ສູນພັດທະນາ ແລະ ເຝິກອົບຮົມ ດ້ານຊອບແວລາວ-ອິນເດຍ

ພິທີມອບ-ຮັບສູນພັດທະນາ ແລະ ເຝິກອົບຮົມ ດ້ານຊອບແວລາວ-ອິນເດຍ ຈັດຂຶ້ນໃນຕອນບ່າຍວັນທີ 26 ພະຈິກ ປີ 2018 ທີ່ ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ, ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ). ສູນດັ່ງກ່າວ ແມ່ນການຮ່ວມມືກັນລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ກະຊວງ ປທສ ແລະ ສູນ C-DAC ແຫ່ງປະເທດອິນເດຍ.

ສູນດັ່ງກ່າວມີເປົ້າໝາຍໃນການສ້າງ ແລະ ພັດທະນາບຸກຄະລາກອນ ທີ່ມີຄວາມສາມາດໃນການພັດທະນາຊອບແວ ລະດັບສູງເພື່ອສາມາດຕອບສະໜອງຄວາມຕ້ອງການຕົວຈິງປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ ສັງຄົມຢ່າງຮອບດ້ານໄປຕາມຍຸກສະໄໝທີ່ມີຄວາມຮຽກຮ້ອງຕ້ອງການສູງ.


ສູນພັດທະນາ ແລະ ເຝິກອົບຮົມຊອບແວລາວ-ອິນເດຍມີຫ້ອງ ແລະ ອຸປະກອນປະກອບດ້ວຍ: ຫ້ອງແລັບສຳລັບການຝຶກອົບຮົມ 2 ຫ້ອງ ເຊິ່ງປະກອບມີຄອມພິວເຕີ 60 ໜ່ວຍ, ຫ້ອງຮຽນບັນລະຍາຍ 1 ຫ້ອງ, ຫ້ອງບໍລິຫານ 4 ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ຫ້ອງສະໝຸດ 1 ຫ້ອງ ແລະ ຫ້ອງເຊີເວີ (server) 1 ຫ້ອງ.

ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຣາວີ ຊານກາ ເອອິໂຊລາ (Ravi Shankar Aisola ) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສ ອິນເດຍປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກ ກະຊວງ ການຕ່າງປະເທດ ແລະ ກະຊວງ ແຜນການ ແລະ ການລົງທຶນ, ບັນດາກົມ ອ້ອມຂ້າງ ກະຊວງ ປທສ, ລັດວິສາຫະກິດໃນຂະແໜງ ການໂທລະຄົມ ແລະ ບໍລິສັດເອກະຊົນຕ່າງໆໃນຂະແໜງກາທີ່ກ່ຽວຂ້ອງ.

ຂໍ້ມູນຈາກ: ຂປລ.

Comments