9 ເດືອນຈຳປາສັກສົ່ງອອກສິນຄ້າມູນຄ່າ 11 ລ້ານກ່ວາໂດລາ

ໃນ 9 ເດືອນ ແຂວງຈຳປາສັກ ມີສະຖິຕິການສົ່ງອອກສິນຄ້າ ໄດ້ຈໍານວນ 110.803 ໂຕນ, ມູນຄ່າ 11.438.328 ໂດລາສະຫະລັດ, ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ປະຕິບັດໄດ້ 116 ສະບັບ, ຈໍານວນສິນຄ້າ 134.986 ໂຕນ, ມູນຄ່າ 15,5 ລ້ານໂດລາສະຫະລັດ ສ່ວນໃຫຍ່ແມ່ນຢາງພາລາ, ໄມ້ສໍາເລັດຮູບ, ແປ້ງມັນສໍາເລັດຮູບ, ກາເຟສໍາເລັດຮູບ ແລະ ກາເຟເມັດ.

ຕົວເລກການສົ່ງອອກດັ່ງກ່າວ ໂດຍໄດ້ຮັບການລາຍງານຕໍ່ກອງປະຊຸມສະພາການຄ້າ ແລະ ອຸດສາຫະກໍາ (ສຄອ) ແຂວງຈໍາປາສັກ ໃນການສະຫຼຸບການເຄື່ອນໄຫວວຽກງານ 9 ເດືອນ ປີ 2018. ຈັດຂຶ້ນຢູ່ໂຮງແຮມເອລາວັນ ຣີເວີຊາຍ ບ້ານໂພນສະຫວັນ ນະຄອນປາກເຊ ເມື່ອວັນທີ 19 ພະຈິກ 2018 ໂດຍການເປັນປະທານຂອງ ທ່ານ ອຸດອນ ສິງສຸວົງ ຮອງປະທານ ສຄອ ແຂວງ. ມີທ່ານ ດຣ.ຈິນດາ ວົງສຸລິ ທີ່ປຶກສາ ສຄອ ແຂວງ ພ້ອມດ້ວຍຄະນະປະຈໍາ, ຄະນະບໍລິຫານງານ ແລະ ສະມາຊິກ ສຄອ ແຂວງ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ສະຫຼຸບຄືນການເຄື່ອນໄຫວວຽກງານ ຂອງ ສຄອ ແຂວງ ໃນ 9 ເດືອນປີ 2018 ໂດຍຫຍໍ້ ເຊິ່ງຍົກໃຫ້ເຫັນສະພາບການເຄື່ອນໄຫວວຽກງານແຕ່ລະດ້ານ ນັບແຕ່ວຽກງານການປັບປຸງການຈັດຕັ້ງ, ການເຄື່ອນໄຫວສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມທຸລະກິດ, ປັດຈຸບັນ ມີສະມາຊິກທັງໝົດ 972 ຫົວໜ່ວຍ ເພີ່ມຂຶ້ນຈາກປີ 2017 ຈໍານວນ 135 ຫົວໜ່ວຍ, ສະມາຊິກທີ່ຂຶ້ນກັບ ສຄອ ແຂວງໂດຍກົງ ມີ 140 ຫົວໜ່ວຍ ເພີ່ມຂຶ້ນຈາກປີ 2017 ຈໍານວນ 14 ຫົວໜ່ວຍ.
ຈາກນັ້ນ ຄະນະປະຈໍາ ສຄອ ແຂວງ ທີ່ຊີ້ນໍາວຽກງານແຕ່ລະຂະແໜງການ ແລະ ສະມາຊິກ ສຄອ ແຂວງ ກໍ່ໄດ້ປຶກສາຫາລືຄົ້ນຄ້ວາ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ສຄອ ແຂວງ ດີຂຶ້ນເລື້ອຍໆ.

ຂໍ້ມູນຈາກ: ນສພ ຈໍາປາໃໝ່.

Comments