ເປີດໃຫ້ສະໝັກແລ້ວ!!! ທຶນການສຶກສາ ຮົງກາລີ 2020 ມີທັງໝົດ 100 ທຶນ

ຂ່າວດີ, ປະກາດແຈ້ງການ ທຶນການສຶກສາ ຂອງລັດຖະບານ ຮົງກາລີ ແກ່ ສປປ ລາວ ຈໍານວນ 100 ທຶນ, ໃນລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໂດຍເປີດຮັບສະໝັກ ຜູ້ທີ່ມີຈຸດປະສົງ ຢາກສະໜັກເອົາທຶນ ໄປສຶກສາຕໍ່ ທີ່ປະເທດດັ່ງກ່າວ ພາຍໃຕ້ທຶນການສຶກສາ ຂອງ Stipendium Hungaricum Programme ເປີດຮັບສະໝັກ ທັງພາກລັດ ແລະ ເອກະຊົນ ໃນສາຍ ສັງຄົມ, ທໍາມະຊາດ ແລະ ກະສິກໍາ.

ເປີດຮັບສະໝັກທາງອອນລາຍ ຈົນຮອດວັນທີ 15 ມັງກອນ 2020
ຕາມລິ້ງຕໍ່ໄປນີ້:
http://tka.hu/international-programmes/6840/stipendium-hungaricum-partners

ຈາກນັ້ນ ໃສ່ພາສເວີດ (Password: StudyInHungary).

ທີ່ມາ: Lao Youth Radio FM 90.0 Mhz

Comments