ພຽງອາທິດດຽວລາຄາຄຳ ປັບຂຶ້ນເກືອບ 3 ແສນກີບ

ລາຄາຄໍາຮູບປະພັນພາຍໃນ ປະເທດ ເຄີຍຂຶ້ນສູງສຸດຂາຍທີ່ 7 ລ້ານກີບຕໍ່ບາດ ຜ່ານມາແລ້ວ 18 ປີ.  ຫຼ້າສຸດ, ລາຄາຂາຍວັນທີ 8 ສິງຫາ (ມື້ນີ້) ປັບຂຶ້ນຈາກມື້ວານປະມານ 100.000 ກີບ ກີບ ມາຢູ່ທີ່ 6.529.000 ກີບຕໍ່ 1 ບາດ. ໂດຍລາຄາຄໍາພຽງ 3 ມື້ແຕ່ວັນຈັນວັນທີ 5 ສິງຫາ ມາຮອດມື້ນີ້ ປັບຂຶ້ນ 290.000 ກີບຕໍ່ບາດ ເຊິ່ງພົບວ່າທິດທາງລາຄາຄໍາມີທ່າອ່ຽງປັບຂຶ້ນສູງຫຼາຍ ແລະ ສັງເກດພົບວ່າໃນຮອບ 1 ເດືອນຜ່ານມາ ລາຄາຄໍາຢູ່ໃນໄລຍະຂາຂຶ້ນຢ່າງຕໍ່ເນື່ອງ.

ຂະນະທີ່ລາຄາຄຳໃນຕະຫຼາດໂລກປິດຕະຫຼາດໃນວັນອັງຄານທີ ​6 ສິງຫາ ປັບຕົວຂຶ້ນ 7,7 ໂດລາ ມາຈຸລະດັບສູງສຸດໃນຮອບ 6 ປີທີ່ 1.484 ໂດລາສະຫະລັດຕໍ່ອອນ ໂດຍໄດ້ແຮງຍູ້ຈາກຄຳສັ່ງຊື້ສິນຊັບປອດໄພທ່າມກາງຄວາມກັງວົນກ່ຽວກັບວິກິດການຄ້າສະຫະລັດ ແລະ ຈີນ.

ທ່ານ ພູວົງ ພະມີສິດ ປະທານສະມາຄົມອັນຍະມະນີ ແລະ ເຄື່ອງປະດັບລາວ ກ່າວວ່າ: ຍ້ອນເສດຖະກິດພາຍໃນ ແລະ ບັນຫາສົງຄາມການຄ້າຂອງປະເທດມະຫາອໍານາດດ້ານເສດຖະກິດ ເຮັດໃຫ້ເສດຖະກິດທຸກໆປະເທດໃນໂລກໄດ້ຮັບຜົນກະທົບ, ສ່ວນ ສປປ ລາວ ເຮົາແມ່ນກະທົບ 2 ເທົ່າ ເພາະເປັນປະເທດທີ່ເສດຖະກິດບໍ່ໃຫຍ່ ໂດຍສະເພາະວົງການທຸລະກິດເຄື່ອງປະດັບດັ່ງເຊັ່ນຄໍາ ເຊິ່ງຜູ້ປະກອບການຕ້ອງໄດ້ປັບຕົວໄປຕາມສະພາບເສດຖະກິດ ແລະ ລັກສະນະຂອງຜູ້ຊົມໃຊ້.

ທ່ານກ່າວຕື່ມວ່າ: ໃນແງ່ການຊື້ – ຂາຍຄໍາຢູ່ບ້ານເຮົາຈະເປັນລັກສະນະເປັນການທ້ອນໂຮມຫຼາຍກວ່າຊື້ເພື່ອເກັງກໍາໄລ ໂດຍໄລຍະນີ້ເປັນໄລຍະການຜະລິດຈະມີປະຊາຊົນມາຂາຍຄໍາຫຼາຍກວ່າມາຊື້ ເພື່ອນໍາເງິນໄປໝູນເຂົ້າໃນຂະບວນການຜະລິດ ພໍຮອດລະດູການເກັບກ່ຽວຂາຍຜົນຜະລິດກໍຈະຊື້ຄໍາເພື່ອເປັນການທ້ອນເງິນ.

ສ່ວນທ່າອ່ຽງລາຄາຄໍາແມ່ນມີການປັບຂຶ້ນຢ່າງຕໍ່ເນື່ອງ ເຊິ່ງທ່າອ່ຽງຕໍ່ໜ້າອາດຈະມີແຮງກະທົບຈາກເງິນກີບອ່ອນຄ່າ, ສົງຄາມການຄ້າຂອງປະເທດມະຫາອໍານາດ, ຍັງບໍ່ແນ່ວ່າລາຄາອາດຈະສູງສຸດທີ່ເຄີຍຂາຍມາ, ບາງເທື່ອອາດຈະຈຸ ຫຼື ລື່ນໜ້ອຍໜຶ່ງ ເພາະວ່າເສດຖະກິດຂອງໂລກມີການຜັນຜວນ. ລາຄາຄໍາວັນທີ 31 ກໍລະກົດ 2019 ຂາຍທີ່ 6.199.000 ກີບຕໍ່ບາດ ພຽງ 8 ມື້ ປັບຂຶ້ນເຖິງ 330.000 ກີບຕໍ່ບາດ ໂດຍລາຄາຂາຍວັນທີ 8 ສິງຫາ 2019 ຂາຍຢູ່ທີ່ 6.529.000 ກີບຕໍ່ບາດ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments