News

ພາດບໍ່ໄດ້ແລ້ວ!!! ກັບງານເທດສະການອາຫານລາວ ປະຈໍາປີ 2021 (ເລີ່ມແຕ່ວັນທີ 23-27/02/2021)

ເພື່ອເປັນການບົ່ງບອກໃຫ້ມວນຊົນລາວໃນປັດຈຸບັນໄດ້ເຫັນພາບການຄ້າຂາຍແລກປ່ຽນສິນຄ້າກ່ຽວກັບອາຫານລາວໃນສະໄໝກ່ອນ, ໃນຕອນບ່າຍຂອງວັນທີ 5 ກຸມພາ 2021 ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຮ່ວມກັບ ສູນກາງ ສະຫະພັນແມ່ຍິງລາວ ໄດ້ຈັດງານຖະແຫຼງຂ່າວເທດສະການອາຫານລາວ ປະຈໍາປີ 2021 ຂຶ້ນ ທີ່ຮ້ານອາຫານ ເລີປາແດກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ພ້ອມທັງເປັນປະທານຄະນະກຳມະການຈັດງານເທດສະການອາຫານລາວປະຈຳປີ 2021 , ມີທ່ານນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ສທຍ, ຜູ້ສະໜັບສະໜູນ, ບັນດາແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ. ໃນພິທີດັ່ງກ່າວ, ທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ພາຍໃຕ້ຄໍາຂວັນທີ່ວ່າ: “ກິນ, ຢູ່, ຮຽນຮູ້ວິຖີລາວ ” ກໍເພື່ອໃຫ້ຮູ້ເຖິງ ແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກ: ອາຫານ, ການກິນຢູ່, ການດໍາລົງຊີວິດໃຫ້ເປັນແບບວັດທະນະທໍາ, ຮີດຄອງປະເພນີດັ້ງເດີມ ແລະ ...

Read More »

ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ເຂົ້າສະແດງຄວາມຍິນຕໍ່ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກຜູ້ໃໝ່

ໃນຕອນບ່າຍຂອງວັນທີ 3 ກຸມພາ 2021 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງລາວນໍາໂດຍ ທ່ານ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ເຂົ້າອວຍພອນ ທ່ານນາງ ສີໃສ ລື​ເດດ​ມູນ​ສອນ ກຳມະການ​ສູນ​ກາງ​ພັກ, ຮອງປະທານສະພາແຫ່ງຊາດ ທີ່​ໄດ້​ຮັບ​ແຕ່ງຕັ້ງ​ເປັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກຜູ້​ໃໝ່, ທີ່ຫ້ອງການຄະນະເລຂາທິການສະພາແຫ່ງຊາດ. ຄະນະທີ່ເຂົ້າອວຍພອນມີ ທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ພ້ອມດ້ວຍຄະນະບໍລິຫານ, ຄະນະກວດກາ, ຄະນະທີ່ປຶກສາ ແລະ ຄະນະສະຫະພັນແມ່ຍິງ ຂອງ ສທຍ, ຫົວໜ້າຫ້ອງການ ແລະ ສື່ມວນຊົນ ລວມທັງໝົດ 16 ທ່ານ. ໃນໂອກາດດັ່ງກ່າວ, ທ່ານນາງ ຈັນທະຈອນ ວົງໄຊ ໄດ້ກ່າວ ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານ ນາງ ສີໃສ ລື​ເດດ​ມູນ​ສອນ ທີ່ໄດ້ເປັນຕົວແທນຂອງແມ່ຍິງລາວຂຶ້ນເປັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກຜູ້​ໃໝ່. ພ້ອມນັ້ນ, ...

Read More »

ໂອກາດດີມາຮອດແລ້ວ!!! ສໍາລັບນັກທຸລະກິດທີ່ກໍາລັງສົນໃຈຢາກເປັນຕົວແທນຈໍາໜ່າຍສິນຄ້າຄຸນນະພາບດີຈາກຍີ່ປຸ່ນ…

ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ຫຼືອົງການ JETRO VIENTIANE ໄດ້ຈັດງານວາງສະແດງສິນຄ້າ    ຍີ່ປຸ່ນ “Japan Product Exhibition 2021” ຢ່າງເປັນທາງການໃນວັນທີ 3 ກຸມພາ 2021 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງຈັນ ເຊິ່ງລວມສິນຄ້າຈາກປະເທດຍີ່ປຸ່ນຫລາຍກວ່າ 82 ລາຍການ ຈາກ 28 ບໍລິສັດ, ເປັນສິນຄ້າເພື່ອສຸຂະພາບ, ຄວາມງາມ, ອາຫານ…ບໍ່ວ່າຈະເປັນສິນຄ້າປະເພດອາຫານ ເຊັ່ນ: ພາສຕ້າ ທີ່ເຮັດຈາກເຂົ້າ, ສາຫລ່າຍຍີ່ປຸ່ນ, ໃບຊາຍີ່ປຸ່ນ…, ປະເພດເຄື່ອງສໍາອາງມີ: ຄີມທາຝ້າ, ໂລຊັນ, ຢາຟື້ນຟູເສັ້ນຜົມ ແລະ ນໍ້າຢາຍ້ອມຜົມ , ນອກຈາກນີ້ຍັງມີປະເພດອາຫານເສີມ ເຊັ່ນ: ຄໍລະເຈັນແທ່ງ, ເມັດຈຸລິນຊີທີ່ດີຕໍ່ລໍາໄສ້ ແລະ ອື່ນໆ.     ໃນງານດັ່ງກ່າວ ທ່ານ ຄາຊຶອິຈິ ອິວະຄະມິ ຫົວໜ້າອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ໄດ້ກ່າວວ່າ: ງານນີ້ໄດ້​ຖືກຈັດຂຶ້ນເປັນປີທີ 5 ແລ້ວ ແລະ ...

Read More »

ສ.ອາເມລິກາ ສັ່ງຍົກເລີກຖ້ຽວບິນ 1.600 ກວ່າຖ້ຽວຍ້ອນພາຍຸຫິມະ

ຕາມ​ຂ່າວ​ຈາກ​ ນີວຢອກ, ວັນ​ທີ2​ກຸມພາ, ພາຍຸ​ຫິມະ ຂະໜາດ​ໃຫຍ່ ພັດ​ເຂົ້າພື້ນ​ທີ່ ​​ແຄມ​ຝັ່ງ ​ຕາ​ເວັນ​ອອກ​ຂອງ​ສ.ອາ​ເມ​ລິ​ກາ ​ສົ່ງ​ຜົນ​ໃຫ້​ຕ້ອງ ​ຍົກ​ເລີກ​ຖ້ຽວ​ບິນ 1.600 ກວ່າ​ຖ້ຽວ,ປິດ​ການ​ຮຽນ-ການ​ສອນ​ໃນ​ໂຮງຮຽນ ​ແລະ ​ເລື່ອນ ການ​ສັກ​ຢາ​ ປ້ອງ​ກັນ ​ໂຄ​ວິດ-19 ອອກ​ໄປ ຫລັງ​ຈາກ ສຳນັກງານ ​ບໍລິການ ສະພາບ​ອາກາດ​ ແຫ່ງ​ຊາດ ​ຂອງ ສ.ອາ​ເມ​ລິ​ກາ ປະກາດ ​ເຕືອນ​ໄພ ​ພາຍຸຫິມະ ໃນ​ພື້ນ​ທີ່ ລັດ​ເວີ​ຈີ​ເນຍ ​ໄປ​ຈົນ​ເຖິງ ​ລັດ​ເມນ ທີ່​ມີ​ປະຊາກອນ ປະມານ 10 ລ້ານ​ຄົນ ກຽມພ້ອມ​ຮັບ​ມື​ ກັບ​ພາຍຸ​ ດັ່ງກ່າວ. ຂະນະ​ນີ້ ສ.ອາ​ເມ​ລິ​ກາ ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ສະ​ສົມ​ເກືອບ 27 ລ້ານ​ຄົນ ​ແລະ ​ເສຍ​ຊີວິດ 454.200 ກວ່າ​ຄົນ ຫລາຍ​ເປັນອັນ​ດັບ1​ຂອງ​ໂລກ ແຫຼ່ງທີ່ມາ: ຂປລ.

Read More »

ຈີນຈະຜະລິດວັກຊິນປ້ອງກັນໂຄວິດ-19 ໃຫ້ໄດ້ 400 ລ້ານຫລອດຕໍ່ປີ

ຕາມ​ຂ່າວ​ຈາກ​ ປັກ​ກິ່ງ,ເຊີນ​ເຈີ້ນ ຄັງ​ໄຖ່ ​ໄບ​ໂອ​ໂລ​ຈິ​ຄໍ​ລ ​ໂປຣດັກ(Shenzhen Kang Tai Biological Products Co., Ltd.) ບໍລິສັດ​ຜູ້​ຜະລິດ ວັກ​ຊິນ ​ແຫ່ງ​ໃຫຍ່​ຂອງ​ຈີນ ສ້າງ​​ໂຮງງານ ​ຂະໜາດ​ໃຫຍ ທີ່​ສາມາດ​ຜະລິດ​ວັກ​ຊິນປ້ອງ​ກັນ​ ໂຄ​ວິດ-19 ຂອງ​ແອ​ສຕຣາ​ເຊ​ເນ​ກາ 400 ລ້ານ​ຫລອດຕໍ່​ປີ ​ຈະຜະລິດວັກຊິນເພີ່ມ​ຂຶ້ນ​ຈາກ​ ປີ​ກ່ອນ​ສອງ​ເທົ່າ ຫລັງ​ຈາກ​ ບໍລິສັດ​ດັ່ງກ່າວ ​ໄດ້​ຮັບ​ສິດ ​ເປັນ​ຜູ້​ສົ່ງ​ມອບ ​ວັກ​ຊິນ AZD1222 ທີ່​ພັດທະນາ ​ໂດຍ​ແອ​ສຕຣາ​ເຊ​ເນ​ກາ ​ແລະ ມະຫາວິທະຍາ​ໄລ ອ໋ອກຟອດ ຂອງ​ອັງກິດ​​ໃນຈີນ ​ເມື່ອ​ປີ​ກາຍ​ນີ້ ​ໂດຍ​ແລກ​ກັບ​ ການ​ຜະລິດ​ວັກ​ຊິນ​ໃຫ້​ໄດ້​ຢ່າງ​ໜ້ອຍ 200 ລ້ານ​ຫລອດ ​ໃນ​ທ້າຍ​ປີ​ນີ້. ຈີນມີ​ຍອດ​ ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ສະ​ສົມ 89.500 ກວ່າ​ຄົນ ​ແລະ ​ເສຍ​ຊີວິດ ປະມານ 4,640ຄົນ. ແຫຼ່ງທີ່ມາ:ຂປລ

Read More »

ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ

ເພື່ອເປັນການມອບໂອກາດ ແລະ ປະສົບການດີໆໃຫ້ແກ່ລູກຄ້າ. ທີພລັດ (TPLUS) ໄດ້ຈັບມືກັບສະໂມສອນໂບຣັດຊີອາ ດ໋ອດມູນ   (Borussia Dortmund) ສະໂມສອນບານເຕະລະດັບຕໍານານຈາກລີກບຸນເດສ໌ລີກ້າປະເທດເຢຍລະມັນ, ການຈັບມືກັນຄັ້ງນີ້ຈະເປີດໂອກາດໃຫ້ແຟນໆຊາວລາວສາມາດຕິດຕາມຂ່າວຄາວ, ພາບຂ່າວ ແລະ ກິດຈະກໍາຕ່າງໆ ລວມເຖິງການສົ່ງຄໍາທັກທາຍຈາກນັກກິລາຂອງດ໋ອດມູນເຖິງແຟນໆໃນປະເທດລາວ. ທີພລັດ (TPLUS) ແມ່ນເຄືອຂ່າຍໂທລະສັບມືຖືຊັ້ນແນວໜ້າໃນ ສປປ ລາວ, ຮູ້ຈັກກັນດີໃນນາມເບີຫຼັກ 7 ພວກເຮົາ ເຄືອຂ່າຍທີພລັດ (TPLUS) ຮູ້ສຶກເປັນກຽດ ແລະ ພູມໃຈຫຼາຍທີ່ຈະໄດ້ເປັນເຄືອຂ່າຍບູລິມາສິດໃນການມອບໂອກາດສຸດພິເສດໃຫ້ແກ່ແຟນໆດ໋ອດມູນໃນ ສປປ ລາວໃຫ້ສາມາດເຂົ້າເຖິງ ແລະ ສໍາພັດກັບປະຫວັດອັນຍິ່ງໃຫຍ່-ຍາວນານຂອງທີມ, ຮ່ວມຊື່ນຊົມຜູ້ຫຼີ້ນລະດັບໂລກໃນທີມ, ພ້ອມໆກັບຮ່ວມຕິດຕາມເລື່ອງລາວຂອງການກ້າວຂຶ້ນເປັນແຊ້ມປ້ຽນຂອງສະໂມສອນດ໋ອດມູນ ແລະ ອື່ນໆ. ແຟນໆຊາວລາວຈະໄດ້ຮັບ ແລະ ສໍາພັດປະສົບການ ການເປັນແຟນຄລັບລະດັບພຣີເມຍຂອງສະໂມສອນ ໂບຣັດຊີອາ ດ໋ອດມູນ. ຍັງບໍ່ໝົດເທົ່ານັ້ນ, ພວກເຮົາເຄືອຂ່າຍທີພລັດຍັງມີອີກຫຼາຍໆກິດຈະກໍາທີ່ຈະທະຍອຍສົ່ງອອກມາເພື່ອເອົາໃຈແຟນໆຂອງເຄືອຂ່າຍພວກເຮົາ. ສີເຫຼືອງ-ດໍາ, ຖືເປັນສີທາງການຂອງເຄືອຂ່າຍທີພລັດ ແລະ ສະໂມສອນດ໋ອດມູນ, ສີຖືເປັນສັນຍາລັກສຸດພິເສດຂອງການຮ່ວມມືກັນລະຫວ່າງສອງອົງກອນ.  ໃນ ສປປ ລາວ ສະໂມສອນດ໋ອດມູນເປັນທີ່ຮູ້ຈັກກັນດີໃນສົມຍານາມຂອງເສືອແຫ່ງລີກບຸນເດສ໌ລີກ້າເຢຍລະມັນ ເນື່ອງຈາກທັກສະໃນການຫຼິ້ນ ແລະ ຄວາມເປັນມືອາຊີບຂອງທີມເທິງສະໜາມແຂ່ງ, ມາພ້ອມກັບຊຸດແຕ່ງກາຍເຫຼືອງ-ດໍາອັນເປັນເອກະລັກ. ໃນຂະນະດຽວກັນ, ສີເຫຼືອງ-ດໍາ ກໍເປັນສະເໝືອນສັນຍາລັກອັນໂດດເດັ່ນຂອງ ...

Read More »

ພິທີ ມອບ​-​ຮັບ ໜ້າທີ່ ລະຫວ່າງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ເກົ່າ ແລະ ຜູ້​ໃໝ່

ວັນ​ທີ 1 ກຸມພາທີ່ຜ່ານມາ ທີ່​ສະ ໂມສອນ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ມີ​ພິທີ ມອບ​-​ຮັບ ໜ້າທີ່ ລະຫວ່າງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ເກົ່າ ແລະ ຜູ້​ໃໝ່ ໂດຍ​ມີ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ສະມາຊິກ​ພັກ​-​ພະນັກງານ​ຫຼັກ​ແຫຼ່ງ​ທົ່ວ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.ສະຫາຍ ຈັນ​ສີ ໂພ​ສີຄຳ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ​ຄະ​ນະເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ເກົ່າ ອອກພັກ​ການ​-ຮັບ​ອຸດ​ໜູນ​ບຳນານ ໄດ້​ຂຶ້ນ​ກ່າວ​ມອບ​ໜ້າທີ່ ພ້ອມ​ທັງ​ລາຍ​ງານໂດຍ​ຫຍໍ້​ກ່ຽວ​ກັບ​ບາງ​ບັນຫາ ໃນ​ຕະຫຼອດ​ໄລຍະ 10 ປີ ທີ່​ຕົນ​ເອງ ໄດ້​ປະຕິບັດ​ໜ້າທີ່​ຜ່ານ​ມາ ຊຶ່ງ​ພາລະ​ບົດບາດ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແມ່ນ​ກວ້າງຂວາງ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຕົວ​ຈິງ ກໍ​ພົບ​ອຸປະສັກ​ຫຼາຍ ແຕ່​ກໍ​ມີ​ອັນ​ສຳເລັດ​ໃນ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ​ການ​ເປັນໃຈ​ກາງ​ຫຼັກ​ແຫຼ່ງ​ເຕົ້າໂຮມ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ເສີມ​ຂະຫຍາຍ​ປະຊາທິປະໄຕ​ພາຍ​ໃນ​ພັກ​ຢ່າງ​ກວ້າງຂວາງ, ບັນ ດາ​ເນື້ອ​ໃນ​ມະຕິ​ຂອງ​ສູນ​ກາງ​ພັກ, ຂອງ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ລ້ວນ​ແຕ່​ໄດ້​ຮັບ​ການ​ຈັດຕັ້ງ​ປະຕິບັດ ແລະ ມີ​ຜົນ​ສໍາ​ເລັດ​ຫຼາຍ​ດ້ານ, ບົດບາດ​ການ​ນຳພາ​ຂອງ​ພັກ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ພະນັກງານ ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ໂອກາດ​ເຂົ້າ​ຮ່ວມ​ພິທີ ມອບ​-​ຮັບ​ໜ້າທີ່​ໃນ​ຄັ້ງ​ນີ້, ສະ ຫາຍ ...

Read More »

ໂຄວິດ-19 ສົ່ງຜົນເຮັດໃຫ້ການທ່ອງທ່ຽວທົ່ວໂລກ ຫຼຸດລົງເຖິງ 74% ໃນປີ 2020 ທີ່ຜ່ານມາ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາວ່າ, ອົງການ ການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ (UNWTO) ໄດ້ເຜີຍແຜ່ບົດລາຍງານປະຈຳປີໂດຍລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ອຸດສາຫະກຳການທ່ອງທ່ຽວສາກົນໃນປີ 2020, ເຮັດໃຫ້ຈຳນວນນັກທ່ອງທ່ຽວສາກົນຫຼຸດລົງ 74%. ບົດລາຍງານລະບຸວ່າ: ການເດີນທາງຂອງນັກທ່ອງທ່ຽວສາກົນຫຼຸດລົງ ປະມານ 1 ພັນລ້ານເທື່ອຄົນທົ່ວໂລກໃນປີ 2020, ເມື່ອທຽບກັບປີ 2019 ຊຶ່ງເປັນຜົນມາຈາກຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ໃນເກືອບທຸກປະເທດທົ່ວໂລກ ເພື່ອຄວບຄຸມການລະບາດໃຫຍ່. UNWTO ໄດ້ຄາດຄະເນວ່າ: ການຫຼຸດລົງຂອງຈຳນວນນັກທ່ອງທ່ຽວ ຈະນຳໄປສູ່ການສູນເສຍລາຍໄດ້ 1,3 ລ້ານໆໂດລາ ຫຼື ຄິດເປັນ 11 ເທົ່າຂອງການສູນເສຍ ທີ່ເກີດຈາກວິກິດເສດຖະກິດໃນປີ 2009 ຊຶ່ງຖືກກຳນົດວ່າ: ເປັນປີທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງອຸດສາຫະກຳການທ່ອງທ່ຽວ. ການແຜ່ລະບາດໃຫຍ່ສົ່ງຜົນກະທົບຕໍ່ທຸກພາກພື້ນທົ່ວໂລກ ໂດຍຈຳນວນນັກທ່ອງທ່ຽວຊາວຕ່າງຊາດໃນພາກພື້ນອາຊີ-ປາຊີຟິກ ຫຼຸດລົງ 84%, ໃນຕາເວັນອອກກາງ ແລະ ອາຟຣິກາ ຫຼຸດລົງ 75%. ຂະນະທີ່ເອີຣົບ ຫຼຸດລົງ 70%, ເຖິງແມ່ນວ່າຈະມີການຟື້ນຕົວພຽງເລັກນ້ອຍໃນໄລຍະລະດູຮ້ອນ. ສ່ວນທະວີບອາເມຣິກາ ຫຼຸດລົງ 69%. ທ່ານ ຊູຣັບ ໂປໂລລິຄາຊວິນລີ ເລຂາທິການຂອງ UNWTO ໄດ້ກ່າວເຕືອນວ່າ: ປີ 2021 ຈະເປັນປີທີ່ຍາກລຳບາກເຊັ່ນກັນ. ...

Read More »

ມຽນມາປະກາດພາວະສຸກເສີນ 1 ປີ ຫຼັງທະຫານຈັບກຸມ ອອງຊານຊູຈີ

ວັນທີ 1 ກຸມພາ BBC ໄດ້ອ້າງອີງຈາກສຳນັກຂ່າວມຽວດີ ສື່ຂອງກອງທັບຂອງມຽນມາໂດຍລາຍງານວ່າ ກອງທັບມຽນມາໄດ້ເຂົ້າຍຶດອຳນາດອອງຊານຊູຈີ, ປະທານາທິບໍດີ ວິນ ມິນ ແລະ ລັດຖະບານ ພ້ອມປະກາດສະພາວະສຸກເສີນທົ່ວປະເທດເປັນເວລາ 1 ປີ, ແຕ່ງຕັ້ງພົນເອກ ມິນສ່ວຍ ຮອງປະທານາທິບໍດີ ເປັນປະທານາທິິບໍດີຊົ່ວຄາວ. ສ່ວນລະບົບສື່ສານທັງໂທລະສັບ ແລະ ອິນເຕີເນັດພາຍໃນປະເທດຖືກຕັດຂາດສັນຍານ..ໃນການຖະແຫຼງການຂອງກອງທັບທະຫານທີ່ເຂົ້າຍຶດອຳນາດນັ້ນລະບຸວ່າ ການຄວບຄຸມຕົວບຸກຄົນເຫຼົ່ານັ້ນ ເກີດຈາກຄວາມບໍ່ໝັ້ນຄົງທາງການເມືອງ ຫຼັງຈາກພົບຄວາມຜິດປົກກະຕິໃນການລົງທະບຽນຜູ້ມີສິດເລືອກຕັ້ງໃນລະຫວ່າງທີ່ມີການເລືອກຕັ້ງທົ່ວໄປ. ການຈັບແກນນຳຂອງພັກ NLD ເກີດຂຶ້ນໃນສອງສາມຊົ່ວໂມງກ່ອນການປະຊຸມສະມາຊິກສະພາຊຸດໃໝ່ທີ່ຈະເລີ່ມຕົ້ນຂຶ້ນໃນວັນທີ 1 ກຸມພາ. ເຊິ່ງກ່ອນໜ້ານີ້ ຫຼັງຈາກທີ່ພັກ NLD ພາຍໃຕ້ການນຳພາຂອງອອງຊານຊູຈີຊະນະການເລືອກຕັ້ງໃນວັນທີ 8 ພະຈິກ 2020 ທາງດ້ານກອງທັບທະຫານ ແລະ ພັກ USPD ກໍອ້າງວ່າໄດ້ມີການໂກງການເລືອກຕັ້ງ, ຮຽກຮ້ອງໃຫ້ຄະນະກຳມະການການເລືອກຕັ້ງເປີດເຜີຍລາຍຊື່ຜູ້ໃຊ້ສິດເລືອກຕັ້ງ ແຕ່ກໍບໍ່ໄດ້ການຕອບຮັບຈາກອີກຝ່າຍ ເຮັດໃຫ້ຝ່າຍສະໜັບສະໜຸນພັກ USPD ຈັດຂະບວນປະທ້ວງຂຶ້ນມາ. ຕະຫຼອດອາທິດທີ່ຜ່ານມາ ໄດ້ເກີດຂ່າວລືເລື່ອງການເຮັດລັດຖະປະຫານຢ່າງຕໍ່ເນື່ອງ ໂດຍໃນວັນທີ 30 ມັງກອນ ກອງທັບມຽນມາໄດ້ອອກມາຖະແຫຼງການໂດຍຢັ້ງຢືນວ່າຈະປົກປ້ອງລັດຖະທຳມະນູນ ແລະ ກົດໝາຍຢ່າງເຄັ່ງຄັດ, ແຕ່ການຍຶດອຳນາດໃນຄັ້ງນີ້ກໍເກີດຂຶ້ນໂດຍມີໄລຍະເວລາຫ່າງຈາກວັນຖະແຫຼງການພຽງສອງມື້ເທົ່ານັ້ນ. ສຳລັບພົນເອກ ມິນ ສ່ວຍ ປະທານາທິບໍດີຊົ່ວຄາວທີ່ຖືກແຕ່ງຕັ້ງນັ້ນ ...

Read More »

ຜົນສໍາເລັດຂອງກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII(ເນັ້ນຍົກສູງຄຸນນະພາບການບໍລິການສຸຂະພາບ)

ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII ໄຂຂື້ນຢ່າງເປັນທາງການ ແລະ ໄດ້ດໍາເນີນ ເປັນເວລາ 2 ວັນເຕັມ ແຕ່ວັນທີ 28 ຫາ 29 ມັງກອນ 2021 ທີ່ຫ້ອງປະຊຸມ ICTC, ນະຄອນຫຼວງວຽງຈັນ.ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນບ່າຍວັນທີ 29 ມັງກອນນີ້ ໂດຍການເຂົ້າຮ່ວມຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຄະນະລັດຖະມົນຕີກະຊວງສາທາລະນະສຸກ, ບັນດາທ່ານຮອງລັດຖະມົນຕີອ້ອມຂ້າງສູນກາງ, ຜູ້ຕາງໜ້າຄະນະກໍາມະທິການວັດທະນະທໍາ-ສັງຄົມສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ,ສູນກາງສະຫະພັນກໍາມະບານ, ທ່ານຮອງເຈົ້າຄອງນະຄອນຫຼວງ, ຮອງເຈົ້າແຂວງຈາກທົ່ວປະເທດ, ຄະນະອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ຫ້ອງການ, ກົມ, ສະຖາບັນ, ໂຮງໝໍສູນກາງ, ສູນຕ່າງໆອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ວິທະຍາໄລ ວິທະຍາສາດ ສຸຂະພາບ ຈາກແຂວງ., ມີບັນດາອາດີດການນໍາ ແລະ ພະນັກງານອະວຸໂສບໍານານ, ວິລະຊົນແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນທັງໝົດ 285 ທ່ານ. ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມຄັ້ງນີ້ວ່າ ເປັນການເຜີຍແຜ່-ເຊື່ອມຊຶມ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ...

Read More »