ການນໍາລາວ ສະແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງ ຂອງສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ

ໃນວັນທີ 9 ພຶດສະພາ 2019 ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ລົງນາມປຶ້ມສະ ແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງ ຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ.


ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ກໍຄື ໃນນາມສ່ວນຕົວ ຂໍໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍ ພອນໄຊອັນປະເສີດ ມາຍັງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ, ເນື່ອງໃນໂອ ກາດຂຶ້ນຄອງລາດຊະບັນລັງຂອງ ສົມເດັດ ໃນວັນທີ 1 ພຶດສະພາ 2019 ຜ່ານມາ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິພານຂອງ ສົມເດັດ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ແລະ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ສະຖຽນລະພາບ ກໍຄືການສົ່ງເສີມການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ

ທີ່ມາ: ຂ່າວສານປະເທດລາວ.

Comments