ລັດຖະບານ ເຂັ້ມງວດຕໍ່ ຮ້ານອິນເຕີເນັດ – ເກມ ເພື່ອຫຼີກລ່ຽງເປັນ ບ່ອນມົ້ວສຸມຢາເສບຕິດ

ປັດຈຸບັນ, ຮ້ານບໍລິການອິນເຕີເນັດ ຫຼື ຮ້ານເກມ ຢູ່ພາຍໃນນະຄອນຫຼວງວຽງຈັນ ເຫັນວ່າ ມີຈໍານວນຫຼວງຫຼາຍ ແລະ ມີເກືອບທຸກບ້ານ ຢູ່ເທດສະບານ 4 ຕົວເມືອງໃຫຍ່ສາມາດຕອບສະໜອງໃຫ້ແກ່ລູກຄ້າ ຢ່າງພຽງພໍ ໃນການບໍລິການອິນເຕີເນັດ ແລະ ສື່ສານຕ່າງໆ ໃນທາງມີປະໂຫຍດ. ຕິດພັນກັບ ບັນຫາ ຮ້ານບໍລິການອິນເຕີເນັດ ດັ່ງກ່າວ ເຫັນວ່າ:

ຫຼາຍບ່ອນເປັນ ບ່ອນມົ້ວສຸມຢາເສບຕິດ, ການພະນັນ, ອາລະວາດຕີກັນ ແລະ ບັນຫາອື່ນໆ ຍ້ອນເຈົ້າຂອງຮ້ານເກມຈໍານວນໜຶ່ງ ຍັງຂາດຄວາມເອົາໃຈໃສ່ຕິດຕາມກວດກາ ຄວາມເປັນລະບຽບຮຽບຮ້ອຍ ຢູ່ພາຍໃນຮ້ານ ໂດຍບໍ່ສົນໃຈນຳໂມງເວລາເປີດ – ປິດ ເຊິ່ງເປັນຊ່ອງວ່າງໃຫ້ກຸ່ມຄົນບໍ່ດີ ສວຍໂອກາດເອົາຢາເສບຕິດ ໄປລັກລອບຂາຍໃຫ້ກັບໄວລຸ້ນ ຢູ່ພາຍໃນຮ້ານເກມ.ໄລຍະຜ່ານມາ, ອໍານາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ພະຍາຍາມເອົາໃຈໃສ່ຕິດຕາມກວດກາ ຢ່າງຈິງຈັງ ເພື່ອແກ້ໄຂຫາງສຽງຈົ່ມວ່າ ໃນສັງຄົມ ກໍຄື ປະກົດການຫຍໍ້ທໍ້ ທີ່ຕິດພັນກັບ ຮ້ານເກມ;

ການບໍລິການ ຂ້ອນຂ້າງເຮັດໂລດໂຜນຈົນເກີນໄປ, ເປີດກາຍໂມງເວລາ, ຊອກທຸກວິທີທາງ ໂຄສະນາຊວນເຊື່ອທຸກຮູບແບບ ເພື່ອດຶງດູດລູກຄ້າ ເຂົ້າໃຊ້ບໍລິການ, ແຕ່ບໍ່ມີການກວດກາຄຸ້ມຄອງແບບຮັດກຸມ ຢ່າງຈິງຈັງ ໂດຍບໍ່ຈໍາກັດເພດໄວ, ເອົາແຕ່ເງິນຢ່າງດຽວ; ຍິ່ງໄປກວ່ານັ້ນ, ຍັງບໍ່ໃຫ້ການຮ່ວມມືກັບ ເຈົ້າໜ້າທີ່ ເທົ່າທີ່ຄວນ, ໂດຍບາງຮ້ານ ບໍ່ມີໃບອະນຸຍາດເປີດບໍລິການ, ບາງບ່ອນ ມີໃບອະນຸຍາດຄັກແນ່ ແຕ່ໄປໃຫ້ຄົນຕ່າງປະເທດ ເຊົ່າດໍາເນີນກິດຈະການ.

ສ່ວນ ຜູ້ໃຊ້ບໍລິການສ່ວນຫຼາຍ ກໍແມ່ນໄວລຸ້ນ ໂດຍຕິດເກມຈົນບໍ່ສົນໃຈນໍາ ການຮຽນ, ການທໍາມາຫາກິນ ແລະ ຊ່ວຍວຽກຄອບຄົວ; ເຊິ່ງມັນເຮັດໃຫ້ມີຄວາມສ່ຽງ ໃນການຖືກຊັກຊວນໄປໃນທາງທີ່ບໍ່ດີ ໂດຍສະເພາະ ບັນຫາຢາເສບຕິດ, ບາງຄັ້ງ ພວກເຂົາເອົາຢາບ້າ ເປັນຄ່າພະນັນຫຼິ້ນເກມ ເຊິ່ງພາໃຫ້ເກີດໜໍ່ແໜງປະກົດການຫຍໍ້ທໍ້ ໃນສັງຄົມ ເຊັ່ນວ່າ:

ເກີດການຊອກຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ ເພື່ອເອົາເງິນໄປຊື້ຢາບ້າ, ໃຊ້ໜີ້ການພະນັນ ແລະ ຫຼິ້ນເກມ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ກາຍເປັນກະແສຫາງສຽງຈາກສັງຄົມ ໄປໃນທາງທີ່ບໍ່ດີ.ເຊິ່ງຫຼ້າສຸດນີ້, ໃນກອງປະຊຸມສະພາ ສະໄໝສາມັນ ເທື່ອທີ 7 ຊຸດທີ I ຂອງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ, ບັນດາສະມະຊິກສະພາ ນະຄອນຫຼວງ ກໍໄດ້ມີຂໍ້ຊັກຖາມ ວ່າ:

ເຈົ້າໜ້າທີ່ ຄວນໃຊ້ວິທີການແກ້ໄຂແນວໃດ ຕໍ່ກັບບັນດາ ຮ້ານບໍລິການອິນເຕີເນັດ ແລະ ຮ້ານເກມ. ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຊຸດທີ I ຂອງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນວັນທີ 26 ກໍລະກົດ ຕໍ່ກັບການແກ້ໄຂບັນດາ ຮ້ານບໍລິການອິນເຕິເນັດ ພາຍໃນນະຄອນຫຼວງວຽງຈັນວ່າ: ປັດຈຸບັນ ແມ່ນກໍາລັງດໍາເນີນການແກ້ໄຂ ຢ່າງຈິງຈັງ ກ່ຽວກັບ ການແກ້ໄຂບັນຫາ ຮ້ານບໍລິການອິນເຕີເນັດ ແລະ ຮ້ານເກມ;

ເຊິ່ງໄລຍະຜ່ານມາ, ເຈົ້າໜ້າທີ່ພວກເຮົາ ໄດ້ເອົາໃຈໃສ່ແກ້ໄຂ ຢ່າງຕັ້ງໜ້າ ເຊິ່ງສະແດງອອກ ດັ່ງນີ້: ໃນໄລຍະ 6 ເດືອນ ຕົ້ນປີ 2019, ຢູ່ນະຄອນຫຼວງວຽງຈັນ ສາມາດແກ້ໄຂທັງໝົດ 27 ຮ້ານ; ໃນນີ້, ມີຮ້ານຕູ້ເກມຢອດຫຼຽນ 1 ຮ້ານ, ສາມາດກັກພາກສ່ວນຕິດພັນມົ້ວສຸມ ໄດ້ທັງໝົດ 394 ຄົນ ຍິງ 29 ຄົນ ແລະ ຜ່ານການກວດກາ ເຫັນວ່າ ມີຈໍານວນ 18 ຮ້ານ ແມ່ນພົວພັນກັບ ບັນຫາຢາເສບຕິດ.

ສ່ວນ ບັນດາຜູ້ທີ່ຕິດພັນກັບຢາເສບຕິດ ໂດຍສະເພາະ ແມ່ນຊື້ – ຂາຍ ພວກເຮົາໄດ້ປະຕິບັດຕາມລະບຽບກົດໝາຍ, ຈໍານວນໜຶ່ງທີ່ມີການຊື້ – ຂາຍ ແມ່ນໄດ້ນໍາສົ່ງເຂົ້າສູນບໍາບັດ ເພື່ອປິ່ນປົວ ແລະ ຜູ້ທີ່ເຂົ້າໄປພົວພັນກັບຮ້ານເກມດັ່ງກ່າວ ແມ່ນໄດ້ສຶກສາອົບຮົມ ແລະ ມອບໃຫ້ ອໍານາດການປົກຄອງບ້ານ ແລະ ຜູ້ເປັນພໍ່ – ແມ່ ນໍາໄປສຶກສາອົບຮົມຕື່ມ. ນອກນີ້, ຍັງໄດ້ເຮັດບົດບັນທຶກກັບ ເຈົ້າຂອງຮ້ານ ທີ່ເປັນເປົ້າໝາຍ ຈໍານວນໜຶ່ງ ເຊັ່ນ:

ການບໍລິການປິດ – ເປີດ ແມ່ນໄປຕາມທີ່ຂັ້ນເທິງກໍານົດໄວ້ ຄື: ເປີດແມ່ນນັບແຕ່ 8 ໂມງ ຫາ 23:30 ໂມງ, ຫ້າມເດັດຂາດບໍ່ໃຫ້ມີການມົ້ວສຸມ ຊື້ – ຂາຍຢາເສບຕິດ ແລະ ຫຼິ້ນການພະນັນ ຢູ່ພາຍໃນຮ້ານ, ຕ້ອງໃຫ້ການຮ່ວມມືກັບທຸກພາກສ່ວນ ເຊັ່ນ: ອໍານາດການປົກຄອງບ້ານ, ປກສ ກຸ່ມບ້ານ, ປກສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຖ້າພົບເຫັນພາຍໃນຮ້ານ ມີການເຄື່ອນໄຫວທີ່ບໍ່ດີ ທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ, ຜູ້ທີ່ຮັບຜິດຊອບຢູ່ຮ້ານ ຫຼື ເຈົ້າຂອງຮ້ານ ຕ້ອງແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ ແລະ ແກ້ໄຂຕາມຫຼັກການວິຊາສະເພາະ ແລະ ຕາມລະບຽບກົດໝາຍ.

ຖ້າເຈົ້າຂອງຮ້ານ ມີການປິດບັງ, ເອື້ອອໍານວຍຄວາມສະດວກ ໃນການເຄື່ອນໄຫວມົ້ວສຸມ ຊື້ – ຂາຍຢາເສບຕິດ, ເຈົ້າຂອງຮ້ານ ຈະຖືກດໍາເນີນຄະດີຕາມກົດໝາຍ ແລະ ຕ້ອງປິດກິດຈະການດັ່ງກ່າວນີ້ ແລະ ພາຍຫຼັງເຮັດບົດບັນທຶກແລ້ວ ແມ່ນ ມີການຕິດຕາມກວດກາ ຢ່າງໃກ້ຊິດ.

ຢ່າງໃດກໍຕາມ, ການສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ, ເຈົ້າຂອງກິດຈະການ ຮ້ານບໍລິການອິນເຕີເນັດ ຕ້ອງເປັນເຈົ້າການນໍາກັນ ແລະ ມີສ່ວນຮ່ວມໃນວຽກງານປ້ອງກັນຄວາມສະຫງົບ ກໍຄື ຊ່ວຍເປັນຫູເປັນຕາ ໃນການຕິດຕາມກວດກາລູກຄ້າ ທີ່ເຂົ້າໃຊ້ບໍລິການ

ຖ້າກໍລະນີພົບເຫັນ ບຸກຄົນໃດ ມີພຶດຕິກໍາທີ່ໜ້າສົງໄສ ຄວນແຈ້ງຕໍ່ ເຈົ້າໜ້າທີ່ ໃຫ້ເຂົ້າແກ້ໄຂ.ພ້ອມກັນນີ້, ເຈົ້າໜ້າທີ່ ປກສ ກຸ່ມ ບ້ານ, ອໍານາດການປົກຄອງບ້ານ ຄວນເປັນເຈົ້າການ ໃນການຕິດຕາມກວດກາ ແລະ ຄວບຄຸມ ຢ່າງເຂັ້ມງວດກວ່າເກົ່າ ແລະ ເປັນປົກກະຕິ; ຖ້າເຮັດໄດ້ ເຊື່ອແນ່ວ່າ ບັນຫານີ້ ຈະຫຼຸດໜ້ອຍຖອຍລົງໄປເລື້ອຍໆ.

Comments