ແມ່ນແທ້ຫຼືບໍ່? ວ່າ ຄົນລາວ ສ່ວນຫຼາຍ ຍັງນິຍົມບໍລິໂພກ ພືດຜັກ ນຳເຂົ້າ

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ແຈ້ງໃຫ້ຮູ້ວ່າ: ຍັງມີຄົນລາວຈຳນວນ ຫຼາຍນິຍົມບໍລິໂພກສິນຄ້າກະສິກຳທີ່ນຳເຂົ້າຈາກປະເທດເພື່ອນບ້ານ ເພາະເຊື່ອວ່າມັນດີກວ່າຜະລິດຕະພັນກະສິກຳທີ່ຜະລິດຢູ່ພາຍໃນ. ສະນັ້ນ, ຈຶ່່ງເຮັດໃຫ້ການນຳເຂົ້າສິນຄ້າກະສິກຳມີທັງຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດ ໝາຍຫຼັງໄຫຼເຂົ້າມາປະເທດ ບໍ່ຕໍ່າກວ່າ 10 ຄັນລົດຕໍ່ມື້.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຮອງຫົວໜ້າຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງ ນຳເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ໄດ້ໃຫ້ສຳພາດໃນບໍ່ດົນມານີ້ວ່າ: ຊາວກະສິກອນລາວສາມາດຜະລິດສິນຄ້າກະສິກຳໄດ້ຫຼາຍປະເພດ ແຕ່ກົງກັນຂ້າມຜູ້ບໍລິໂພກໃນສັງຄົມຍັງມີຄ່ານິຍົມວ່າສິນຄ້າກະສິກຳຈາກພາຍນອກ ທັ້ງໆທີ່ສິນຄ້າດັ່ງກ່າວຢູ່ບ້ານເຮົາກໍ່ບໍ່ອຶດ ແລະ ສາມາດຜະລິດໄດ້. ພຶດຜັກທີ່ປູກຕາມລະດູການຢູ່ພາຍໃນປະເທດເຮົາມີຫຼາຍ. ດັ່ງນັ້ນ, ພາກລັດ ຕ້ອງໄດ້ລົງທຶນຊ່ວຍຊາວກະສິກອນຕຶ່ມໂດຍສະເພາະລົງທຶນໃສ່ປູກພືດໃນຮົ່ມເຖິງວ່າມັນຊິບໍ່ຫຼາຍແຕ່ຕ້ອງໃຫ້ມັນມີຕະຫຼອດ, ຜ່ານມາມີຫາງສຽງຈົ່ມວ່າ ພືດ-ຜັກພາຍໃນປະເທດເຮົາບໍ່ພຽງພໍ.

ດັ່ງນັ້ນຕ້ອງຄຶດວ່າຈະເຮັດແນວໃດ ຈຶ່ງຈະເຮັດໃຫ້ການຜະລິດກະສິກຳພຽງພໍກັບຜູ້ບໍລິໂພກພາຍໃນ ແລະ ເຮັດແນວໃດຈະເຮັດໃຫ້ຜູ້ບໍລິໂພກພາຍໃນຫັນມາບໍລິໂພກ ພືດ-ຜັກທີ່ຜະລິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນກວ່າທີ່ຜ່ານມາ.

 

ທ່ານ ສົມຈິດ ໄດ້ກ່າວຕື່ມວ່າ: ນັບແຕ່ນີ້ ທາງຄະນະສະເພາະກິດສົ່ງເສີມ ການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງ ນຳເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ຈະໄດ້ສຸມໃສ່ສົ່ງ ເສີມຜະລິດສິນຄ້າກະສິກຳໃຫ້ຫຼາຍຂຶ້ນ ເບື້ອງຕົ້ນຈະເນັ້ນສົ່ງເສີມຊາວ ກະສິກອນຢູ່ນະຄອນຫຼວງວຽງຈັນ ເພາະເປັນຕະຫຼາດໃຫ່ຍ ພາກສ່ວນກ່ຽວຂ້ອງຕ້ອງໄດ້ເຮັດວຽກຮ່ວມກັນເຊັ່ນ: ຂະແໜງກະສິກຳຕ້ອງ ໄດ້ສົ່ງເສີມກ່ຽວກັບການປູກ-ການລ້ຽງ, ສ່ວນຂະແໜງອຸດສາຫະກຳ ແລະ ການຄ້າ ຕ້ອງໄດ້ຊອກຫາຕະຫຼາດຊ່ວຍ ແລະ ຕໍ່ໄປຈະຊອກຫາວິທີນຳເອົາ ຜະລິດຕະພັນກະສິກຳພາຍໃນປະເທດເຂົ້າວາງຂາຍຢູ່ຕາມຮ້ານຄ້າ ຫຼື ມິນີມາກຕ່າງໆ ທີ່ເປັນການລົງທຶນຂອງຄົນລາວ ແລະ ຕ່າງປະເທດ.

ຂ່າວ-ພາບ: ສົມພາວັນ

Comments