ນາຍົກ ລົງຢ້ຽມຢາມນັກທຸລະກິດໜຸ່ມເມືອງວັງວຽງ

ພະນະທ່ານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ແລະ ການນຳຂັ້ນແຂວງ ຂັ້ນເມືອງວັງວຽງທີ່ລົງຢ້ຽມຢາມໃກ້ຊິດຕິດແທດນັກທຸລະກິດໜຸ່ມເມືອງວັງວຽງ

ໂດຍໄດ້ໄປທ່ຽວຊົມ ແຫຼ່ງທ່ອງທ່ຽວທີ່ກຳລັງໄດ້ຮັບຄວາມສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັ້ນແມ່ນ ແຫຼ່ງທ່ອງທ່ຽວຖໍ້ານອນ ແລະ ຖໍ້ານາງຟ້າ ເຊີ່ງພາຍໃນແຫຼ່ງທ່ອງທ່ຽວມີຫຼາຍກິດຈະກຳໃຫ້ສຳພັດບໍ່ວ່າຈະເປັນການຂີ່ກົງເບັງລອດເຂົ້າຊົມຖໍ້ານອນ, ຂີ່ສະລິງ, ລ່ອງເຮຶອກາຍັກ ເຂົ້າຊົມຄວາມງົດງາມຂອງຖໍ້ານາງຟ້າ ແລະ ອື່ນໆອີກ ເຊີ່ງເຈົ້າຂອງກິດຈະການແມ່ນ ທ່ານ ບຸນພັນ ວົງສຳພັນ ປະທານນັກທຸລະກິດໜຸ່ມຂອງເມືອງວັງວຽງ ໄດ້ສຸມເຫື່ອແຮງໃນການພັດມະນາໂດຍອີງຕາມທິດຊີ້ນຳຂອງກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄືພະແນກການອ້ອມຂ້າງ ຕະຫຼອດມາ ເຊີ່ງໃນປັດຈຸບັນໄດ້ຮັບການຄຸ້ມຄອງ ແລະ ຈັດຕັ້ງແຜນພັດທະນາຢ່າງເປັນລະບົບຕາມທິດສີຂຽວ ແລະ ຍືນຍົງ ຂໍເຊີນຊວນບັນດາທ່ານ ນັກທ່ອງທ່ຽວເຂົ້າໄປສຳພັດດ້ວຍຕົນເອງໄດ້ ການໄປແມ່ນບໍ່ໄກຈາກຕົວເມືອງວັງວຽງທາງໄປມາສະດວກສະບາຍ ຄ່າບໍລິການກໍເປັນກັນເອງ ຂ້າມຂົວຟຣີ ກິດຈະກຳຕ່າງໆປອດໄພມີໄກ້ນຳທ່ຽວເບີ່ງແຍງເປັນຢ່າງດີ.

ຂ່າວໂດຍ: ສະໄຫວ

Comments