News

ບໍລິສັດເບຍລາວ ແຈ້ງປັບຂຶ້ນລາຄາຜະລິດຕະພັນບາງຢ່າງ ຍ້ອນເງິນກີບອ່ອນຄ່າ

ເນື່ອງຈາກຄ່າສະກຸນເງິນກີບໄດ້ຫຼຸດລົງເມື່ອທຽບໃສ່ສະກຸນເງິນຕາຕ່າງປະເທດ ທີ່ສຳຄັນ ແລະ ອັດຕາເງີນເຟີ້ໃນປັດຈຸບັນ ດັ່ງນັ້ນ, ບໍລິສັດເບຍລາວ ຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ມີການປັບປຸງລາຄາສິນຄ້າບາງລາຍການ, ບໍລິສັດເບຍລາວຈຳກັດ ໄດ້ຜ່ານຂະບວນການຢ່າງເຂັ້ມງວດ ເພື່ອເພີ່ມປະສິດທິພາບການຜະລິດ ແລະ ປະກອບກັບອັດຕາເງິນເຟີ້ທີ່ເພີ່ມສູງຂື້ນ ນຳມາຊື້ງຂໍ້ແທ້ຈິງວ່າ ບໍລິສັດເບຍລາວ ຈະຕ້ອງໄດ້ມີການປັບປຸງລາຄາຂາຍສິນຄ້າບາງລາຍການ ໂດຍໃຫ້ມີຜົນກະທົບໜ້ອຍທີ່ສູດ ການປັບປຸງລາຄາໃນຄັ້ງນີ້ມີຜົນສັກສິດແຕ່ວັນທີ 4 ທັນວາ ປີ 2019 ຊື່ງການສັ່ງຊື້ທັງໝົດທີ່ອອກບິນຂາຍຂອງວັນທີ 4 ເດືອນ 12 ເປັນຕົ້ນໄປ ແມ່ນເປັນໄປຕາມລາຄາໃໝ່ . ລາຍການທີ່ຈະມີການປັບປຸງລາຄາໃໝ່ມີດັ່ງລຸ່ມນີ້:

Read More »

ແຈ້ງເຕືອນ!!! ອາກາດຈະເຢັນລົງອີກ 5-7 ອົງສາ ວັນທີ 5-10 ທັນວານີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພອາກາດໜາວເຢັນ ເລກທີ 1748/ກອຕທ, ນະຄອນຫຼວງວຽງຈັນ ວັນທີ 3 ທັນວາ 2019 ໃນໄລຍະວັນທີ 3 ຫາ 10 ທັນວານີ້ ອາກາດໜາວຈະເຢັນ ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນ ໄດ້ມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ, ສົມທົບກັບກະແສລົມຕາເວັນຕົກສ່ຽງເໜືອພັດປົກຄຸມເປັນສ່ວນ    ໃຫຍ່ ໃນໄລຍະວັນທີ 4 ຫາ 10 ທັນວານີ້ ຈະເຮັດໃຫ້ອຸນຫະພູມຫຼຸດລົງ 5 – 7 ອົງສາ ອາກາດຈະໜາວເຢັນຫາໜາວເຢັນຫຼາຍ ພ້ອມມີໝອກປົກຫຸ້ມໃນຕອນເຊົ້າຢູ່ເຂດແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນພາກກາງ ແລະ ພາກໃຕ້ ອາກາດເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມຈະຫຼຸດລົງ 3 – 5 ອົງສາ. ທີ່ມາ: ຂ່າວເສດຖະກິດ-ການຄ້າ

Read More »

ແມ່ນແທ້ຫຼືບໍ່? ວ່າ ຄົນລາວ ສ່ວນຫຼາຍ ຍັງນິຍົມບໍລິໂພກ ພືດຜັກ ນຳເຂົ້າ

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ແຈ້ງໃຫ້ຮູ້ວ່າ: ຍັງມີຄົນລາວຈຳນວນ ຫຼາຍນິຍົມບໍລິໂພກສິນຄ້າກະສິກຳທີ່ນຳເຂົ້າຈາກປະເທດເພື່ອນບ້ານ ເພາະເຊື່ອວ່າມັນດີກວ່າຜະລິດຕະພັນກະສິກຳທີ່ຜະລິດຢູ່ພາຍໃນ. ສະນັ້ນ, ຈຶ່່ງເຮັດໃຫ້ການນຳເຂົ້າສິນຄ້າກະສິກຳມີທັງຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດ ໝາຍຫຼັງໄຫຼເຂົ້າມາປະເທດ ບໍ່ຕໍ່າກວ່າ 10 ຄັນລົດຕໍ່ມື້. ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຮອງຫົວໜ້າຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງ ນຳເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ໄດ້ໃຫ້ສຳພາດໃນບໍ່ດົນມານີ້ວ່າ: ຊາວກະສິກອນລາວສາມາດຜະລິດສິນຄ້າກະສິກຳໄດ້ຫຼາຍປະເພດ ແຕ່ກົງກັນຂ້າມຜູ້ບໍລິໂພກໃນສັງຄົມຍັງມີຄ່ານິຍົມວ່າສິນຄ້າກະສິກຳຈາກພາຍນອກ ທັ້ງໆທີ່ສິນຄ້າດັ່ງກ່າວຢູ່ບ້ານເຮົາກໍ່ບໍ່ອຶດ ແລະ ສາມາດຜະລິດໄດ້. ພຶດຜັກທີ່ປູກຕາມລະດູການຢູ່ພາຍໃນປະເທດເຮົາມີຫຼາຍ. ດັ່ງນັ້ນ, ພາກລັດ ຕ້ອງໄດ້ລົງທຶນຊ່ວຍຊາວກະສິກອນຕຶ່ມໂດຍສະເພາະລົງທຶນໃສ່ປູກພືດໃນຮົ່ມເຖິງວ່າມັນຊິບໍ່ຫຼາຍແຕ່ຕ້ອງໃຫ້ມັນມີຕະຫຼອດ, ຜ່ານມາມີຫາງສຽງຈົ່ມວ່າ ພືດ-ຜັກພາຍໃນປະເທດເຮົາບໍ່ພຽງພໍ. ດັ່ງນັ້ນຕ້ອງຄຶດວ່າຈະເຮັດແນວໃດ ຈຶ່ງຈະເຮັດໃຫ້ການຜະລິດກະສິກຳພຽງພໍກັບຜູ້ບໍລິໂພກພາຍໃນ ແລະ ເຮັດແນວໃດຈະເຮັດໃຫ້ຜູ້ບໍລິໂພກພາຍໃນຫັນມາບໍລິໂພກ ພືດ-ຜັກທີ່ຜະລິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນກວ່າທີ່ຜ່ານມາ. ທ່ານ ສົມຈິດ ໄດ້ກ່າວຕື່ມວ່າ: ນັບແຕ່ນີ້ ທາງຄະນະສະເພາະກິດສົ່ງເສີມ ການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງ ນຳເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ຈະໄດ້ສຸມໃສ່ສົ່ງ ເສີມຜະລິດສິນຄ້າກະສິກຳໃຫ້ຫຼາຍຂຶ້ນ ເບື້ອງຕົ້ນຈະເນັ້ນສົ່ງເສີມຊາວ ກະສິກອນຢູ່ນະຄອນຫຼວງວຽງຈັນ ...

Read More »

ສະພາຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຫຼັກຊັບສະບັບປັບປຸງ

ບັນດາສະມາຊິກສະພາ ໄດ້ປະກອບຄຳເຫັນ ແລະ ໄດ້ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຫຼັກຊັບ ສະບັບປັບປຸງ ມື້ວານນີ້ ວັນທີ 3 ທັນວາ 2019 ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII, ກົດໝາຍສະບັບດັ່ງກ່າວ ໄດ້ກາຍເປັນເຄື່ອງມື ແລະ ບ່ອນອີງທີ່ສໍາຄັນໃຫ້ແກ່ການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃຫ້ມີການຂະຫຍາຍຕົວເລື້ອຍໆມາ. ຮ່າງກົດໝາຍດັ່ງກ່າວສະເໜີໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ປັດຈຸບັນມີບໍລິສັດຈົດທະບຽນ 11 ບໍລິສັດ ສາມາດລະດົມທຶນໄດ້ທັງໝົດ 19.190,39 ຕື້ກີບ ມີຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເຄື່ອນໄຫວຊື້-ຂາຍຫຼັກຊັບຫຼາຍພໍສົມຄວນ ໂດຍມີຈຳນວນບັນຊີຫຼັກຊັບທັງໝົດ 14.724 ບັນຊີ, ໃນນີ້ ບັນຊີຫຼັກຊັບທີ່ເປັນຜູ້ລົງທຶນພາຍໃນ 11.479 ບັນຊີ ກວມ 78,22% ຂອງຜູ້ລົງທຶນທັງໝົດ. ທ່ານ ສອນໄຊ ໄດ້ກ່າວວ່າ: ພາຍຫຼັງກົດໝາຍວ່າດ້ວຍ ຫຼັກຊັບສະບັບປັບປຸງນີ້ ຈະເປັນກົດໝາຍຄຸ້ມຄອງວຽກງານຫຼັກຊັບ ແລະ ຈະມີນິຕິກໍາໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນໄຫວວຽກງານຫຼັກຊັບໜັກແໜ້ນຂຶ້ນກວ່າເກົ່າ, ມີການເຄື່ອນໄຫວທີ່ມີປະສິດທິພາບ, ໂປ່ງໃສ ແລະ ຍຸຕິທໍາ ແນ່ໃສ່ເຮັດໃຫ້ວຽກງານດັ່ງ ...

Read More »

ທັບນັກກິລາລາວ ຍາດໄດ້ 6 ຫຼຽນທອງແລ້ວ ໃນ ຊີເກມ ຄັ້ງທີ 30 ທີຟິລິບປິນ

ຮອດມື້ນີ້, ທັບນັກກິລາລາວ ໄດ້ຫຼຽນທອງມາໄດ້ທັງໝົດ 6 ຫຼຽນແລ້ວ ໂດຍໄດ້ມາຕື່ມອີກ ໃນມື້ວານນີ້ທີ 3 ທັນວາ  3 ຫຼຽນທອງ ຈາກກິລາວູຊູ ແລະ ເຮັດໃຫ້ ປະເທດລາວຢູ່ໃນອັນດັບທີ 10 ຂອງຕາຕະລາງຫຼຽນລາງວັນໃນ ງານມະຫາກຳກິລາ  ຊີເກມຄັ້ງທີ 30 ທີ່ເມືອງຊູບິກ ປະເທດຟີລິບປິນ ຢ່າງເປັນທາງການ. 1. ນາງ ລາ​ຕີ ແກ້ວບຸນ​ທັນ ຮຸ່ນ​ນ້ຳໜັກ 49 ກິ​ໂລກ​ຣາມ 2. ທ. ຄາ​ວີ ພົມ​ມະ​ຂັນ​ທອງ ຮຸ່ນ​ນ້ຳ ໜັກ 5​2 ກິ​ໂລກ​ຣາມ 3. ໜູຄິດ ລາດ​ຊະ​ເພົາ ຮຸ່ນ​ນ້ຳ​ໜັກ 60 ກິ​ໂລກ​ຣາມ. ສຳລັບ, 1 ຫຼຽນທອງ ຫຼຽນທຳອິດ ຂອງລາວເຮົາ ແມ່ນໄດ້ມາຈາກກິລາ ປັນຈັກສີລັດ ປະເພດຄູ່ຊາຍ Guda ລົງແຂ່ງໃນວັນທີ 2 ທັນວາທີ່ຜ່ານມາ ແລະ ອີກ 2 ຫຼຽນທອງແມ່ນໄດ້ຈາກ  ...

Read More »

ເປີດໃຫ້ສະໝັກແລ້ວ!!! ທຶນການສຶກສາ ຮົງກາລີ 2020 ມີທັງໝົດ 100 ທຶນ

ຂ່າວດີ, ປະກາດແຈ້ງການ ທຶນການສຶກສາ ຂອງລັດຖະບານ ຮົງກາລີ ແກ່ ສປປ ລາວ ຈໍານວນ 100 ທຶນ, ໃນລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໂດຍເປີດຮັບສະໝັກ ຜູ້ທີ່ມີຈຸດປະສົງ ຢາກສະໜັກເອົາທຶນ ໄປສຶກສາຕໍ່ ທີ່ປະເທດດັ່ງກ່າວ ພາຍໃຕ້ທຶນການສຶກສາ ຂອງ Stipendium Hungaricum Programme ເປີດຮັບສະໝັກ ທັງພາກລັດ ແລະ ເອກະຊົນ ໃນສາຍ ສັງຄົມ, ທໍາມະຊາດ ແລະ ກະສິກໍາ. ເປີດຮັບສະໝັກທາງອອນລາຍ ຈົນຮອດວັນທີ 15 ມັງກອນ 2020 ຕາມລິ້ງຕໍ່ໄປນີ້: http://tka.hu/international-programmes/6840/stipendium-hungaricum-partners ຈາກນັ້ນ ໃສ່ພາສເວີດ (Password: StudyInHungary). ທີ່ມາ: Lao Youth Radio FM 90.0 Mhz

Read More »

ທ່ານ​ ສີ​ຈິ້ນ​ຜິງ​ ສົ່ງ​ໂທ​ລະ​ເລກອວຍ​ພອນ​ວັນ​ຊາດແຫ່ງ ສ​ປ​ປລາວ ຄົບ​ຮອບ 44 ປີ​

ເຖິງ: ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປລາວ, ທີ່ນະຄອນຫລວງວຽງຈັນ ສະຫາຍ ບຸນຍັງ ວໍລະຈິດ ທີ່ນັບຖື! ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ, ຂ້າພະເຈົ້າຕາງໜ້າພັກກອມມູນິດຈີນ ລັດຖະບານຈີນ ປະຊາຊົນຈີນ ແລະໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງສະຫາຍ ແລະຂໍຜ່ານ ສະຫາຍ ມາຍັງພັກປະຊາຊົນປະຕິວັດລາວ ລັດຖະບານລາວ ແລະປະຊາຊົນລາວອ້າຍນ້ອງທຸກຖ້ວນໜ້າ. ໃນຖານະເປັນສະຫາຍ ແລະເພື່ອນມິດກັນ ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນແກ່ນສານ, ປະຊາຊົນລາວຈະສາມາດບັນລຸເປົ້າໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວວາງອອກ ແລະ ປະສົບຜົນສຳເລັດອັນໃໝ່ ແລະຍິ່ງໃຫຍ່ໃນພາລະກິດກໍ່ສ້າງປະເທດຊາດ. ປີນີ້ເປັນປີສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວຄົບຮອບ 10 ປີ, ຂ້າພະເຈົ້າ ກັບ ສະຫາຍໄດ້ຮ່ວມກັນລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ເຊິ່ງເປັນການເປີດຍຸກສະໄໝໃໝ່ໃຫ້ແກ່ການພັດທະນາສາຍພົວພັນສອງປະເທດ. ຂ້າພະເຈົ້າ ໃຫ້ຄວາມສຳຄັນສູງຕໍ່ການພັດທະນາສາຍພົວພັນ ຈີນ-ລາວ, ຍິນດີທີ່ຮ່ວມພະຍາຍາມນຳສະຫາຍ ເພີ່ມຄວາມເຊື່ອໝັ້ນດ້ານຍຸດທະສາດເຊິ່ງກັນ ...

Read More »

ການນໍາພັກ-ລັດ ເຂົ້າວາງພວງມາລາ ກະຕ່າດອກໄມ້ ເນື່ອງໃນວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ

ໃນວັນ 2 ທັນວາ 2019, ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 44 ປີ (2/12/1975-2/12/ 2019) ການນໍາພັກ-ລັດຂັ້ນສູງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນເຂົ້າຮ່ວມວາງພວງມາລາຢູ່ອະນຸສາ ວະລີນັກຮົບນີລະນາມ ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ. ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ; ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ; ກະຊວງປ້ອງກັນປະເທດ ນໍາໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ   ທີ່ມາ: ໜັງສືພິມວຽງຈັນໃໝ່

Read More »

ຍິນດີນຳ!!! 12 ທ່ານ ທີ່ໄດ້ຮັບລົດຈັກ Honda ຈາກຝາເຫຼືອງ ນ້ຳດື່ມຫົວເສືອ

ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ນີ້, ບໍລິສັດ  ເບຍລາວຈຳກັດ ຜູ້ຜະລິດ ແລະ ຈັດຈຳໜ່າຍຜະລິດຕະພັນນໍ້າດື່ມຫົວເສືອ ໄດ້ຈັບສະຫຼາກແຈກໂຊກ ຄືນກຳໄລໃຫ້ກັບລູກຄ້າໃນໂຄງການ “ຊື່ນໃຈທ້າຍປີ ລຸ້ນໂຊກ 2​ ຊັ້ນ ຈາກນ້ຳດື່ມຫົວເສືອ” ຄັ້ງ 1  ຈັບສະຫຼາກມອບລາງວັນ ລົດຈັກ Honda Wave 110i  ຈຳນວນ 12 ຄັນ ໂດຍການຈັບສະຫຼາກຂອງທ່ານ ບຸນທະແສງ ສິຣິສັກ ຜູ້ຈັດການອາວຸໂສ ນໍ້າດື່ມຫົວເສືອ. ແຕ່ສຳລັບໃຜທີ່ຍັງບໍ່ໄດ້ຮັບລາງວັນໃນຄັ້ງທີ 1 ນີ້, ກໍບໍ່ຕ້ອງເສຍໃຈເພາະຍັງຈະມີການຈັບລາງວັນເປັນຄັ້ງທີ 2 ອີກ ສະນັ້ນ, ຮີບຟ້າວໄປສະສົມຝາ ນໍ້າດື່ມຫົວເສືອ ສີເຫຼືອງໄວ້ຕັ້ງແຕ່ດຽວນີ້ ຈົນຮອດວັນທີ 28 ທັນວາ 2019 ເພື່ອມາແລກເອົາຂອງລາງວັນໃນໂຊກທີ 1 ບໍ່ວ່າຈະເປັນ ຖັງໃສ່ນໍ້າກ້ອນ, ຄັນຮົ່ມ ແລະ ລຸ້ນຮັບໂຊກ ຄັ້ງທີ 2 ກໍຄືເອົາຄູປ໋ອງມາຊິງໂຊກລຸ້ນລາງວັນໃຫຍ່ອີກ ໃນວັນທີ 31 ທັນວາ 2019 ...

Read More »

ຄ່າທໍານຽມ ການອອກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທຸລະກໍາທາງເອເລັກໂຕຣນິກ

ກົມເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ອອກລະບຽບວ່າດ້ວຍການເກັບຄ່າບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ  ກົດເຂົ້ານີ້ເພື່ອອ່ານເບິ່ງແຈ້ງການ ເລກທີ 172/ກວຕ.ກຕຂ ວັນທີ 05 ກັນຍາ 2014   ເພື່ອຈຸດປະສົງໃນການກໍານົດຫຼັກການ, ລະບຽບການ ແລະ ອັດຕາຄ່າບໍລິການ ເພື່ອທົດລອງນໍາໃຊ້ໃນການອອກໃບອະນຸຍາດດໍາເນີນທຸລະກິດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຢູ່ ສປປ ລາວ. ເຊິ່ງຄ່າບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ມີລາຍລະອຽດດັ່ງລຸ່ມນີ້: ຄ່າບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະເໜີຂໍອະນຸຍາດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຕ້ອງຈ່າຍຄ່າບໍລິການຕາມທີ່ກໍານົດໄວ້ ດັ່ງນີ້: 1. ແບບຟອມຄໍາຮ້ອງ                          20,000 ກີບ/ 1 ຄໍາຮ້ອງ 2. ຄ່າທໍານຽມອອກໃບອະນຸຍາດ             300,000 ກີບ/ 1 ໃບອະນຸຍາດ 3. ຄ່າບໍລິການຄົ້ນຄ້ວາບົດປະເມີນດ້ານວິຊາການ 300,000 ກີບ/ 1 ບົດປະເມີນ ຄ່າບໍລິການອອກໃບອະນຸຍາດຂໍສືບຕໍ່ດໍາເນີນທຸລະກິດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດສືບຕໍ່ດໍາເນີນທຸລະກິດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຕ້ອງຈ່າຍຄ່າບໍລິການຕາມທີ່ກໍານົດໄວ້ ດັ່ງນີ້: 1. ແບບຟອມຄໍາຮ້ອງ                    ...

Read More »