News

ຄະນະບໍລິຫານງານສູນກາງພັກສະໄໝທີ XI ປະກອບມີ ກໍາມະການສົມບູນສູນກາງພັກ 71 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ 10ສະຫາຍ

ລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ມີດັ່ງຕໍ່ໄປນີ້ກໍາມະການສົມບູນສູນກາງພັກ ລວມມີ 71 ສະຫາຍ ຍິງ 12 ສະຫາຍ 1 ສະຫາຍ ທອງລຸນ ສີສຸລິດ 2 ສະຫາຍ ພັນຄໍາ ວິພາວັນ 3 ສະຫາຍ ນາງ ປານີ ຢາທໍ່ຕູ້ 4 ສະຫາຍ ບຸນທອງ ຈິດມະນີ 5 ສະຫາຍ ໄຊສົມພອນ ພົມວິຫານ 6 ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ 7 ສະຫາຍ ຄໍາພັນ ພົມມະທັດ 8 ສະຫາຍ ສິນລະວົງ ຄຸດໄພທູນ 9 ສະຫາຍ ສອນໄຊ ສີພັນດອນ 10 ສະຫາຍ ກິແກ້ວ ໄຂຄໍາພິທູນ 11 ສະຫາຍ ວິໄລ ຫຼ້າຄໍາຟອງ 12 ສະຫາຍ ນາງ ສີໃສ ...

Read More »

ລັດຖະບານ ກຳນົດແຜນວຽກຈຸດສຸມພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ

ລັດຖະບານ ໄດ້ວາງ 6 ປົ້າໝາຍໃຫຍ່ ສຳລັບແຜນວຽກຈຸດສຸມຂອງການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອສືບຕໍ່ນຳພາປະເທດຊາດອອກຈາກສະ ຖາ ນະພາບດ້ອຍພັດທະນ, ປະຊາຊົນມີວຽກເຮັດງານທຳ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ, ສັງ ຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ແລະ ຜັນຂະ ຫຍາຍຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທິຜົນ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 13 ມັງກອນ 2021, ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວວ່າ: 6 ເປົ້າໝາຍປະກອບມີ: ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ; ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ; ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ພ້ອມກັນນັ້ນ, ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ...

Read More »

ໄທ ອະນຸມັດເງິນຊື້ວັກຊິນໂຄວິດ-19 ຈາກຈີນ ມີມູນຄ່າເຖິງ 280 ລ້ານຢວນ

ອ້າງຕາມຂ່າວ ສະຖານີວິທະຍຸ ແລະ ໂທລະພາບ ຂອງ ຈີນ ລາຍງານວ່າ , ເມື່ອບໍ່ດົນມານີ້ ທ່ານນາງ ຣັດສະດາດາ ທະນາດີເຣກ ຮອງໂຄສົກປະຈຳ ສຳນັກງານນາຍົກລັດຖະມົນຕີ ໄທ ເປີດເຜີຍວ່າ: ຄະນະລັດຖະມົນຕີໄທ ໄດ້ອະນຸມັດງົບປະມານ ຈຳນວນ 280 ລ້ານຢວນ ເພື່ອຊື້ວັກຊິນ ໂຄວິດ-19 ຈຳນວນ 2 ລ້ານໂດສ (ຫລອດ) ຈາກຈີນ. ຂປລ.

Read More »

ໂດນັນ ທຣຳ ກາຍ​ເປັນ​ປະທານາທິບໍດີ ຄົນ​ທຳ​ອິດ​ ໃນ​ປະຫວັດສາດ ​ຂອງ ສ.ອາ​ເມ​ລິ​ກາ ທີ່ຖືກສະຊິກສະພາ ສ.ອາເມລິກາ ລົງມະຕິຖອດຖອນ

ຕາມ​ຂ່າວ​ຈາກ ວໍ​ຊີງ​ຕັນ,ວັນ​ທີ 14 ​ມັງກອນ​ນີ້, ສະມາຊິກ ​ສະພາ ສ.ອາ​ເມ​ລິ​ກາ ລົງມະຕິ​ ດ້ວຍ​ຄະ​ແນນ​ສຽງ 232 ຕໍ່197 ສຽງ ​ໃນ​ການຖອດ​ຖອນ ທ່ານ ​ໂດ​ນັນ ທຣຳ, ປະທານາທິບໍດີ ສ.ອາ​ເມ​ລິ​ກາ ດ້ວຍ​ຄວາມ​ຜິດ​ ໃນ​ຂໍ້​ຫາຍຸຍົງ ຜູ້​ສະໜັບ​ສະໜັບ​ ​ໂດນັນ ທຣຳ ​ເຂົ້າ​ໄປ​ໃນ​ສະພາ ​ເມື່ອ​ອາທິດ​ແລ້ວ​ນີ້ ​ເພື່ອຂັດຂວາງ ຂະ​ບວນການ ປະກາດ​ ຮັບຮອງ ​ໄຊຊະນະ​ຂອງ ທ່ານ ​ໂຈ​​ ໄບ​ເດນ ​ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ສ.​ອາ​ເມ​ລິ​ກາ ຈົນ​ເຮັດ​ໃຫ້ ​ມີ​ຜູ້​ເສຍ​ຊີວິດ ​ແລະ ​ໄດ້​ຮັບ​ບາດ​ເຈັບ ​ເປັນ​ຈຳນວນ​ຫລາຍ​. ທ່ານ ​ໂດນັນ ທຣຳ ກາຍ​ເປັນ​ປະທານາທິບໍດີ ຄົນ​ທຳ​ອິດ​ ໃນ​ປະຫວັດສາດ ​ຂອງ ສ.ອາ​ເມ​ລິ​ກາ ທີ່​ຖືກ ​ສະມາຊິກ ​ສະພາ ລົງມະຕິ​ ຖອດ​ຖອນ​ເຖິງ 2 ຄັ້ງ ​ໂດຍ​ຄັ້ງທຳ​ອິດ ​ໃນ​ວັນ​ທີ 18ທັນວາ​ປີ​2019 ສະມາຊິກ​ສະພາ ...

Read More »

ຍອດເງິນປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃນໂອກາດດຳເນີນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກ ກະຊວງການເງິນ, ທັງເປັນຫົວໜ້າອານຸກໍາມະການງົບປະມານ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 13 ມັງກອນ 2021 ນີ້ວ່າ: ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ບໍລິສັດ, ກຸ່ມບໍລິສັດຕ່າງໆ ຈຳນວນ 26 ພາກສ່ວນ ໄດ້ແຈ້ງເຈດຈຳນົງໃນການປະກອບສ່ວນເປັນວັດຖຸ ແລະ ປັດໄຈ ເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມ. ມາຮອດປັດຈຸບັນ ໄດ້ປະກອບສ່ວນແລ້ວ 21 ພາກສ່ວນ ລວມຈຳນວນເງິນທັງໝົດ 14 ຕື້ກວ່າກີບ ແລະ ມອບເປັນວັດຖຸ ລວມມູນຄ່າ 240 ລ້ານກີບ ແລະ ບາງພາກສ່ວນ ຍັງຈະສືບຕໍ່ປະກອບສ່ວນຊຸກຍູ້ຕື່ມອີກ. ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ: ໃນນາມຕາງໜ້າໃຫ້ອານຸກໍາມາການເສດຖະກິດ, ອານຸກໍາມະການງົບປະມານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຂໍສະແດງຄວາມຂອບໃຈມາຍັງພາກສ່ວນຕ່າງໆ ທີ່ໄດ້ໃຫ້ການປະກອບສ່ວນຊຸກຍູ້ກອງປະຊຸມໃນຄັ້ງນີ້, ເຊິ່ງຈະເປັນການປະກອບ ສ່ວນເຮັດໃຫ້ກອງປະຊຸມ ...

Read More »

ເລຂາທິການໃຫຍ່ ເນັ້ນໃຫ້ກໍາແໜ້ນ 5 ວຽກງານຮີບດ່ວນໃນການພັດທະນາປະເທດຊາດ

ທ່າມກາງທີ່ປະເທດຊາດພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍອັນໃຫຍ່ຫລວງ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ເນັ້ນວ່າ: ພວກເຮົາຕ້ອງກໍາແໜ້ນ 5 ວຽກງານເລັ່ງທວງອັນຮີບດ່ວນແນໃສ່ເພື່ອຮັບປະກັນຕໍ່ການພັດທະນາປະເທດຊາດ ໃນຊຸມປີຕໍ່ໜ້າ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ເນັ້ນວ່າ:ບັນດາວຽກງານເລັ່ງທວງອັນຮີນດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ,ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການປຸກສະຕິຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະບືນຕົວຂຶ້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຄົນໃນຊາດ, ເດັດດ່ຽວຕີຖອຍແນວຄິດເອື່ອຍອີງຕໍ່ການຊ່ວຍເຫລືອ ແລະຄວາມບໍ່ເປັນເຈົ້າການບືນຕົວກ້າວຂຶ້ນດ້ວຍເຫື່ອແຮງ, ສະຕິປັນຍາຂອງຕົນ ທີ່ຍັງມີຢູ່ບໍ່ໜ້ອຍໃນຖັນແຖວສະມາ ຊິກພັກ-ພະນັກງານ ແລະປະຊາຊົນເຮົາ. ຕ້ອງແກ້ໄຂຈຸດອ່ອນ ແລະຂໍ້ຄົງຄ້າງໃນການພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຊໍ້າເຮື້ອໃນຜ່ານມາ ໂດຍເລີ່ມແຕ່ບັນຫາຈິນຕະນາການດ້ານທິດສະດີ, ຍົກລະດັບຄວາມສາມາດ ໃນການຮັບຮູ້ສະພາບການພາຍໃນ ແລະສາກົນ ຈົນເຖິງການຕັດສິນໃຈແກ້ບັນຫາດ້ານໂຄງສ້າງເສດຖະກິດ, ການປັບປຸງກົນໄກຄຸ້ມຄອງລັດ ໃນແຕ່ລະດ້ານ, ແກ້ບັນຫາຫຍໍ້ທໍ້ໃນພັກ ແລະໃນສັງຄົມ. ຍຸດທະສາດການພັດທະນາໃນອະນາຄົດຂອງປະເທດເຮົາ ຕ້ອງຕັ້ງຢູ່ບົນພື້ນຖານການນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ, ນະວັດຕະກໍາຢ່າງກວ້າງຂວາງ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ໂດຍສະເພາະໃນຂົງເຂດວິສະວະກໍາ. ດ້ວຍເຫດນັ້ນ, ມີຄວາມຈໍາເປັນຢ່າງຍິ່ງທີ່ຕ້ອງຫັນປ່ຽນຢ່າງແຂງແຮງ ຈາກສະພາວະທີ່ເປັນຢູ່ໃນປະຈຸບັນ ໂດຍຕິດພັນກັບການປັບປຸງບັນດາແຜນນະໂຍ ...

Read More »

ລາຍງານງົບປະມານ ແລະ ລາຍຈ່າຍຕ່າງໆທີ່ໃຊ້ເຂົ້າໃນໜ້າວຽກໄລຍະຕ້ານພະຍາດໂຄວິດ-19 ສັງລວມໄດ້ 180 ຕື້ກີບ ຈາກ 117 ພາກສ່ວນ.

ໃນຕອນບ່າຍຂອງ ວັນທີ 12 ມັງກອນ 2021ທີ່ຜ່ານມາ , ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງ ການເງິນ, ຖະແຫລງຂ່າວກ່ຽວກັບວຽກງານພາລາທິການ ງົບປະມານ ແລະ ລາຍຈ່າຍຕ່າງໆ ທີ່ໃຊ້ເຂົ້າໃນໜ້າວຽກໄລຍະຕ້ານພະຍາດໂຄວິດ-19 ເຊິ່ງສັງລວມການຊ່ວຍເຫລືອທັງໝົດໄດ້ 180 ຕື້ກີບ ເຊິ່ງມີ ການຈັດຕັ້ງປະຕິບັດງົບປະມານບ້ວງເງິນແຮສຸກເສີນຂອງລັດຖະບານ 30 ຕື້​ກີບ, ລັດຖະບານອະນຸມັດເງິນແຮສຸກເສີນ ຄັ້ງທີ 1 ຈໍາ​ນວນ 10 ຕື້​ກີບ  ຊຶ່ງໃຊ້ຈ່າຍຈັດຊື້ອຸປະກອນການແພດ, ໜ້າກາ​ກອະນາ​ໄມ(ຜ້າອັດປາກ-ດັງ), ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸ ປະກອນການແພດ  ເພື່ອຮັບໃຊ້ໃນວຽກງານສາທາລະນະສຸກ… ຄັ້ງທີ 2 ຈຳ​ນວນ 20 ຕື້​ກີບ. ນັບແຕ່ເລີ້ມຕົ້ນມີການລະບາດ ຈົນຮອດ ປະຈຸບັນ ໄດ້​ຮັບເຄື່ອງຊ່ວຍເຫຼືອ ຈາກຕ່າງປະເທດ, ຈາກສັງຄົມ ແລະ ຜູ້ປະກອບການຢູ່ພາຍໃນ ແລະ ຮັບຈາກໂຄງການ ລວມທັງໝົດຈໍານວນ 185 ຄັ້ງ ຈາກ  117 ພາກສ່ວນ ມີມູນຄ່າ ການຊ່ວຍເຫຼືອທັງໝົດ ...

Read More »

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິ ວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 13 ມັງກອນ 2021 ທີ່ນະຄອນ ຫລວງວຽງຈັນ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ ພ້ອມດ້ວຍບັນດາສະມາຊິກພັກສົມບູນ ຈຳນວນ 768 ສະຫາຍ, ຍິງ 116 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງຄະນະພັກຂະແໜງການ, ອົງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ ຈຳນວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄື ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມ. ສະຫາຍ ບຸນຍັງ ວໍລະຈິດ ກ່າວສູນທອນພົດ ໄຂກອງປະຊຸມ ຢ່າງເປັນທາງການ, ເຊິ່ງມີບາງຕອນສຳຄັນວ່າ: ເມື່ອຫວນເບິ່ງຄືນການນຳພາ-ຊີ້ນຳຂອງສູນກາງພັກໃນການຈັດ ຕັ້ງປະຕິບັດມະຕິ X ຂອງພັກ ...

Read More »

ເບຍລາວ ລະບຸຂໍ້ມູນໂພຊະນາການໃນສະຫຼາກສິນຄ້າ ຜ່ານມາດຕະຖານການວິໄຈລະດັບສາກົນ

ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ກຸງລອນດອນ, ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS). ຜົນຂອງການວິໄຈ ຈາກຫ້ອງແລັບ Campden BRI ຢູ່ລອນດອນ ໄດ້ຊີ້ໃຫ້ເຫັນວ່າຂໍ້ມູນທາງໂພຊະນາການ ຕໍ່ 100 ມລ ຂອງ ເບຍລາວ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ, ເບຍລາວ ດຣາກ ໃຫ້ພະລັງງານພຽງແຕ່ 50 ກິໂລແຄລໍລີ, ເບຍລາວ ໄວ້ທ ໃຫ້ພະລັງງານພຽງແຕ່ 41ກິໂລແຄລໍລີ, ເບຍລາວ ໂກລ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ ເທົ່ານັ້ນ ແລະ ທີ່ສຳຄັນທຸກເບຍທີ່ກ່າວມານີ້ແມ່ນ ບໍ່ມີທາດນໍ້າຕານ. ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄອງກັບມາດຕະຖານສາກົນ ...

Read More »

ດ່ວນ!!! ສັ່ງປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຊົ່ວຄາວ

ອີງຕາມ ການປຶກສາຫາລື ແລະ ເຫັນດີເປັນເອກະພາບ ຂອງຄະນະສະເພາະກິດຂັ້ນແຂວງ ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2021.ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ຊາບດັ່ງນີ້: 1. ເຫັນດີປີດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ (ເປັນເວລາ14ວັນ)ເລີ່ມແຕ່ວັນທີ່ 12 ມັງກອນ ເຖິງ ວັນທີ 25 ມັງກອນ 2021 2. ມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕັ້ງຈຸດກວດກາຢູ່ປ້ອມກວດກາໃກ້ກັບ 3 ແຍກປະຕູໂຂງທາງເຂົ້າເມືອງຕົ້ນເຜິ້ງ ແລະ 4 ແຍກບ້ານໂພນໂຮມ. 3. ໃຫ້ເມືອງຕົ້ນເຜິ້ງ ນຳໃຊ້ກຳລັງທະຫານ, ປກສ ແລະ ແພດໝໍ ປະຈໍາຈຸດກວດກາດັ່ງກ່າວ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຊາບ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເປັນຢ່າງດີດ້ວຍ.

Read More »