ມີຄວາມຮູ້ໃຫມ່ໆມາບອກ!!! ກ່ຽວກັບຄວາມໄວພາຍໃນປະເທດ ແລະ ຄວາມໄວພາຍນອກປະເທດ

ແນ່ນອນຢູ່ແລ້ວວ່າ ພວກເຮົາທຸກຄົນນຳໃຊ້ອິນເຕີເນັດ, ແຕ່ແທ້ຈິງແລ້ວພວກເຮົາຮູ້ບໍ່ວ່າອິນເຕີເນັດເຮັດວຽກແນວໃດ? ອິນເຕີເນັດແມ່ນເຄືອຂ່າຍຄອມພິວເຕີຂະໜາດໃຫຍ່ທີ່ເຊື່ອມຕໍ່ເຂົ້າຫາກັນ. ໂດຍພື້ນຖານແລ້ວອິນເຕີເນັດເປັນຄືກັບເຄືອຂ່າຍຄອມພິວເຕີທີ່ເຊື່ອມຕໍ່ກັນທົ່ວໂລກເຮັດໃຫ້ທຸກຄົນສາມາດເຊື່ອມຕໍ່ໄດ້ຫາກມີຄອມຕັ້ງໂຕະ – ຄອມໂນ໊ດບຸກ ຫຼື ອຸປະກອນພົກພາທີ່ສາມາດເຊື່ອມຕໍ່ຜ່ານຜູ້ໃຫ້ບໍລິການອິນເຕີເນັດ (ISP).

ຄວາມໄວຂອງອິນເຕີເນັດແມ່ນສາມາດແບ່ງອອກເປັນຄວາມໄວພາຍນອກ ແລະ ຄວາມໄວພາຍໃນປະເທດ. ການກຳນົດວ່າອັນໃດແມ່ນຄວາມໄວພາຍນອກ ຫຼື ພາຍໃນນີ້ແມ່ນຂື້ນກັບເຊີບເວີຂອງເວັບໄຊທ໌ ຫຼື ແອັບທີ່ທ່ານໃຊ້ໃນເວລານັ້ນຕັ້ງຢູ່ໃສ.

ບໍລິສັດໃຫຍ່ໆເຊັ່ນ Google ມີເຊີບເວີ ຫຼື ສູນເກັບຂໍ້ມູນທົ່ວໂລກເຊິ່ງໃນນັ້ນກໍມີລາວເຮົານຳ ເຮັດໃຫ້ເຮົາສາມາດເຂົ້າເຖິງຄວາມໄວພາຍໃນປະເທດໄວຂຶ້ນຫຼາຍ ໝາຍຄວາມວ່າຫາກທ່ານຕ້ອງການເບິ່ງວິດີໂອເທິງ YouTube (ທີ່ເປັນບໍລິສັດໃນເຄືອຂອງ Google) ທ່ານຈະສາມາດເພີດເພີນໄປກັບຄວາມໄວໃນການເຊື່ອມຕໍ່ທີ່ວ່ອງໄວເນື່ອງຈາກມີເຊີບເວີໃນລາວເຮັດໃຫ້ການດາວໂຫລດ – ອັບໂຫລດຂໍ້ມູນໄປມາໄວຂຶ້ນ.

ໃນຂະນະດຽວກັນບາງແອັບຫຼືເວັບໄຊທ໌ຕ່າງໆທີ່ທ່ານໃຊ້ຫຼືເຂົ້າໄປເບິ່ງ ມີເຊີບເວີທີ່ຢູ່ໄກອອກໄປນອກປະເທດ ຈະຖືວ່າເປັນການເຊື່ອມຕໍ່ລະຫວ່າງປະເທດ ແລະ ຈະເອີ້ນວ່າຄວາມໄວພາຍນອກທີ່ພວກເຮົາຄຸ້ນຫູກັນ.  ດັ້ງນັ້ນ, ຂໍ້ມູນໃດກໍຕາມທີ່ທ່ານຕ້ອງການດາວໂຫລດ-ອັບໂຫລດຖ້າຫາກແມ່ນມີເຊີບເວີຕັ້ງຢູ່ນອກປະເທດຈະຕ້ອງໄດ້ແລ່ນຜ່ານຫຼາຍເຄືອຂ່າຍທີ່ຢູ່ນອກປະເທດກ່ອນທີ່ຈະໄປຮອດເຊີບເວີນັ້ນ, ຂັ້ນຕອນການສົ່ງຕໍ່ຂໍ້ມູນໄປມາອອກນອກປະເທດນີ້ ຈະໃຊ້ເວລາຊ້າຫຼືໄວປານໃດແມ່ນຂຶ້ນກັບແພັກເກັດຄວາມໄວພາຍນອກທີ່ທ່ານນຳໃຊ້ຢູ່, ແພັກເກັດຄວາມໄວພາຍນອກທີ່ຕໍ່າຈະເຮັດໃຫ້ການດາວໂຫລດ – ອັບໂຫລດ ຊ້າລົງຫຼາຍສົ່ງຜົນໃຫ້ “ຄວາມໄວໃນການເຊື່ອມຕໍ່ຊ້າ”.

ນອກນັ້ນຍັງມີຕົວແປຫຼາຍຕົວທີ່ສົ່ງຜົນຕໍ່ຄວາມໄວພາຍນອກ ແລະພາຍໃນຂອງທ່ານເປັນຕົ້ນແມ່ນປະເພດຂອງແພັກເກັດ, ຄວາມໄວຂອງແພັກເກັດ, ປະເພດຂອງການເຊື່ອມຕໍ່ຂອງທ່ານ, ທີ່ຕັ້ງຂອງເຊີບເວິທີ່ທ່ານຈະເຊື່ອມຕໍ່ ຕ້ອງຜ່ານເຄືອຂ່າຍຫຼາຍປານໃດກວ່າຈະເຖິງເຊີບເວີນັ້ນ ແລະ ແມ້ແຕ່ຄຸນນະພາບຂອງອຸປະກອນເຊັ່ນ: ຊະນິດຂອງ ເຄື່ອງກະຈາຍສັນຍານ ແລະ ຊະນິດຂອງອຸປະກອນເຊື່ອມຕໍ່ທີ່ທ່ານໃຊ້ໃນການຫຼີ້ນ.

ດ້ວຍອິນເຕີເນັດໄຟເບີຂອງສະກາຍເນັດ, ທ່ານຈະໄດ້ຮັບຄວາມໄວພາຍໃນທັນທີ 20 Mbps ເຊິ່ງສາມາດເຂົ້າສູ່ຂໍ້ມູນຕ່າງໆຂອງ Google ເປັນຕົ້ນແມ່ນ YouTube ບໍ່ວ່າທ່ານຈະໃຊ້ແພັກເກັດໃດກໍ່ຕາມ, ສ່ວນຄວາມໄວພາຍນອກແມ່ນອີງຕາມແພັກເກັດທີ່ທ່ານເລືອກໃຊ້.

ເລືອກອິນເຕີເນັດສາຍໄຟເບີຂອງສະກາຍເນັດໃຫ້ທ່ານໄດ້ພົບກັບປະສົບການທີ່ສຸດພິເສດກັບການໃຊ້ອິນເຕີເນັດດ້ວຍແພັກເກັດໃຫມ່ທີ່ທັງໄວ, ແຮງ, ເຕັມສະປີດ (ທຸກໆແພັກເກັດແມ່ນໄດ້ຮັບຄວາມໄວພາຍໃນ 20 Mbps ). ສອບຖາມຂໍ້ມູນໂທ 1833 ຫຼື ເຂົ້າໄປທີ່:https://www.facebook.com/Skynet-Lao-1187227958096404/

Comments