ຄວາມຄືບໜ້າ!!! ເຫດການໄຟໄຫມ້ ໄອເຕັກຕຶກເກົ່າ ມື້ນີ້…. (ມີຄຼິບຄວາມເສຍຫາຍ)

ຕອນນິ້, ແມ່ນສາມາດຄວບຄຸມເຊື້ອເພີງ ຈຸດເກີດໄຟໄຫມ້ໄດ້ແລ້ວ!!!!! (ຊົມຄຼິບ)

ມື້ນີ້,​ ວັນທີ 10 ພຶດສະພາ 2019 ເວລາ 9:00 ໂມງເຊົ້າ ໄດ້ເກີດເຫດໄຟໄຫມ້ ລາວໄອເຕັກ ຕຶກເກົ່າ, ນະຄອນຫຼວງວຽງຈັນ. ເຊິ່ງມື້ນີ້, ແມ່ນຈະໄດ້ມີງານວາງສະແດງສິນຄ້າ ຜະລິດຕະພັນລາວ (Made In laos) ທີ່ມີຂຶ້ນລະຫວ່າງວັນທີ 10-19 ພຶດສະພານີ້. ເຊິ່ງແນ່ນອນ ອາດຈະມີການເລື່ອນງານເລັກໜ້ອຍ ແຕ່ກໍຍັງບໍ່ໄດ້ມີລາຍງານຢ່າງເປັນທາງການ.

ພາບຂ່າວເຫດການຕ່າງໆແມ່ນໄດ້ມີປະຊາຊົນ ຫຼາຍຄົນໄດ້ເຜີຍແພ່ໃຫ້ຮັບຮູ້ທາງສື່ສັງຄົມອອນລາຍ ສະແດງໃຫ້ເຫັນຄວັນດຳກຸ້ມອອກມາຈາກຕຶກໄອເຕັກເປັນຈຳນວນຫຼາຍ ແຕ່ກໍຍັງບໍ່ທັນໄດ້ເຫັນເປັນແປວໄຟຂຶ້ນແຮງ.

ທັງນີ້, ຍັງບໍ່ທັນມີລາຍງານຈາກເຈົ້າໜ້າທີ່ຢ່າງເປັນທາງການກ່ຽວກັບ ສາເຫດຂອງການເກີດໄຟໄຫມ້ໃນຄັ້ງນີ້ເທື່ອ, ລວມທັງຍັງບໍ່ທັນມີລາຍງານກ່ຽວກັບຄວາມເສຍຫາຍ, ຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ

ເວລາປະມານ 9:20 ໂມງ ເຈົ້າໜ້າທີ່ໄດ້ເລັ່ງເຂົ້າດັບໄຟ ມີລົດດັບເພີງເຂົ້າດັບ 5 ຄັນ  ແລະ ສາມາດມອດໄຟໄດ້ທັນການ

ເວລາ 9:40 ໂມງ ໜ່ວຍກູ້ໄພມູນນິທິຈີນ  ລາຍງານວ່າ ສາມາດມອດໄຟໄດ້ແລ້ວ ພ້ອມເຜີຍຈຸດທີ່ເກີດໄຟໄຫມ້ ແມ່ນບໍລິເວນກ້ອງຂັ້ນໄດຂຶ້ນໄປໂຮງຮູບເງົາ.

ສ່ວນລາຍລະອຽດຕ່າງໆກ່ຽວກັບ ເຫດການຄັ້ງນີ້ ຈະໄດ້ມາລາຍງານໃຫ້ທຸກຄົນໄດ້ຮັບຮູ້ເປັນໄລຍະ.

ທີ່ມາ: ຂອງຄຼິບ: www.facebook.com/youlikelao

 

 

Comments