ຊຽງຂວາງປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງ 27 ຄົນ!!!

ໃນຕົ້ນເດືອນເມສາ 2019 ຄະນະກຳມະການວິໄນຂັ້ນແຂວງ ໄດ້ຕົກລົງ ແລະ ສະເໜີໃຫ້ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງໆຊຽງຂວາງ ອອກມະຕິຕົກລົງປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງຄຸ້ມຄອງ ຈຳນວນ 27 ຄົນ ທີ່ມີຂໍ້ບົກຜ່ອງຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.

ຕາມຂໍ້ມູນຈາກແຂວງຊຽງຂວາງຮູ້ວ່າ: ການລະເມີດຂອງພະນັກງານແມ່ນໄດ້ສວຍໃຊ້ໜ້າທີ່ຕຳແໜ່ງ ເຊັນ ເອກະສານບໍ່ຖືກຕ້ອງໃຫ້ແກ່ບໍລິສັດ ແລະ ຜູ້ປະກອບການ ທີ່ດຳເນີນທຸລະກິດຕ່າງໆເຊັ່ນ: ເຊັນໃບສະເໜີຂາຍໜີ້ໂຄງການແບບມີສ່ວນຫຼຸດ ໂດຍບໍ່ຖືກຕ້ອງຕາມມູນຄ່າຄ້າງສຳລະຕົວຈິງ, ເຊັນໃບອະນຸມັດສຳລະການຈ່າຍເງິນຊ້ຳຊ້ອນໂຄງການລົງທຶນຂອງລັດ ແລະ ເຊັນຢັ້ງຢືນຜະລິດຕະພັນໄມ້ບໍ່ຖືກຕ້ອງຈາກໂຮງງານເພື່ອສົ່ງອອກໄປຕ່າງແຂວງ ແລະ ຕ່າງປະເທດ ທີ່ເປັນການລະເມີດຕໍ່ຄຳສັ່ງເລກທີ15/ນຍ, ລະເມີດລະບຽບການຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ທັງເປັນການລະເມີດຕໍ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍຕ້ານການສໍ້ລາດບັງຫຼວງ ແລະ ມີຄວາມບົກຜ່ອງໃນການລະເມີດຕໍ່ກົດລະບຽບຂອງພັກ.

ການຕົກລົງປະຕິບັດວິໄນຕໍ່ພະນັກງານຂັ້ນແຂວງ ແລະ ເມືອງຄຸ້ມຄອງມີດັ່ງນີ້:

1, ພະນັກງານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຳນວນ 4 ຄົນ ທີ່ພົວພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້
2, ພະນັກງານ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈຳນວນ 7 ຄົນ ທີ່ພົວພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້
3, ພະນັກງານ ພະແນກການເງິນແຂວງ ຈຳນວນ 4 ຄົນ ທີ່ຕິດພັນກັບການສຳລະໜີ້ ມີສ່ວນຫຼຸດ 2 ຄົນ, ກັບການສົ່ງອອກຜະລິດຕະພັນໄມ້2ຄົນ
4, ພະນັກງານ ພະແນກແຜນການ ແລະ ການລົງທຶນແຂວງຈຳນວນ 1 ຄົນ ທີ່ຕິດພັນກັບການສຳລະໜີ້ມີສ່ວນຫຼຸດ
5, ພະນັກງານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຈຳນວນ 2 ຄົນ ທີ່ຕິດພັນກັບການສຳລະໜີ້ມີສ່ວນຫຼຸດ
6, ພະນັກງານ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຈຳນວນ 1 ຄົນ ທີ່ຕິດພັນກັບການສຳລະໜີ້ມີສ່ວນຫຼຸດ
7, ພະນັກງານ ພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງ ຈຳນວນ1ຄົນ ທີ່ຕິດພັນກັບການສຳລະໜີ້ມີສ່ວນຫຼຸດ
8, ພະນັກງານ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງພູກູດ ຈຳນວນ 3 ຄົນ ທີ່ຕິດພັນກັບການກວດກາ ແລະ ສົ່ງອອກໄມ້
9, ພະນັກງານ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄູນຈຳນວນ 2 ຄົນ ທີ່ຕິດພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້
10, ພະນັກງານ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຄູນ ຈຳນວນ 2 ຄົນທີ່ພົວພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້.

ດ້ານພັກ
-ກ່າວເຕືອນຄວາມຜິດ 9 ຄົນ
-ປົດຕຳແໜ່ງຄະນະພັກຮາກຖານ2ຄົນ
-ໂຈະການຮ່ວມຊີວິດພັກ6ເດືອນ ເພື່ອສຶກສາອົບຮົມ 16 ຄົນ

ດ້ານລັດ
-ຕິຕຽນຄວາມຜິດ6ຄົນ
-ກ່າວເຕືອນຄວາມຜິດ3ຄົນ
-ໂຈະການເລື່ອນຂັ້ນເງິນເດືອນ1ຂັ້ນ(2ປີ), ໂຈະການຍ້ອງຍໍ2ປີ ແລະ ປົດຕຳແໜ່ງບໍລິຫານ13ຄົນ
-ໂຈະການເລື່ອນຂັ້ນເງິນເດືອນ1ຂັ້ນ(2ປີ), ໂຈະການຍ້ອງຍໍ 2 ປີ ແລະ ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ບໍ່ຕິດພັນກັບຄວາມຮັບຜິດຊອບຜ່ານມາ 5 ຄົນ.
ທີ່ມາ: ເສດຖະກິດ-ສັງຄົມ

Comments