ວາງສິລາເລິກໂຄງການສ້າງຕາໜ່າງ ສະຖານີຕິດຕາມແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ

ພິທີວາງສິລາເລິກໂຄງການສ້າງຕາໜ່າງ ສະຖານີຕິດຕາມແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ ຈັດຂຶ້ນໃນວັນທີ 27 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ.

 

ເປັນອີກໜຶ່ງໂຄງການ ທີ່ລັດຖະບານ ສປ ຈີນ ຊ່ວຍເຫຼືອ ລັດຖະບານ ສປປ ລາວ ເຊິ່ງສ່ອງແສງໃຫ້ເຫັນເຖິງການຮ່ວມມືທີ່ສະໜິດແໜ້ນ ກໍຄືມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດຈີນ-ລາວ;
ໂຄງການດັ່ງກ່າວຈະໄດ້ຊ່ວຍເຫຼືອທາງດ້ານເຕັກນິກວິຊາການ, ການຕິດຕັ້ງກໍ່ສ້າງ ແລະ ເຝິກອົບຮົມ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຕິດຕາມ ແລະ ປ້ອງກັນໄພແຜ່ນດິນໄຫວ.

ສ້າງລະບົບຕິດຕາມ ແລະ ລາຍງານຂໍ້ມູນການເກີດແຜ່ນດິນໄຫວລະດັບ 03 ຣິກເຕີຂຶ້ນໄປ, ຈັບຈຸດທີ່ເກີດແຜ່ນດິນໄຫວໄດ້ຢ່າງຖືກຕ້ອງຊັດເຈນ ແລະ ລາຍງານຢ່າງທັນການ ພ້ອມແຈ້ງເຕືອນໃນກໍລະນີເກີດແຜ່ນດິນໄຫວທີ່ຮຸນແຮງ ແລະ ຫຼັງສັ່ນສະເທືອນທີ່ຕາມມາ ເຊິ່ງມີຄວາມໝາຍສຳຄັນຍິ່ງ ຕໍ່ການປ້ອງກັນ ແລະ ຫຼຸດຜ່ອນຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃນພາກພື້ນກໍຄືໃນ ສປປລາວ;


ນອກຈາກນີ້, ຍັງໄດ້ເປັນພື້ນຖານໃຫ້ແກ່ການຄົ້ນຄວ້າວິທະຍາສາດທາງດ້ານທໍລະນີສາດຟິຊິກ ແລະ ອື່ນໆ, ເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ການພັດທະນາອຸດສາຫະກຳ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດອີກດ້ວຍ; ພ້ອມນີ້ຍັງຈະໄດ້ສ້າງສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ ຢູ່ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ສ້າງສະຖານີຕິດຕາມແຜ່ນດິນໄຫວ 15 ແຫ່ງໃນທົ່ວປະເທດ, ຄາດວ່າໂຄງການດັ່ງກ່າວຈະສ້າງໃຫ້ສຳເລັດໃນປີ 2020.

ຂໍ້ມູນຈາກເພສບຸກທ່ານສຸລີອູດົງ ສູນດາຣາ.

 

Comments