ທ່ານ​ ສີ​ຈິ້ນ​ຜິງ​ ສົ່ງ​ໂທ​ລະ​ເລກອວຍ​ພອນ​ວັນ​ຊາດແຫ່ງ ສ​ປ​ປລາວ ຄົບ​ຮອບ 44 ປີ​

ເຖິງ: ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປລາວ, ທີ່ນະຄອນຫລວງວຽງຈັນ

ສະຫາຍ ບຸນຍັງ ວໍລະຈິດ ທີ່ນັບຖື!

ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ, ຂ້າພະເຈົ້າຕາງໜ້າພັກກອມມູນິດຈີນ ລັດຖະບານຈີນ ປະຊາຊົນຈີນ ແລະໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງສະຫາຍ ແລະຂໍຜ່ານ ສະຫາຍ ມາຍັງພັກປະຊາຊົນປະຕິວັດລາວ ລັດຖະບານລາວ ແລະປະຊາຊົນລາວອ້າຍນ້ອງທຸກຖ້ວນໜ້າ.

ໃນຖານະເປັນສະຫາຍ ແລະເພື່ອນມິດກັນ ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນແກ່ນສານ, ປະຊາຊົນລາວຈະສາມາດບັນລຸເປົ້າໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວວາງອອກ ແລະ ປະສົບຜົນສຳເລັດອັນໃໝ່ ແລະຍິ່ງໃຫຍ່ໃນພາລະກິດກໍ່ສ້າງປະເທດຊາດ.

ປີນີ້ເປັນປີສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວຄົບຮອບ 10 ປີ, ຂ້າພະເຈົ້າ ກັບ ສະຫາຍໄດ້ຮ່ວມກັນລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ເຊິ່ງເປັນການເປີດຍຸກສະໄໝໃໝ່ໃຫ້ແກ່ການພັດທະນາສາຍພົວພັນສອງປະເທດ. ຂ້າພະເຈົ້າ ໃຫ້ຄວາມສຳຄັນສູງຕໍ່ການພັດທະນາສາຍພົວພັນ ຈີນ-ລາວ, ຍິນດີທີ່ຮ່ວມພະຍາຍາມນຳສະຫາຍ ເພີ່ມຄວາມເຊື່ອໝັ້ນດ້ານຍຸດທະສາດເຊິ່ງກັນ ແລະກັນຢ່າງຕໍ່ເນື່ອງ ສົ່ງເສີມການຮ່ວມມືຢ່າງເປັນຮູບປະທຳ ເສີມຂະຫຍາຍການໄປມາຫາສູ່ກັນດ້ານວັດທະນະທຳ ປະສານສົມທົບໃນຫລາຍຝ່າຍຢ່າງໃກ້ຊິດ ເພີ່ມເນື້ອຫາສາລະໃຫ້ແກ່ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ-ລາວຢ່າງບໍ່ຢຸດຢັ້ງ.

ຂໍອວຍພອນໃຫ້ ສປປລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນລາວຈົ່ງມີຄວາມຜາສຸກ, ຂໍອວຍພອນໃຫ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ພັດທະນາກ້າວໜ້າຢ່າງບໍ່ຢຸດຢັ້ງ!

ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປຈີນ.

ວັນທີ 02 ທັນວາ 2019 ທີ່ນະຄອນຫລວງປັກກິ່ງ.

ທີ່ມາ: CRi

Comments