ຫ້ອງການ ຖວທ ອອກແຈ້ງການທຸກໂຄງການຊ່ວຍເຫຼືອຕ້ອງຜ່ານປະຕູດຽວ

ຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການ ເລກທີ 185/ຫກ ລົງວັນທີ 17 ພຶດສະພາ 2019 ຮຽກຮ້ອງມາຍັງບັນດາກົມ, ກອງ, ສະຖາບັນ, ໂຮງຮຽນ ແລະ ພາກສ່ວນຕ່າງໆອ້ອມຂ້າງກະຊວງໃຫ້ພ້ອມກັນຈັດຕັ້ງປະຕິບັດໂຄງການ, ກິດຈະກຳດ້ວຍທຶນຊ່ວຍເຫຼືອລ້າ, ກູ້ຢືມ ຫຼື ທຶນສົມທົບຈາກພາຍໃນ ແລະ ຕ່າງປະເທດໃຫ້ເປັນເອກະພາບ, ລວມສູນ, ຜ່ານປະຕູດຽວ ແລະ ໄປໃນທິດທາງດຽວກັນ ຕາມວິໄສທັດ 2030, ຍຸດທະສາດ 2015 ແລະ ແຜນງານພັດທະນາວຽກງານ ຖວທ 2016-2020 ໂດຍຕ້ອງໄດ້ຜ່ານກົມແຜນການ-ການເງິນ, ກົມຮ່ວມມືສາກົນ ເຊິ່ງເປັນຜູ້ປະສານງານ ຄຸ້ມຄອງ ຕິດຕາມ ຊຸກຍູ້ ແລະ ປະເມີນຜົນບັນດາໂຄງການ ພ້ອມທັງເກັບກຳຂໍ້ມູນຕົວເລກສະຖິຕິຂອງການຊ່ວຍເຫຼືອທາງການເພື່ອການພັດທະນາ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກຳດ້ວຍທຶນຊ່ວຍເຫຼືອລ້າ, ກູ້ຢືມ ຫຼື ທຶນສົມທົບຈາກພາຍໃນ ແລະ ຕ່າງປະເທດໃນແຕ່ລະປີມີປະສິດຕິພາບ, ປະສິດຕິຜົນສູງ, ໂປ່ງໃສ ແລະ ສາມາດກວດສອບໄດ້.

??ໄສ້ກອງ donaldson ມາດຕະຖານຈາກ USA ??ເຮັດຈາກເຈ້ຍກອງທີ່ມີຄຸນນະພາບສູງ ??ສາມາດກອງໄດ້ຢ່າງສະອາດ ແລະມີອາຍຸການໃຊ້ງານທີ່ຍາວນານ ☎☎ສົນໃຈສາມາດຕິດຕໍ່ສອບຖາມໄດ້ທີ່ເບີ ?030 980 6912 ?030 980 6914 ?030 555 0281-3

ທີ່ມາ: ຂ່າວສານປະເທດລາວ

Comments