News

ສປ ຈີນ ສືບຕໍ່ສັ່ງຊື້ນ້ຳມັນດິບຈາກ ອີຣານ ເພີ່ມຂຶ້ນ

ບໍ​ລິ​ສັດວິ​ໄຈ 3 ແຫ່ງ ​ລະ​ບຸ​ຄວາມ​ເຫັນ​ຄື​ກັນ​ວ່າ: ເມື່ອ​ເດືອນ​ກໍ​ລະ​ກົດ​ ຜ່ານ​ມາ ຈີນ ນຳ​ເຂົ້າ​ນ້ຳ​ມັນ​ດິບ ຈາກ​ອີ​ຣານ​ ເປັນ​ເດືອນ​ທີ 2 ຕິດ​ຕໍ່​ກັນ ໂດຍ​ສັ່ງ​ຊື້​ ໃນ​ປະ​ລິ​ມານ ​ລະ​ຫວ່າງ 4,4 ລ້ານ​ຖັງ ແລະ 11 ລ້ານ​ຖັງ ຫຼື​ ປະ​ມານ 142.000-360.000 ຖັງ​ຕໍ່​ວັນ ຊຶ່ງ​ເປັນ​ລະ​ດັບ​ ທີ່​ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ ແລະ ເພີ່ມ​ຂຶ້ນ​ເກືອບ ຄຶ່ງ​ໜຶ່ງ​ຂອງ​ລະ​ດັບການ​ສັ່ງ​ຊື້ ​ໃນ​ປີ​ກາຍ ເຖິງວ່າ ສ.ອາ​ເມ​ລິ​ກາ ຈະ​ໃຊ້​ມາດ​ຕະ​ການ ​ຂວ້ຳ​ບາດ ອີ​ຣານ. ການ​ສືບ​ຕໍ່​ສັ່ງ​ຊື້ ​ນ້ຳ​ມັນ ​ອີ​ຣານ​ ຂອງ​ຈີນ ​ມີ​ຂຶ້ນ​ໃນ​ໄລ​ຍະ​ ທີ່​ຄວາມ​ສຳ​ພັນ​ ທາງ​ການ​ຄ້າ​ ລະ​ຫວ່າງ ສ.ອາ​ເມ​ລິ​ກາ ແລະ ຈີນ ເກີດຂຶ້ນ. ອີກ​ທັງ​ ການ​ສັ່ງ​ຊື້​ນ້ຳ​ມັນຈາກ ອີ​ຣານ ​ຂອງຈີນ ຍັງ​ເປັນ​ອຸ​ປະ​ສັກ​ ສະ​ກັດ​ກັ້ນ ​ຄວາມ​ພະ​ຍາ​ຍາມ​ ຂອງ​ ທ່ານ ໂ​ດນັນ ​ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ...

Read More »

ສ. ເກົາຫລີ ໃຫ້ທຶນແກ່ລາວ 1.200.000 ໂດລາ ເພື່ອຟື້ນຟູຫຼັງໄພພິບັດເຂື່ອນແຕກ

ກະຊວງເເຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຮ່ວມມືສາກົນ ສ.ເກົາຫລີ (ເກົາຫລີໃຕ້) ປະຈຳ ສປປ ລາວ ໄດ້ເຊັນສັນຍາຂໍ້ຕົກລົງການສະໜອງທຶນຈຳນວນ 1.200.000 ໂດລາ ເພື່ອນຳໃຊ້ເຂົ້າໃນກິດຈະກຳ ປີ 2019 ພາຍໃຕ້ “ແຜນງານ ຟື້ນຟູຫຼັງໄພພິບັດແບບປະສົມປະສານທີ່ແຂວງອັດຕະປື”, ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມທີ່ສາເຫດມາຈາກອຸບັດເຫດສັນເຄື່ອນເຊໂປນ-ເຊນ້ຳນ້ອຍແຕກ ໃນປີ 2018 ຊຶ່ງເປົ້າໝາຍຂອງໂຄງການດັ່ງກ່າວແມ່ນເລັ່ງໃສ່ພັດທະນາຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ. ພິທີເຊັນຂໍ້ຕົກລົງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ສິງຫາຜ່ານມາ ທີ່ກະຊວງ ຮສສ ຊຶ່ງຕາງໜ້າຝ່າຍລາວແມ່ນທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ແລະ ຝ່າຍ ສ.ເກົາຫລີ ແມ່ນທ່ານ ຊັງຊູ ໂອ ຜູ້ຕາງຫນ້າອົງການຮ່ວມມືສາກົນ ສ.ເກົາຫຼີ (ກອຍກາ) ໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ພ້ອມພາກສ່ວນກຽ່ວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ( ...

Read More »

ລັດຖະບານ ເຂັ້ມງວດຕໍ່ ຮ້ານອິນເຕີເນັດ – ເກມ ເພື່ອຫຼີກລ່ຽງເປັນ ບ່ອນມົ້ວສຸມຢາເສບຕິດ

ປັດຈຸບັນ, ຮ້ານບໍລິການອິນເຕີເນັດ ຫຼື ຮ້ານເກມ ຢູ່ພາຍໃນນະຄອນຫຼວງວຽງຈັນ ເຫັນວ່າ ມີຈໍານວນຫຼວງຫຼາຍ ແລະ ມີເກືອບທຸກບ້ານ ຢູ່ເທດສະບານ 4 ຕົວເມືອງໃຫຍ່ສາມາດຕອບສະໜອງໃຫ້ແກ່ລູກຄ້າ ຢ່າງພຽງພໍ ໃນການບໍລິການອິນເຕີເນັດ ແລະ ສື່ສານຕ່າງໆ ໃນທາງມີປະໂຫຍດ. ຕິດພັນກັບ ບັນຫາ ຮ້ານບໍລິການອິນເຕີເນັດ ດັ່ງກ່າວ ເຫັນວ່າ: ຫຼາຍບ່ອນເປັນ ບ່ອນມົ້ວສຸມຢາເສບຕິດ, ການພະນັນ, ອາລະວາດຕີກັນ ແລະ ບັນຫາອື່ນໆ ຍ້ອນເຈົ້າຂອງຮ້ານເກມຈໍານວນໜຶ່ງ ຍັງຂາດຄວາມເອົາໃຈໃສ່ຕິດຕາມກວດກາ ຄວາມເປັນລະບຽບຮຽບຮ້ອຍ ຢູ່ພາຍໃນຮ້ານ ໂດຍບໍ່ສົນໃຈນຳໂມງເວລາເປີດ – ປິດ ເຊິ່ງເປັນຊ່ອງວ່າງໃຫ້ກຸ່ມຄົນບໍ່ດີ ສວຍໂອກາດເອົາຢາເສບຕິດ ໄປລັກລອບຂາຍໃຫ້ກັບໄວລຸ້ນ ຢູ່ພາຍໃນຮ້ານເກມ.ໄລຍະຜ່ານມາ, ອໍານາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ພະຍາຍາມເອົາໃຈໃສ່ຕິດຕາມກວດກາ ຢ່າງຈິງຈັງ ເພື່ອແກ້ໄຂຫາງສຽງຈົ່ມວ່າ ໃນສັງຄົມ ກໍຄື ປະກົດການຫຍໍ້ທໍ້ ທີ່ຕິດພັນກັບ ຮ້ານເກມ; ການບໍລິການ ຂ້ອນຂ້າງເຮັດໂລດໂຜນຈົນເກີນໄປ, ເປີດກາຍໂມງເວລາ, ຊອກທຸກວິທີທາງ ໂຄສະນາຊວນເຊື່ອທຸກຮູບແບບ ເພື່ອດຶງດູດລູກຄ້າ ເຂົ້າໃຊ້ບໍລິການ, ແຕ່ບໍ່ມີການກວດກາຄຸ້ມຄອງແບບຮັດກຸມ ຢ່າງຈິງຈັງ ໂດຍບໍ່ຈໍາກັດເພດໄວ, ເອົາແຕ່ເງິນຢ່າງດຽວ; ...

Read More »

ເປີດໃຫ້ຈອງແລ້ວມື້ນີ້໋!!! ຊໍາຊຸງ Galaxy Note 10|10+ (ມີຈຳນວນຈຳກັດ)

Samsung Galaxy Note 10|10+  ໄດ້ເປີດຕົວຢ່າງເປັນທາງໃນລາວແລ້ວ ໃນຕອນເຊົ້າຂອງມື້ນີ້ ວັນທີ 9 ສິງຫາ 2019 ຢູ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ. ພ້ອມເປີດໃຫ້ທຸກທ່ານສາມາດສັ່ງຈອງໄດ້ແລ້ວຕັ້ງແຕ່ ວັນທີ 8-21 ສິງຫາ 2019 (ມີພຽງ 14 ມື້ເທົ່ານັ້ນທີ່ໃຫ້ເປີດຈອງ ແລະ ມີຈຳນວນຈຳກັດໃນການຈັດຈຳໜ່າຍ) ສຳລັບການສັ່ງຈອງໄລຍະນີ້,   Galaxy Note10+ ຈະໄດ້ຮັບເຄື່ອງອັບເກຣດຈາກຄວາມຈຳ 256GB ເປັນເຄື່ອງ 512GB ໄປເລີຍ ແລະ ລຸ້ນ Galaxy Note10 ຈະໄດ້ຮັບ Galaxy Buds ລວມມູນຄ່າ 1,125,000 ກີບ “ຟຣີ” ທັນທີ.  ສ່ວນ ສີທີ່ວາງຈຳໜ່າຍໃນລາວ  Galaxy Note10+: Aura glow, Aura Black, Aura White.  Galaxy Note10: Aura glow. ເຊິ່ງເປັນສີທີ່ໄດ້ແຮງບັນດານໃຈມາຈາກແສງສີ. ຊໍາຊຸງ Galaxy Note 10|10+ ...

Read More »

ມີຄວາມຮູ້ໃຫມ່ໆມາບອກ!!! ກ່ຽວກັບຄວາມໄວພາຍໃນປະເທດ ແລະ ຄວາມໄວພາຍນອກປະເທດ

ແນ່ນອນຢູ່ແລ້ວວ່າ ພວກເຮົາທຸກຄົນນຳໃຊ້ອິນເຕີເນັດ, ແຕ່ແທ້ຈິງແລ້ວພວກເຮົາຮູ້ບໍ່ວ່າອິນເຕີເນັດເຮັດວຽກແນວໃດ? ອິນເຕີເນັດແມ່ນເຄືອຂ່າຍຄອມພິວເຕີຂະໜາດໃຫຍ່ທີ່ເຊື່ອມຕໍ່ເຂົ້າຫາກັນ. ໂດຍພື້ນຖານແລ້ວອິນເຕີເນັດເປັນຄືກັບເຄືອຂ່າຍຄອມພິວເຕີທີ່ເຊື່ອມຕໍ່ກັນທົ່ວໂລກເຮັດໃຫ້ທຸກຄົນສາມາດເຊື່ອມຕໍ່ໄດ້ຫາກມີຄອມຕັ້ງໂຕະ – ຄອມໂນ໊ດບຸກ ຫຼື ອຸປະກອນພົກພາທີ່ສາມາດເຊື່ອມຕໍ່ຜ່ານຜູ້ໃຫ້ບໍລິການອິນເຕີເນັດ (ISP). ຄວາມໄວຂອງອິນເຕີເນັດແມ່ນສາມາດແບ່ງອອກເປັນຄວາມໄວພາຍນອກ ແລະ ຄວາມໄວພາຍໃນປະເທດ. ການກຳນົດວ່າອັນໃດແມ່ນຄວາມໄວພາຍນອກ ຫຼື ພາຍໃນນີ້ແມ່ນຂື້ນກັບເຊີບເວີຂອງເວັບໄຊທ໌ ຫຼື ແອັບທີ່ທ່ານໃຊ້ໃນເວລານັ້ນຕັ້ງຢູ່ໃສ. ບໍລິສັດໃຫຍ່ໆເຊັ່ນ Google ມີເຊີບເວີ ຫຼື ສູນເກັບຂໍ້ມູນທົ່ວໂລກເຊິ່ງໃນນັ້ນກໍມີລາວເຮົານຳ ເຮັດໃຫ້ເຮົາສາມາດເຂົ້າເຖິງຄວາມໄວພາຍໃນປະເທດໄວຂຶ້ນຫຼາຍ ໝາຍຄວາມວ່າຫາກທ່ານຕ້ອງການເບິ່ງວິດີໂອເທິງ YouTube (ທີ່ເປັນບໍລິສັດໃນເຄືອຂອງ Google) ທ່ານຈະສາມາດເພີດເພີນໄປກັບຄວາມໄວໃນການເຊື່ອມຕໍ່ທີ່ວ່ອງໄວເນື່ອງຈາກມີເຊີບເວີໃນລາວເຮັດໃຫ້ການດາວໂຫລດ – ອັບໂຫລດຂໍ້ມູນໄປມາໄວຂຶ້ນ. ໃນຂະນະດຽວກັນບາງແອັບຫຼືເວັບໄຊທ໌ຕ່າງໆທີ່ທ່ານໃຊ້ຫຼືເຂົ້າໄປເບິ່ງ ມີເຊີບເວີທີ່ຢູ່ໄກອອກໄປນອກປະເທດ ຈະຖືວ່າເປັນການເຊື່ອມຕໍ່ລະຫວ່າງປະເທດ ແລະ ຈະເອີ້ນວ່າຄວາມໄວພາຍນອກທີ່ພວກເຮົາຄຸ້ນຫູກັນ.  ດັ້ງນັ້ນ, ຂໍ້ມູນໃດກໍຕາມທີ່ທ່ານຕ້ອງການດາວໂຫລດ-ອັບໂຫລດຖ້າຫາກແມ່ນມີເຊີບເວີຕັ້ງຢູ່ນອກປະເທດຈະຕ້ອງໄດ້ແລ່ນຜ່ານຫຼາຍເຄືອຂ່າຍທີ່ຢູ່ນອກປະເທດກ່ອນທີ່ຈະໄປຮອດເຊີບເວີນັ້ນ, ຂັ້ນຕອນການສົ່ງຕໍ່ຂໍ້ມູນໄປມາອອກນອກປະເທດນີ້ ຈະໃຊ້ເວລາຊ້າຫຼືໄວປານໃດແມ່ນຂຶ້ນກັບແພັກເກັດຄວາມໄວພາຍນອກທີ່ທ່ານນຳໃຊ້ຢູ່, ແພັກເກັດຄວາມໄວພາຍນອກທີ່ຕໍ່າຈະເຮັດໃຫ້ການດາວໂຫລດ – ອັບໂຫລດ ຊ້າລົງຫຼາຍສົ່ງຜົນໃຫ້ “ຄວາມໄວໃນການເຊື່ອມຕໍ່ຊ້າ”. ນອກນັ້ນຍັງມີຕົວແປຫຼາຍຕົວທີ່ສົ່ງຜົນຕໍ່ຄວາມໄວພາຍນອກ ແລະພາຍໃນຂອງທ່ານເປັນຕົ້ນແມ່ນປະເພດຂອງແພັກເກັດ, ຄວາມໄວຂອງແພັກເກັດ, ປະເພດຂອງການເຊື່ອມຕໍ່ຂອງທ່ານ, ທີ່ຕັ້ງຂອງເຊີບເວິທີ່ທ່ານຈະເຊື່ອມຕໍ່ ຕ້ອງຜ່ານເຄືອຂ່າຍຫຼາຍປານໃດກວ່າຈະເຖິງເຊີບເວີນັ້ນ ແລະ ແມ້ແຕ່ຄຸນນະພາບຂອງອຸປະກອນເຊັ່ນ: ຊະນິດຂອງ ເຄື່ອງກະຈາຍສັນຍານ ແລະ ຊະນິດຂອງອຸປະກອນເຊື່ອມຕໍ່ທີ່ທ່ານໃຊ້ໃນການຫຼີ້ນ. ດ້ວຍອິນເຕີເນັດໄຟເບີຂອງສະກາຍເນັດ, ທ່ານຈະໄດ້ຮັບຄວາມໄວພາຍໃນທັນທີ 20 ...

Read More »

ນາຍົກ ລົງຢ້ຽມຢາມນັກທຸລະກິດໜຸ່ມເມືອງວັງວຽງ

ພະນະທ່ານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ແລະ ການນຳຂັ້ນແຂວງ ຂັ້ນເມືອງວັງວຽງທີ່ລົງຢ້ຽມຢາມໃກ້ຊິດຕິດແທດນັກທຸລະກິດໜຸ່ມເມືອງວັງວຽງ ໂດຍໄດ້ໄປທ່ຽວຊົມ ແຫຼ່ງທ່ອງທ່ຽວທີ່ກຳລັງໄດ້ຮັບຄວາມສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັ້ນແມ່ນ ແຫຼ່ງທ່ອງທ່ຽວຖໍ້ານອນ ແລະ ຖໍ້ານາງຟ້າ ເຊີ່ງພາຍໃນແຫຼ່ງທ່ອງທ່ຽວມີຫຼາຍກິດຈະກຳໃຫ້ສຳພັດບໍ່ວ່າຈະເປັນການຂີ່ກົງເບັງລອດເຂົ້າຊົມຖໍ້ານອນ, ຂີ່ສະລິງ, ລ່ອງເຮຶອກາຍັກ ເຂົ້າຊົມຄວາມງົດງາມຂອງຖໍ້ານາງຟ້າ ແລະ ອື່ນໆອີກ ເຊີ່ງເຈົ້າຂອງກິດຈະການແມ່ນ ທ່ານ ບຸນພັນ ວົງສຳພັນ ປະທານນັກທຸລະກິດໜຸ່ມຂອງເມືອງວັງວຽງ ໄດ້ສຸມເຫື່ອແຮງໃນການພັດມະນາໂດຍອີງຕາມທິດຊີ້ນຳຂອງກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄືພະແນກການອ້ອມຂ້າງ ຕະຫຼອດມາ ເຊີ່ງໃນປັດຈຸບັນໄດ້ຮັບການຄຸ້ມຄອງ ແລະ ຈັດຕັ້ງແຜນພັດທະນາຢ່າງເປັນລະບົບຕາມທິດສີຂຽວ ແລະ ຍືນຍົງ ຂໍເຊີນຊວນບັນດາທ່ານ ນັກທ່ອງທ່ຽວເຂົ້າໄປສຳພັດດ້ວຍຕົນເອງໄດ້ ການໄປແມ່ນບໍ່ໄກຈາກຕົວເມືອງວັງວຽງທາງໄປມາສະດວກສະບາຍ ຄ່າບໍລິການກໍເປັນກັນເອງ ຂ້າມຂົວຟຣີ ກິດຈະກຳຕ່າງໆປອດໄພມີໄກ້ນຳທ່ຽວເບີ່ງແຍງເປັນຢ່າງດີ. ຂ່າວໂດຍ: ສະໄຫວ

Read More »

ເມືອງວຽງໄຊ ແຈ້ງການ ຂໍຄວາມຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດ ຈາກພາຍຸວິພາ

ໃນລະຫວ່າງວັນທີ 2-4 ສິງຫາ 2019 ນີ້, ເມືອງວຽງໄຊ ແຂວງຫົວພັນໄດ້ຮັບຜົນກະທົບໜັກຈາກພາຍຸໂຊຮ້ອນວິພາ ເຊິ່ງເຮັດໃຫ້ເສັ້ນທາງຫຼາຍສາຍຖືກຕັດຂາດ, ໄຮ່ນາ ແລະ ຜົນລະປູກຂອງປະຊາຊົນເສຍຫາຍເປັນບໍລິເວນກວ້າງ, ໄຟຟ້າ ແລະ ສັນຍານໂທລະສັບຂາດບາງຈຸດ. ຮ້າຍແຮງກວ່ານັ້ນແມ່ນມີ 2 ຄອບຄົວຢູ່ບ້ານຫີນດຳ, ກຸ່ມບ້ານນ້ຳງາ ໄດ້ຖືກດິນເຈື່ອນ ແລະ ນ້ຳໄຫຼຊຸສູນຫາຍ. ທ່າານ ພອນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ແຂວງຫົວພັນ ລາຍງານເມື່ອຕອນເຊົ້າວັນທີ 5 ສິງຫາ 2019 ນີ້ໃຫ້ຮູ້ວ່າ: ລະຫວ່າງວັນທີ 2-3 ສິງຫາ 2019 ນີ້, ໄດ້ເກີດມີຝົນຕົກໜັກຢູ່ຂອບເຂດເມືອງວຽງໄຊອັນໄດ້ສ້າງຄວາມເສຍຫາຍໜັກໃນຮອບ 50 ປີ. ໃນນັ້ນ, ໄດ້ຮັບຜົນກະທົບໜັກກວ່າໝູ່ແມ່ນກຸ່ມບ້ານນ້ຳງາ ໂດຍສະເພາະແມ່ນເສັ້ນທາງແຕ່ບ້ານພູນໃໝ່ຫາບ້ານຄຳນາງເປັນໄລຍະທາງປະມານ 38 ກິໂລແມັດແມ່ນໄດ້ຮັບຜົນກະທົບ 100 %. ຫຼັງຈາກທີ່ໄດ້ຮັບຂ່າວວ່າມີປະຊາຊົນຖືກນ້ຳໄຫຼຊຸ, ໃນວັນທີ 3 ສິງຫາ 2019 ເມືອງວຽງໄຊໄດ້ແຕ່ງຕັ້ງຄະນະຮັບຜິດຊອບນຳໂດຍທ່ານເຈົ້າເມືອງລົງສຳຫຼວດພື້ນທີ່ຕົວຈິງ ແຕ່ຍ້ອນເສັ້ນທາງຂາດລົດບໍ່ສາມາດເຂົ້າເຖິງຈິ່ງເຮັດໃຫ້ການເດີນທາງຊັກຊ້າຍ້ອນຕ້ອງໄດ້ຍ່າງເຂົ້າຫາພື້ນທີ່ ແລະ ໃນຕອນເຊົ້າວັນທີ 4 ສິງຫາ ຈິ່ງເດີນທາງຮອດຈຸດໝາຍ. ຫຼັງຈາກຮອດເປົ້າໝາຍໂດຍໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານ ຊາບວ່າມີຈຳນວນ ...

Read More »

ພຽງອາທິດດຽວລາຄາຄຳ ປັບຂຶ້ນເກືອບ 3 ແສນກີບ

ລາຄາຄໍາຮູບປະພັນພາຍໃນ ປະເທດ ເຄີຍຂຶ້ນສູງສຸດຂາຍທີ່ 7 ລ້ານກີບຕໍ່ບາດ ຜ່ານມາແລ້ວ 18 ປີ.  ຫຼ້າສຸດ, ລາຄາຂາຍວັນທີ 8 ສິງຫາ (ມື້ນີ້) ປັບຂຶ້ນຈາກມື້ວານປະມານ 100.000 ກີບ ກີບ ມາຢູ່ທີ່ 6.529.000 ກີບຕໍ່ 1 ບາດ. ໂດຍລາຄາຄໍາພຽງ 3 ມື້ແຕ່ວັນຈັນວັນທີ 5 ສິງຫາ ມາຮອດມື້ນີ້ ປັບຂຶ້ນ 290.000 ກີບຕໍ່ບາດ ເຊິ່ງພົບວ່າທິດທາງລາຄາຄໍາມີທ່າອ່ຽງປັບຂຶ້ນສູງຫຼາຍ ແລະ ສັງເກດພົບວ່າໃນຮອບ 1 ເດືອນຜ່ານມາ ລາຄາຄໍາຢູ່ໃນໄລຍະຂາຂຶ້ນຢ່າງຕໍ່ເນື່ອງ. ຂະນະທີ່ລາຄາຄຳໃນຕະຫຼາດໂລກປິດຕະຫຼາດໃນວັນອັງຄານທີ ​6 ສິງຫາ ປັບຕົວຂຶ້ນ 7,7 ໂດລາ ມາຈຸລະດັບສູງສຸດໃນຮອບ 6 ປີທີ່ 1.484 ໂດລາສະຫະລັດຕໍ່ອອນ ໂດຍໄດ້ແຮງຍູ້ຈາກຄຳສັ່ງຊື້ສິນຊັບປອດໄພທ່າມກາງຄວາມກັງວົນກ່ຽວກັບວິກິດການຄ້າສະຫະລັດ ແລະ ຈີນ. ທ່ານ ພູວົງ ພະມີສິດ ປະທານສະມາຄົມອັນຍະມະນີ ແລະ ເຄື່ອງປະດັບລາວ ກ່າວວ່າ: ຍ້ອນເສດຖະກິດພາຍໃນ ແລະ ...

Read More »

ໄພແລ້ງເຮັດໃຫ້ ນະຄອນຫຼວງວຽງຈັນ ນໍາເຂົ້າຜັກເພື່ອດຸນດ່ຽງ

ປີນີ້ນະຄອນຫຼວງວຽງຈັນ ( ນວ ) ຕັ້ງເປົ້າຜະລິດພືດຜັກໃຫ້ໄດ້ໃນເນື້ອທີ່ 11.068 ເຮັກຕາ. ໃນນີ້, ການຜະລິດລະດູແລ້ງສາມາດປະຕິບັດໄດ້ 7.271 ເຮັກຕາ ລື່ນແຜນການ ເທົ່າກັບ 101,86%, ຂະນະທີ່ການຜະລິດລະດູຝົນມາຮອດປັດຈຸບັນສາມາດປະຕິບັດໄດ້ພຽງ 2.558 ເຮັກຕາ ເທົ່າກັບ 65,09% ຂອງແຜນການເນື່ອງຈາກໄພແລ້ງ. ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຂຶ້ນລາຍງານກ່ຽວກັບການຜະລິດພືດຜັກລະດູຝົນຕໍ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວັນທີ 5 ສິງຫາ 2019 ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ໄດ້ກໍານົດເນື້ອທີ່ການຜະລິດພືດຜັກທັງໝົດ 11.068 ເຮັກຕາ ເພື່ອຮອງຮັບ ຄວາມຕ້ອງການຈໍານວນ 113.699 ໂຕນຕໍ່ປີ ແລະ ສະໜອງການບໍລິໂພກໃຫ້ໄດ້ 100 ກິໂລຕໍ່ຄົນຕໍ່ປີ. ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາການຈັດຕັ້ງປະຕິບັດແຜນການດັ່ງກ່າວ ໂດຍສະເພາະແມ່ນການຜະລິດລະດູແລ້ງສາມາດປະຕິບັດໄດ້ 7.271 ເຮັກຕາ ເທົ່າກັບ 101,86% ...

Read More »

ຊົມເຊີຍ!!! ກອງທັບປະຊາຊົນລາວໄດ້ອັນດັບ 2 ຈາກການແຂ່ງຂັນກອງຊ່າງແສງ ທີ່ປະເທດລັດເຊຍ

ພາກພູມໃຈ ແລະ ຂໍ່ານັບຊົມເຊີຍ “ກອງທັບປະຊາຊົນລາວ ໄດ້ອັນດັບ 2 ຈາກການແຂ່ງຂັນກອງຊ່າງແສງ ໃນງານ Army Games International 2019 ປະເທດລັດເຊຍ.” ການແຂ່ງຂັນປະເພດກອງຊ່າງແສງ (ສ້ອມແປງ ແລະ ກຳລັງໜູນ), ໄດ້ຈັດຂຶ້ນເມື່ອວັນທີ 5 ສິງຫາ 2019, ທີ່ປະເທດລັດເຊຍ ອັນດັບ 1 ແມ່ນປະເທດເຈົ້າພາບລັດເຊຍ ໃຊ້ເວລາໄປ 16:34 ນາທີ, ອັນດັບ 2 ແມ່ນ ສປປລາວ ແລະ ອັນດັບ 3 ແມ່ນ ປະເທດອຸດສະເບກິດສະຖານ; ການແຂ່ງຂັນໃນປະເພດນີ້ມີ 8 ປະເທດເຂົ້າຮ່ວມຄື: ລັດເຊຍ, ເວເນຊູເອລາ, ອຸດສະເບກິດສະຖານ, ລາວ, ມົງໂກລີ, ໂມຊຳບິກ, ກຳປູເຈຍ ແລະ ຊອກດານີ; ນອກຈາກການແຂ່ງຂັນກອງຊ່າງແສງແລ້ວ, ກອງທັບປະຊາຊົນລາວຍັງສົ່ງອ້າຍນ້ອງທະຫານເຂົ້າແຂ່ງຂັນໃນປະເພດລົດຕັງ ແລະ ລົດ 6×6: 1. ງານດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 03-17 ສິງຫາ 2019, 2. ...

Read More »