ພິທີເຊັນສັນຍາຊື້​ເຂົ້າຈ້າວ ລະຫວ່າງ ບໍ​ລິ​ສັດ​ເບຍ​ລາວ ແລະ ​ສະ​ມາ​ຄົມເຂົ້າ​ລາວ​

ໂດຍ​ປະ​ຕິ​ບັດຕາມ​ແນວ​ທາງນະ​ໂຍ​ບາຍຂອງພັກ ແລະ ລັດຖະ​ບານ ກ່ຽວ​ກັບການ​ສົ່ງ​ເສີ​ມ ​ແລະ ນຳ​ໃຊ້ສິນ​ຄ້າ​ກໍ​ຄືຜົນ​ຜະ​ລິດພາຍ​ໃນ​ປະ​ເທດ.

ໃນ​ຕອນ​ເຊົ້າຂອງວັນ​ທີ 10 ພຶ​ດ​ສະ​ພາ 2019, ຢູ່ທີ່ບໍ​ລິ​ສັດເບຍ​ລາວ ຈຳກັດ ​ໄດ້​ຈັດໃຫ້​ພິ​ທີ​ເຊັນ​ສັນ​ຍາ​ຊື້-ຂາຍ​ເຂົ້າ​ຈ້າວ ລະ​ຫວ່າງ ບໍ​ລິ​ສັດເບຍ​ລາວ​ ຈຳ​ກັດ ກັບ ສະ​ມາ​ຄົມເຂົ້າ​ລາວ ນະ​ຄອນ​ຫຼວງວຽງ​ຈັນ, ເພື່ອເປັນ​ການສົ່ງ​ເສີມຊາວ​ນາ​ລາວດ້ວຍ​ການ​ຊື້​ເຂົ້າທີ່​ຜະ​ລິດ​ພາຍ​ໃນ​ປະ​ເທດມາ​​​ເປັນ​ວັດ​ຖຸ​ດິບໃຫ້​ແກ່ການ​ຜະ​ລິດເບຍ.

ໃນ​ປັດຈຸ​ບັນ​ນີ້, ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດແມ່ນມີ​ຄວາມ​ຕ້ອງ​ການເຂົ້າ​ຈ້າວ​ເມັດ​ຫັກເພື່ອມາ​ເປັນສ່ວນປະກອບເຂົ້າໃນການ​ຜະ​ລິດ​ເບຍປີ​ໜຶ່ງປະ​ມານ 20,000 ໂຕນ.

ສະເພາະ, ໃນ​ມື້​ນີ້ບໍ​ລິ​ສັດແມ່ນ​ຈະໄດ້​ເຮັດ​ພິ​ທີເຊັນ​ສັນ​ຍາຊື້​ເຂົ້າກັບສະ​ມາ​ຄົມ​ເຂົ້າ​ລາວນະ​ຄອນ​ຫຼວງວຽງ​ຈັນຈຳ​ນວນ 6.500 ໂຕນ ນັບແຕ່ວັນທີ 1 ພຶດສະພາ ຫາ ເດືອນຕຸລາ 2019 ລວມມູນຄ່າ 21.5 ຕື້ກັບ , ຖ້າ​ລວມ​ກັນກັບ​ການ​ເຊັນ​ສັນ​ຍາກັບຜູ້​ສະ​ໜອງອີກ​ລາຍ​ໜຶ່ງທີ່​ແຂວງຈຳ​ປາ​ສັກຈຳ​ນວນ 1.400 ໂຕນກໍ​ລວມ​ເປັນທັງ​ໝົດ 7.900 ໂຕນ, ມູນ​ຄ່າທັງ​ໝົດປະ​ມານ 26.2 ຕື້​ກີບ.

ເຂົ້າ​ຮ່ວມໃນ​ພິ​ທີ​ເຊັນ​ສັນ​ຍາດັ່ງ​ກ່າວຕາງ​ໜ້າ​ໃຫ້ບໍ​ລິ​ສັດ​ເບຍ​ລາວໃນ​ການ​ເຊັນ​ສັນ​ຍາ​ແມ່ນ ທ່ານ ເຮັນ​ຣິກແອນ​ເດີ​ຊັນ (Henrik Andersen) ຜູ້​ອຳ​ນວຍການ ​ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດ, ສ່ວນ​ຕາງ​ໜ້າໃຫ້ສະ​ມາ​ຄົມ​ເຂົ້າ​ລາວນະ​ຄອນ​ຫຼວງວຽງ​ຈັນແມ່ນ ທ່ານ ນາງ ຈັນ​ເພັງ ແສງ​ທະ​ວີ, ທ່ານ ​ນາງ ທິບ​ເກ​ສອນ ໂພ​ທິ​ຍາ​ໄລ ແລະ ທ່ານນາງ ວະ​ນິ​ດາ ທົງ​ມະ​ນີ​ຈັນ ໂດຍ​ມີ ທ່ານ​ວິ​ໄລ​ສຸກ ເຄນ​ນະ​ວົງ​, ຫົວ​ໜ້າ​ກົມປູກ​ຝັງກະ​ຊວງກະ​ສິ​ກຳ ແລະ ປ່າ​ໄມ້, ທ່ານ ປອ ຫຼ້າ​ສາຍ ນວນ​ທະ​ສິງ ຫົວ​ໜ້າ ພະ​ແນກກະ​ສິ​ກຳ ​ແລະ ປ່າ​ໄມ້ນະ​ຄອນ​ຫຼວງວຽງ​ຈັນ, ທ່ານວາດ​ສະ​ໜາສີ​ຈະ​ເລີນຮອງຫົວ​ໜ້າພະ​ແນກກະ​ສິ​ກຳແລະປ່າ​ໄມ້ນະ​ຄອນ​ຫຼວງວຽງ​ຈັນທ່ານສູນ​ທອນພົມ​ມະ​ຈັກ​, ປະ​ທານບໍ​ລິ​ສັດເບຍ​ລາວ​ຈຳ​ກັດ, ທ່ານ ​ສູນ​ທອນ ສີ​ຣິ​ສັກ ຮອງ​ຜູ້​ອຳ​ນວຍ​ການບໍ​ລິ​ສັດ, ທ່ານ ດັນ​ແຄນໂກ​ຮວ( Duncan Crow) ຜູ້​ອຳນວຍການ ຝ່າຍ​ຊັບ​ພ​ຣາຍ​ເຊນ (Supply Chain)ໃຫ້​ກຽດເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພະ​ຍານ.

ພ້ອມ​ນີ້ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດຈະ​ສືບ​ຕໍ່ປະ​ສານ​ງານກັບພາກ​ສ່ວນ​ກ່ຽວ​ຂ້ອງເພື່ອ​ນຳ​ໃຊ້​ເງິນທີ່​ບໍ​ລິ​ສັດຄາ​ລ​ສ​ເບີກປະ​ກອບ​ສ່ວນຈຳ​ນວນ 3 ລ້ານ​ໂດ​ລາສະ​ຫະ​ລັດເຂົ້າ​ໃນວຽກ​ງານເພີ້ມ​ປະ​ສິດ​ທິ​ພາບ ແລະ ສະ​ມັດ​ຕະ​ພາບຂອງການ​ຜະ​ລິດ​ເຂົ້າອີກ​ດ້ວຍ.

 

Comments