ຈໍາປາສັກ ເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນທີ່ທັນສະໄໝ

ກອງປະຊຸມເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ໃຫ້ແກ່ບັນດາວິສາຫະກິດ ແຂວງຈໍາປາສັກ ຈັດຂຶ້ນໃນທ້າຍເດືອນ ພະຈິິກ 2018 ຜ່ານມານີ້ຢູ່ທີ່ຫ້ອງວ່າການແຂວງ

ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈໍາປາສັກ, ມີພະແນກການອ້ອມຂ້າງແຂວງ, ຜູ້ອໍານວຍການ, ຕາງໜ້າຜູ້ອໍານວຍການລັດວິສາຫະກິດ, ບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.ການເຜີຍແຜ່ຈະດໍາເນີນໄປເຖິງວັນທີ 7 ທັນວາ 2018.
ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກສ່ວຍສາອາກອນ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ແມ່ນເປັນລະບົບການຄຸ້ມຄອງລາຍຮັບສ່ວຍສາອາກອນລະບົບໃໝ່, ທັນສະໄໝ ທີ່ໃຊ້ແທນລະບົບ (Tmis).

ທັງນີ້ກໍເພື່ອແນໃສ່ປັບປຸງການບໍລິການສ່ວຍສາອາກອນໃຫ້ດີຂຶ້ນ, ເປັນລະບົບທີ່ເພີ່ມຄວາມໂປ່ງໃສ ໃນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ, ເລັງໃສ່ໃຫ້ຜູ້ມອບອາກອນ ສາມາດມອບດ້ວຍຕົນເອງຢູ່ສໍານັກງານຫົວໜ່ວຍທຸລະກິດ ແທນການເຂົ້າມາມອບຢູ່ສໍານັກງານສ່ວຍສາອາກອນ ເຊິ່ງຈະສ້າງຄວາມສະດວກ, ວ່ອງໄວທັນສະໄໝ ຮັບປະກັນຄວາມຖືກຕ້ອງ, ຄົບຖ້ວນ ແລະ ສາມາດກວດກາປະຫວັດການຊໍາລະອາກອນດ້ວຍຕົນເອງ ໂດຍຜ່ານສ່ອງທາງຕ່າງໆທີ່ລະບົບໄດ້ກໍານົດໄວ້.
ທ່ານ ສຸກກະເສີມ ສີຫານຸວົງ ໃຫ້ຮູ້ຕື່ມວ່າ: ການນໍາໃຊ້ລະບົບ (Tax Ris) ແມ່ນເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດ ຫັນການຈັດເກັບາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ມີຄວາມຮັດກຸມ, ຖືກຕ້ອງ, ຄົບຖ້ວນ, ທ່ວງທັນຕາມກໍານົດເວລາ, ຫັນເປັນທັນສະໄໝເທື່ອລະກ້າວ ຕາມນະໂຍບາຍຂອງພັກ-ລັດຖະບານ.

ຂໍ້ມູນຈາກ: ນສພ ຈໍາປາໃໝ່

 

Comments