ຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ໃນວັນທີ 5 ທັນວາ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຫວຽນ ເທ່ ຮຸ່ງ ຫົວໜ້າກົມມໍລະດົກ-ວັດທະນະທຳ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ຊ່ຽວຊານ ລາວ-ຫວຽດນາມ ກ່ຽວກັບການກະກຽມນຳເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກຮ່ວມຊາຍແດນ ກັບອຸທິຍານຟອງຍາແກບັງ ໃນລະ ຫວ່າງ ວັນທີ 4-5 ທັນວາ 2018 ທີ່ນະຄອນຫລວງວຽງຈັນ.

ໃນໂອກາດດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຫວຽນ ເທ່ ຮຸ່ງ ທີ່ໄດ້ນຳພາຄະນະມາມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຮ່ວມກັບກົມມໍລະດົກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຊິ່ງເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນ ຍິ່ງໆຂຶ້ນ.

ຂໍ້ມູນຈາກ: ຂປລ.

Comments