮຸ່ນໃໝ່ເຂົ້າສູ່ຕະຫຼາດແຮງງານໂລກ
ບົດລາຍງານການວິເຄາະດ້ານແຮງງານຂອງເວບໄຊ ນິກເຄອິ ຈາກ 10 ປະເທດລວມເຖິງຍີ່ປຸ່ນ, ອາເມຣິກາ ແລະ ອັງກິດ ຊີ້ໃຫ້ເຫັນວ່າ: ແຮງງານໂດຍລວມໃນປີ 2020 ຫຼຸດລົງປະມານ 6,6 ລ້ານຄົນຈາກເດືອນກໍລະກົດເຖິງເດືອນກັນຍາ ເມື່ອທຽບກັບໄລຍະດຽວກັນຂອງປີ 2019. ບົດລາຍງານລະບຸວ່າ: ແຮງງານໜຸ່ມ ແລະ ອະດີດແຮງງານພາສທາມ (Part-time) ເປັນກຸ່ມແຮງງານສ່ວນໃຫຍ່ຂອງແຮງງານອົບພະຍົບທີ່ຮ້າຍແຮງທີ່ສຸດ, ແຮງງານໜຸ່ມທີ່ຢູ່ໃນກຸ່ມນີ້ອາດຈະພາດໂອກາດທີ່ຈະໄດ້ເຮັດວຽກສຳລັບຕຳແໜ່ງງານທີ່ຕ້ອງການແຮງງານທີ່ມີທັກສະ ແລະ ມີປະສົບການ. ໃນໄລຍະການແຜ່ລະບາດຂອງໂຣກໂຄວິດ-19 ຮອບທຳອິດ, ເຮັດໃຫ້ເກີດການວ່າງງານເພີ່ມຂຶ້ນ ໂດຍອັດຕາການວ່າງງານໃນ ອາເມຣິກາ ກວມ 3% ຂອງໄລຍະກ່ອນເກີດການແຜ່ລະບາດເພີ່ມຂຶ້ນຫຼາຍເຖິງ 14,8% ໃນເດືອນເມສາ 2020. ຂະນະທີ່ອັດຕາການວ່າງງານໃນ ຍີ່ປຸ່ນ ກໍເພີ່ມຂຶ້ນເຊັ່ນດຽວກັນ. ການແຜ່ລະບາດຂອງໂຣກໂຄວິດ-19, ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດແຮງງານທີ່ມີຄວາມອ່ອນແອໃນ ອາເມຣິກາ ໄລຍະເດືອນເມສາເຖິງເດືອນກັນຍາ, ອັດຕາການວ່າງງານກວມ 9,9% ແຕ່ໃນກຸ່ມແຮງງານທີ່ມີອາຍຸຕ່ຳກວ່າ 24 ປີ, ອັດຕາການວ່າງງານກວມເຖິງ 19,1%. ສໍາລັບແຮງງານທີ່ຈົບການສຶກສາສູງສຸດຄືມັດທະຍົມປາຍ, ອັດຕາການວ່າງງານ 16,8% ແລະ ສຳລັບກຸ່ມແຮງງານທີ່ເຮັດວຽກບໍ່ເທົ່າໃດຊ່ວງໂມງ, ອັດຕາການວ່າງງານ 15,2%. ໃນປະເທດຍີ່ປຸ່ນ, ຈຳນວນຜູ້ທີ່ມີລາຍໄດ້ບໍ່ເຖິງ 1 ...
Read More »ຣັດເຊຍ ຟື້ນຟູຖ້ຽວບິນໄປຍັງ 4 ປະເທດຄືນໃໝ່
ຕາມຂ່າວຈາກ ຫວຽດນາມ, ສຳນັກຂ່າວສານ ທັດສ (Tass) ຂອງ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ຈະຟື້ນຟູຖ້ຽວບິນ ໄປຍັງ 4 ປະເທດຄື: ຫວຽດນາມ, ອິນເດຍ, ແຟງລັງ ແລະ ກາຕາ ຄືນໃໝ່ ນັບແຕ່ວັນທີ 27 ມັງກອນ ເປັນຕົ້ນໄປ. ພາຍຫລັງ ໄດ້ປຶກສາຫາລື ແລະ ພິຈາລະນາ ສະພາບການ ໂລກລະບາດ ຢູ່ບາງປະເທດ, ດັ່ງນັ້ນ ຈຶ່ງໄດ້ເປີດ ຖ້ຽວບິນ ມົດສະກູ – ຮ່າໂນ້ຍ, ມົດສະກູ – ນິວເດລີ, ມົດສະກູ – ເຮລສິນກິ (Helsinki) ແລະ ເຊນ ປີເຕີສເບີກ (St. Petersburg) ແມ່ນໄດ້ປະຕິບັດ 2 ຖ້ຽວຕໍ່ ອາທິດ; ສ່ວນ ຖ້ຽວບິນແຕ່ ມົດສະກູ ໄປໂດຮາ ໄດ້ປະຕິບັດ 3 ຖ້ຽວຕໍ່ ອາທິດ. ...
Read More »