ເມືອງວຽງໄຊ ແຈ້ງການ ຂໍຄວາມຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດ ຈາກພາຍຸວິພາ

ໃນລະຫວ່າງວັນທີ 2-4 ສິງຫາ 2019 ນີ້, ເມືອງວຽງໄຊ ແຂວງຫົວພັນໄດ້ຮັບຜົນກະທົບໜັກຈາກພາຍຸໂຊຮ້ອນວິພາ ເຊິ່ງເຮັດໃຫ້ເສັ້ນທາງຫຼາຍສາຍຖືກຕັດຂາດ, ໄຮ່ນາ ແລະ ຜົນລະປູກຂອງປະຊາຊົນເສຍຫາຍເປັນບໍລິເວນກວ້າງ, ໄຟຟ້າ ແລະ ສັນຍານໂທລະສັບຂາດບາງຈຸດ. ຮ້າຍແຮງກວ່ານັ້ນແມ່ນມີ 2 ຄອບຄົວຢູ່ບ້ານຫີນດຳ, ກຸ່ມບ້ານນ້ຳງາ ໄດ້ຖືກດິນເຈື່ອນ ແລະ ນ້ຳໄຫຼຊຸສູນຫາຍ.

ທ່າານ ພອນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ແຂວງຫົວພັນ ລາຍງານເມື່ອຕອນເຊົ້າວັນທີ 5 ສິງຫາ 2019 ນີ້ໃຫ້ຮູ້ວ່າ: ລະຫວ່າງວັນທີ 2-3 ສິງຫາ 2019 ນີ້, ໄດ້ເກີດມີຝົນຕົກໜັກຢູ່ຂອບເຂດເມືອງວຽງໄຊອັນໄດ້ສ້າງຄວາມເສຍຫາຍໜັກໃນຮອບ 50 ປີ. ໃນນັ້ນ, ໄດ້ຮັບຜົນກະທົບໜັກກວ່າໝູ່ແມ່ນກຸ່ມບ້ານນ້ຳງາ ໂດຍສະເພາະແມ່ນເສັ້ນທາງແຕ່ບ້ານພູນໃໝ່ຫາບ້ານຄຳນາງເປັນໄລຍະທາງປະມານ 38 ກິໂລແມັດແມ່ນໄດ້ຮັບຜົນກະທົບ 100 %.

ຫຼັງຈາກທີ່ໄດ້ຮັບຂ່າວວ່າມີປະຊາຊົນຖືກນ້ຳໄຫຼຊຸ, ໃນວັນທີ 3 ສິງຫາ 2019 ເມືອງວຽງໄຊໄດ້ແຕ່ງຕັ້ງຄະນະຮັບຜິດຊອບນຳໂດຍທ່ານເຈົ້າເມືອງລົງສຳຫຼວດພື້ນທີ່ຕົວຈິງ ແຕ່ຍ້ອນເສັ້ນທາງຂາດລົດບໍ່ສາມາດເຂົ້າເຖິງຈິ່ງເຮັດໃຫ້ການເດີນທາງຊັກຊ້າຍ້ອນຕ້ອງໄດ້ຍ່າງເຂົ້າຫາພື້ນທີ່ ແລະ ໃນຕອນເຊົ້າວັນທີ 4 ສິງຫາ ຈິ່ງເດີນທາງຮອດຈຸດໝາຍ. ຫຼັງຈາກຮອດເປົ້າໝາຍໂດຍໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານ ຊາບວ່າມີຈຳນວນ 2 ຫຼັງຄາເຮືອນ ມີສະມາຊິກ 7 ຄົນ, ຍິງ 3 ຄົນຖືກນ້ຳປ່າ ແລະ ດິນເຈື່ອນຊຸລົງຫ້ວຍນ້ຳ ຍັງຊອກບໍ່ເຫັນ.

ເມື່ອເປັນເຊັ່ນນັ້ນຈິ່ງໄດ້ຈັດແບ່ງເປັນສອງທີມເພື່ອຄົ້ນຫາ ໂດຍທີມທີ່ໜຶ່ງແມ່ນຂຸດດິນຄົ້ນຫາຢູ່ບໍລິເວນຈຸດທີ່ຕັ້ງຂອງເຮືອນ, ສ່ວນທີມທີ່ສອງແມ່ນຄົ້ນຫາຕາມລຳຫ້ວຍໄປເຖິງຊາຍແດນລາວ-ຫວຽດນາມ ໂດຍມີໄລຍະທາງປະມານ 3 ກິໂລແມັດ ແຕ່ກໍບໍ່ພົບເຫັນຜູ້ສູນເຫຍ. ຈາກນັ້ນ, ຄະນະຮັບຜິດຊອບຂັ້ນເມືອງໄດ້ສົບທົມກັບອຳນາດການປົກຄອງບ້ານ ແລະ ກອງຮ້ອຍປ້ອງກັນຊາຍແດນ 215 ໄດ້ໃຫ້ການຊ່ວຍເຫຼືອເບື້ອງຕົ້ນເປັນເງິນຈຳນວນໜຶ່ງ ແລະ ມອບໃຫ້ກອງຮ້ອຍຊາຍແດນ, ອໍານາດການປົກຄອງບ້ານພ້ອມປະຊາຊົນສືບຕໍ່ຄົ້ນຫາ. ອີກດ້ານໜຶ່ງ, ການນຳເມືອງວຽງໄຊຈະໄດ້ຄົ້ນຄວ້າຊອກຫາວິທີທາງໃນການໃຫ້ການຊ່ວຍເຫຼືອໃນຂັ້ນຕໍ່ໄປໃຫ້ໄວທີ່ສຸດ.

ປັດຈຸບັນ, ເຂດດັ່ງກ່າວໄດ້ຂາດໄຟຟ້າ, ນໍ້າສະອາດ, ເຄື່ອງນຸ່ງຫົ່ມ, ສະບຽງອາຫານ ແລະ ສັນຍານໂທລະສັບ ຍ້ອນເສັ້ນທາງຄົມມະນາຄົມຖືກຕັດຂາດຈິ່ງເຮັດໃຫ້ຜູ້ເຂົ້າໄປຊ່ວຍເຫຼືອຕ້ອງໄດ້ຍ່າງ ແລະ ໃຊ້ເວລາຫຼາຍຊົ່ວໂມງຈິ່ງເຂົ້າເຖິງ. ປັດຈຸບັນ ອຳນາດການປົກຄອງແຂວງຫົວພັນ ໄດ້ສົມທົບກັບການນຳເມືອງວຽງໄຊ ແລະ ຫຼາຍພາກສ່ວນໄດ້ລະດົມເອົາກອງກຳລັງຕ່າງໆ ພ້ອມເຄື່ອງຊ່ວຍເຫຼືອຈຳນວນໜຶ່ງລົງໃຫ້ການຊ່ວຍເຫຼືອປະຊາຊົນເບື້ອງຕົ້ນ.

Comments