ສະຫຼຸບ!!! ຜົນການສືບສວນ-ສອບສວນສາເຫດຄູກັນນໍ້າເຂື່ອນ ເຊປຽນ -ເຊນໍ້ານ້ອຍແຕກຟັງ

ໃນວັນທີ 28 ພຶດສະພານີ້, ຢູ່ສຳນັກງານນາຍົກລັດຖະມົນຕີ  ທ່ານ ສິງເພັດ ບຸນສະຫວັດທິພັນ, ຮອງປະທານອົງການກວດກາລັດຖະບານ, ຮອງປະທານຄະນະສືບສວນສອບສວນແຫ່ງຊາດ ຊີ້ໃຫ້ເຫັນວ່າ:

ອຸບັດເຫດຄູກັນນ້ຳໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງຢູ່ເມືອງ ສະໜາມໄຊແຂວງ ອັດຕະປືທີ່ເກີດຂື້ນໃນເວລາປະມານ 20 ໂມງ ໃນວັນທີ 23 ກໍລະກົດ 2018 ຊຶ່ງຢູ່ໃນໄລຍະເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ຄູກັນນໍ້າແຕກພັງກໍ່ຕາມ ແຕ່ໃນເວລາການແຕກພັງໄດ້ເລີ້ມຕົ້ນຂືຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າຍັງຕ່ຳກ່າວລະດັບສັນເຂື່ອນຫຼາຍ, ສະນັ້ນບໍ່ສາດມາດເອີ້ນເຫດການແຕກພັງຄັ້ງນີ້ ວ່າເປັນເຫດສຸດວິໄສ ( Force Majeure) ຕາມທີ່ກຳນົດໄວ້ໃນສັນຍາສຳປະທານ.


ຄະນະຊ່ຽວຊານເອກກະລາດກວດພົບວ່າ ສາເຫດຕົ້ນຕໍຂອງການແຕກພັງ ແມ່ນ:

– ຄວາມສາມາດໃນການຊຶມ ນໍ້າສູງຂອງຮາກຖານຂອງເຂື່ອນກັນນໍ້າ D

– ຊັ້ນດິນຖືກກັດເຊາະໄດ້ງ່າຍ: ປະກົດມີຮູທໍ່ນ້ອຍໆ ທີ່ມີການເຊື່ອມຕໍ່ເຊິ່ງກັນ ແລະ ກັນໃນຊັ້ນດິນ

– ການເພີ່ມຂື້ນຂອງລະດັບນໍ້າໃນໄລຍະການເກັບກັກນໍ້າໃນອ່າງ
ກະແສການຊຶມຂອງນໍ້າ ຕາມເສັ້ນທາງໄຫຼຂອງນໍ້າຕາມທາງນອກກໍ່ເລີ່ມຂື້ນໃນຮາກຖານຂອງເຂື່ອນກັນນໍ້າ D

– ກ່ຽວຂ້ອງກັບຄວາມສາມາດໃນການຊຶມຂອງນໍ້າສູງຂອງດິນ

‘ເຫດຜົນດັ່ງກ່າວສົ່ງຜົນໃຫ້ ມີການກັດເຊາະພາຍໃນຮາກຖານ ແລະເຮັດໃຫ້ດິນລາເຕຣິດ (Laterite) ອ່ອນໂຕລົງ’

ເມື່ອເປັນແນວໃນ ເຮັດໃຫ້ຄວາມສະເຖຍລະພາບຂອງເຂື່ອນ ບໍ່ສາມາດຮັບປະກັນໄດ້ອີກຕໍ່ໄປ ແລະ ການເລື່ອນຖະໄຫຼແບບເລິກໝູນ (Deep Rotational Sliding) ໄດ້ເລີ່ມຂື້ນທີ່ບ່ອນສູງສຸດຂອງເຂື່ອນກັນນໍ້າ ຈົນໃນທີ່ສຸດກໍ່ນໍາໄປສູ່ການແຕກພັງທັງໝົດຂອງຄູກັນນໍ້າ D ແລະ ຊັ້ນຮາກຖານຂອງຄູກັນນໍ້້າD ຊຶ່ງເຮັດໃຫ້ມວນນໍ້າມະຫາສານ (ທີ່ມີຄວາມສາມາດທຳລາຍສູງ ແລະ ບໍ່ສາມາດຄວບຄຸມໄດ້) ໄດ້ໄຫຼອອກຈາກອ້າງເກັບນໍ້າ, ຮາກຖານຂອງຄູກັນນ້ຳ D ແມ່ນກ່ຽວຂ້ອງກັບການແຕກພັງໃນຄັ້ງນີ້.

ສະຫຼຸບແລ້ວສາເຫດອ່າງເກັບນໍ້າເຂື່ອນໄຟຟ້າເຊປ່ຽນເຊນໍ້ານ້ອຍແຕກ ແມ່ນ: ເປັນຍ້ອນດິນຄູກັ້ນນ້ຳ ແລະ ຮາກຖານບໍ່ແຂງແຮງ ເລີຍເຮັດໃຫ້ນ້ຳກັດເຊາະໃຫ້ນ້ຳດັນອອກຢ່າງຮຸນແຮງ …”(1) ເປັນເຂື່ອນດິນບໍ່ສາມາດທົນທານຕໍ່ມວນນໍ້າອັນມະຫາສານໄດ້ ແລະ ບໍໄດ້ສ້າງດ້ວຍເຂື່ອນເບຕົງເສີມເຫຼັກດັ່ງເຂື່ອນໃຫຍ່ອື່ນໆຂອງປະເທດເຮົາ, (2) ຂາດການກຽມພ້ອມ ບໍລິຫານ ແລະ ເດັດຂາດໃນການແຈ້ງຂ່າວ ຍົກຍ້າຍ ແລະ ຈັດສັນໃນເງື່ອນໄຂພາວະສຸກເສີນ.”

ພວກເຮົາກໍ່ຕາມມາຕິດຕາມນໍາກັນອີກວ່າ ທາງຜູ້ຮັບຜິດຊອບຄັ້ງນີ້ ຈະອອກມາຊີ້ແຈ້ງໃຫ້ຊັດເຈນເພີ່ມຂື້ນອີກຫຼືບໍ ໂດຍສະເພາະ ການສ້າງເຂື່ອນບໍ່ໄດ້ມາດຕະຖານແບບນີ້ຍ້ອນຫຍັງ? ແລະ ມາດຕະການຂອງຜູ້ທີ່ຕ້ອງຮັບຜິດຊອບຕໍ່ການເສຍຫາຍຄັ້ງນີ້.

 

Comments