ຍີ່ປຸ່ນ ມອບເງິນຊ່ວຍເຫຼືອການສຶກສາ ຢູ່ເມືອງສະໜາມໄຊ 361 ລ້ານກວ່າກີບ

ອົງການອາສາສະໝັກນາໆຊາດຍີ່ປຸ່ນ ນໍາໂດຍ ທ່ານ ນາງ ຊາຊິໂກ ໂທມິນະກະ ໄດ້ມອບທຶນຊ່ວຍເຫຼືອດ້ານການສຶກສາ ມູນຄ່າ 361.600.000 ກີບ ໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ທີ່ເມືອງສະ ໜາມໄຊ ແຂວງ ອັດຕະປື ໃນວັນທີ 13 ພຶດສະພາ 2019, ໂດຍມອບຜ່ານ ທ່ານ ອຸ່ນຫຼ້າ ໄຊຍະສິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງອັດຕະປື, ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.


ໂອກາດດຽວກັນ ທ່ານ ອຸ່ນຫຼ້າ ໄຊຍະສິດ ກໍໄດ້ລາຍງານສະພາບໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍຫຍໍ້ ໃຫ້ແກ່ອົງການອາສາສະໝັກນາໆຊາດຍີ່ປຸ່ນ ທີ່ມາຊ່ວຍເຫຼືອຄັ້ງນີ້ ໄດ້ຮັບຊາບ, ພ້ອມມອບໃບຊົມເຊີຍ ເພື່ອເປັນການຍ້ອງຍໍ ແລະ ສະແດງຄວາມຂອບໃຈ ຮູ້ບຸນຄຸນຢ່າງລົ້ນເຫຼືອ ທີ່ໄດ້ມີນໍ້າໃຈມະນຸດສະທໍາ, ເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອ ປະຊາຊົນຜູ້ປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື.

Comments