ລາວ-ຈີນຮ່ວມມືກັນພັດທະນາເວັບໄຊການທ່ອງທ່ຽວລາວເປັນພາສາຈີນ

ໃນວັນທີ 9 ພຶດສະພາ 2019, ຢູ່ໂຮງແຮມວຽງຈັນພລາຊາ, ນະຄອນຫລວງວຽງຈັນ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການພັດທະນາເວັບໄຊການທ່ອງທ່ຽວລາວເປັນພາສາຈີນ.


ຮ່ວມເຊັນບົດບັນທຶກດັ່ງກ່າວ, ຝ່າຍລາວ ແມ່ນ ທ່ານ ສູນ ມະນີວົງ, ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍຈີນ ແມ່ນທ່ານ ຫລີ່ ຈ້ຽນ, ກຳມະການຜູ້ຈັດການໃຫ່ຍບໍລິສັດຄຸນຫມິງ ຊອ໋ບແວ ເຕັກໂນໂລຊີຈຳກັດ.
ເຂົ້າຮ່ວມພິທີໃນຄັ້ງນີ້, ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ພ້ອມດ້ວຍຜູ້ຕາງໜ້າຂອງບັນດາພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ.

ໃນໂອກາດນີ້, ທ່ານ ສູນ ມະນີວົງ, ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍົກໃຫ້ເຫັນວ່າ: ການສ້າງເວັບໄຊການທ່ອງທ່ຽວລາວເປັນພາສາຈີນຈະຊ່ວຍໂຄສະນາ ແລະ ດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວລາວຫລາຍຂື້ນໃນອານາຄົດ ແລະ ກາຍເປັນຂີດໝາຍໜຶ່ງທີ່ສຳຄັນໃນການພົວພັນຮ່ວມມືລະຫວ່າງສອງຊາດລາວ ແລະ ຈີນ, ໂດຍສະເພາະ ໃນໂອກາດປີທ່ອງທ່ຽວລາວ-ຈີນ 2019 ເພື່ອໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາຕາມຍຸດທະສາດ “ໜື່ງແລວໜື່ງເສັ້ນທາງ” ຂອງປະເທດຈີນຢ່າງມີປະສິດທິພາບ.

ລັດຖະບານລາວຖືເອົາວຽກງານການທ່ອງທ່ຽວເປັນຂະແໜງເສດຖະກິດໜຶ່ງທີ່ສຳຄັນ ເພື່ອຂັບເຄື່ອນການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດ; ເພາະສະນັ້ນ ລັດຖະບານຈຶ່ງເຫັນດີອະນຸມັດໃຫ້ເປີດປີທ່ອງທ່ຽວລາວ-ຈີນ 2019, ໂດຍວາງຄາດໝາຍດຶງດູດນັກທ່ອງທ່ຽວຈາກຈີນໃຫ້ໄດ້ 1 ລ້ານຄົນ, ນັບທັງ ນັກທ່ອງທ່ຽວພາກພື້ນ ແລະ ສາກົນໃຫ້ເຂົ້າມາທ່ຽວລາວ 4.200.000 ຄົນ, ພ້ອມທັງ ສ້າງລາຍຮັບໃຫ້ໄດ້ຫລາຍກວ່າ 900 ລ້ານໂດລາສະຫະລັດ.
ການພັດທະນາເວັບໄຊການທ່ອງທ່ຽວລາວເປັນພາສາຈີນເປັນຮູບການໜື່ງທີ່ຈະຊ່ວຍໂຄສະນາ ແລະ ກະຈາຍຂໍ້ມູນຂ່າວສານດ້ານການທ່ອງທ່ຽວລາວໃຫ້ນັກທ່ອງທ່ຽວຈີນໄດ້ຮັບຮູ້ຫລາຍຂື້ນ.

ຂ່າວ,​ພາບ: ຈັນທະສອນ ສີຫານາດ

Comments