ກິດຈະກຳ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ເລີ່ມຂຶ້ນແລ້ວ.

ໃນຕອນເຊົ້າຂອງມື້ນີ້ ວັນທີ 28 ພະຈິກ 2018 ໄດ້ເປີດງານບຸນປະເພນີຊົນເຜົ່າ ແລະ ງານຕະຫຼາດນັດທີ່ໜອງຜາທ້າວ ເມືອງວຽງໄຊປະຈໍາປີ 2018.ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຄົບຮອບ 50 ປີ.

ໃນຕອນເຊົ້າຂອງມື້ດຽວກັນນີ້ ກໍໄດ້ເປີດຂະບວນຄາລະວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ
ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ
ໃນວັນທີ 28 ພະຈິກ 2018 ຢູ່ເດີ່ນທາດຫຼວງວຽງຈັນ, ໄດ້ຈັດມີພິທີເປີດຂະບວນຄາລາວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ເປັນກຽດເຂົ້າຮ່ວມ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະ ມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງເຈົ້າຄອງ ແລະ ແຂກຖືກເຊີນເຂົ້າຮ່ວມ ຂະບວນຄາລາວານຫຼາຍກວ່າ 500 ທ່ານ.

Comments