ນໍ້າຕົກຕາດເຍືອງ ເປັນແຫຼ່ງທ່ອງທ່ຽວທໍາມະຊາດ

ນໍ້າຕົກຕາດເຍືອງ ເປັນແຫຼ່ງທ່ອງທ່ຽວທໍາມະຊາດ ອີກແຫ່ງໜຶ່ງທີ່ນອນຢູ່ໃນລາຍການນໍາທ່ຽວຂອງແຂວງຈໍາປາສັກ, ຕັ້ງຢູ່ບ້ານຫຼັກ 40 ເມືອງປາກຊ່ອງ ຫ່າງຈາກເສັ້ນທາງເລກທີ 16 ປະມານ 800 ແມັດ, ເປັນແຫຼ່ງທ່ອງທ່ຽວທໍາມະຊາດສີຂຽວ, ສະອາດ, ສວຍງາມ ເຊິ່ງພັດທະນາຕິດພັນກັບການຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ ມີລາຍຮັບແກ່ຄອບຄົວ.


ທ່ານ ນາງ ສອນທິດາ ອຸນາພົມ ຜູ້ສໍາປະທານພັດທະນານໍ້າຕົກຕາດເຍືອງ ໃຫ້ສໍາພາດໃນກາງເດືອນພະຈິກ 2018 ນີ້ວ່າ: ນໍ້າຕົກຕາດເຍືອງ ແຕ່ກ່ອນແມ່ນຊຸມຊົນເປັນຜູ້ພັດທະນາ ແຕ່ຍ້ອນທຶນຮອນບໍ່ພຽງພໍ, ປີ 2011-2012 ອໍານາດການປົກຄອງແຂວງຈິ່ງໄດ້ປຸກລະດົມຂົນຂວາຍໃຫ້ຂ້າພະເຈົ້າເຂົ້າມາມີສ່ວນຮ່ວມໃນການພັດທະນາ ໂດຍເສຍຄ່າຊົດເຊີຍໃຫ້ຜູ້ພັດທະນາມາກ່ອນ,

ຕອນຂ້າພະເຈົ້າເຂົ້າມາສໍາປະທານ, ຢູ່ສະຖານທີ່ແຫ່ງນີ້ ມີແຕ່ສວນກາເຟ ບໍ່ມີສິ່ງປຸກສ້າງໃດໆ ຕໍ່ມາຂ້າພະເຈົ້າກໍໄດ້ເອົາໃຈໃສ່ປັບປຸງສ້ອມແປງທາງເຂົ້າໃຫ້ມີຄວາມສະດວກສະບາຍ, ເອົາໄຟຟ້າເຂົ້າ, ຈາກນັ້ນ ກໍ່ສ້າງຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ ເພື່ອບໍລິການແຂກຄົນທີ່ມາທ່ຽວຊົມ ເຊິ່ງປັດຈຸບັນນີ້ ເຄື່ອງທີ່ລະນຶກຕ່າງໆ ທີ່ນໍາມາວາງສະແດງ ແລະ ຈໍາໜ່າຍຢູ່ຕາດເຍືອງ ສ່ວນໃຫຍ່ແມ່ນຜະລິດຕະພັນຂອງຄົນລາວເຮົາຜະລິດເອງ.

ສໍາລັບການພັດທະນາ ແມ່ນເນັ້ນໜັກໃສ່ການອຸນະຮັກ ແລະ ປົກປັກຮັກສາສິ່ງແວດລ້ອມ, ໃຫ້ເປັນແຫຼ່ງທ່ອງທ່ຽວນໍ້າຕົກຕາດ ທີ່ມີທໍາມະຊາດສີຂຽວ, ສະອາດ, ບໍລິການດີ, ອາຫານປອດສານພິດ ໂດຍນໍາໃຊ້ວັດຖຸດິບ ແລະ ພືດຜັກ ພາຍໃນທ້ອງຖິ່ນ ໂດຍຊຸກຍູ້ສົ່ງເສີມໃຫ້ປະຊາຊົນປູກ ເຊັ່ນ: ໝາກສະເວີ່, ຜັກອີ່ຄູ້, ໝາກຮຸ່ງ, ໝາກເລັ່ນ (ໝາກເຂືອສົ້ມ), ໝາກເຂືອຂົນ (ໝາກເອິກ), ໜໍ່ໄມ້ ແລະ ອື່ນໆ

ທ່ານກ່າວຕອນທ້າຍອີກວ່າ: ປັດຈຸບັນນີ້ ພວກເຮົາສໍາເລັດການສ້າງ ຣີສອດ 26 ຫ້ອງ ເຊິ່ງມີທັງຕຽງຄູ່, ຕຽງດ່ຽວ ແລະ ຫ້ອງ “ວີໄອພີ”  ພິເສດ ໃນປີ 2019 ຕາດເຍືອງພວກເຮົາ ໄດ້ເຊັນສັນຍາກັບ ບໍລິສັດ ທ່ອງທ່ຽວຂອງ ສປ ຈີນ ຈະມາເຊົ່າຫ້ອງພັກຢູ່ຕາດເຍືອງ 50 ຫ້ອງ ໃນໄລຍະ 4 ປີ ພ້ອມນີ້ ກໍຈະນໍາພານັກທ່ອງທ່ຽວຈາກ ສປ ຈີນ ມາຮັບປະທານອາຫານທ່ຽງ 300 ຄົນ/ວັນ ແລະ ພັກແຮມ 100/ຄືນ.

ຍ້ອນແນວນັ້ນ ໃນຕໍ່ໜ້ານີ້ ພວກເຮົາຍັງຈະສືບຕໍ່ສ້າງຫ້ອງພັກ ແລະ ຮ້ານອາຫານໃຫ້ກ້ວາງກ່ວາເກົ່າເພື່ອກະກຽມຄວາມພ້ອມທຸກດ້ານ ໃນການຕ້ອນຮັບແຂກຄົນ ກໍຄືນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາທ່ຽວຊົມ ໃຫ້ມີຄວາມສະດວກສະບາຍ, ມີຄວາມປະທັບໃຈ ມາເຫັນແລ້ວ ຍາມກັບເມືອ ກໍໃຫ້ເພິ່ນຄິດຮອດ ແລະ ຢາກກັບມາທ່ອງທ່ຽວອີກ.

ຂໍ້ມູນຈາກ: ນສພ ຈໍາປາໃໝ່.

Comments