ສ. ເກົາຫລີ ໃຫ້ທຶນແກ່ລາວ 1.200.000 ໂດລາ ເພື່ອຟື້ນຟູຫຼັງໄພພິບັດເຂື່ອນແຕກ

ກະຊວງເເຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຮ່ວມມືສາກົນ ສ.ເກົາຫລີ (ເກົາຫລີໃຕ້) ປະຈຳ ສປປ ລາວ ໄດ້ເຊັນສັນຍາຂໍ້ຕົກລົງການສະໜອງທຶນຈຳນວນ 1.200.000 ໂດລາ ເພື່ອນຳໃຊ້ເຂົ້າໃນກິດຈະກຳ ປີ 2019 ພາຍໃຕ້ “ແຜນງານ ຟື້ນຟູຫຼັງໄພພິບັດແບບປະສົມປະສານທີ່ແຂວງອັດຕະປື”, ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມທີ່ສາເຫດມາຈາກອຸບັດເຫດສັນເຄື່ອນເຊໂປນ-ເຊນ້ຳນ້ອຍແຕກ ໃນປີ 2018 ຊຶ່ງເປົ້າໝາຍຂອງໂຄງການດັ່ງກ່າວແມ່ນເລັ່ງໃສ່ພັດທະນາຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ.

ພິທີເຊັນຂໍ້ຕົກລົງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ສິງຫາຜ່ານມາ ທີ່ກະຊວງ ຮສສ ຊຶ່ງຕາງໜ້າຝ່າຍລາວແມ່ນທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ແລະ ຝ່າຍ ສ.ເກົາຫລີ ແມ່ນທ່ານ ຊັງຊູ ໂອ ຜູ້ຕາງຫນ້າອົງການຮ່ວມມືສາກົນ ສ.ເກົາຫຼີ (ກອຍກາ) ໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ພ້ອມພາກສ່ວນກຽ່ວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

( ຂ່າວກະຊວງແຮງງານ ແລະ ສະຫວັດດີການສັງຄົມ  )

Comments