ສະພາຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຫຼັກຊັບສະບັບປັບປຸງ

ບັນດາສະມາຊິກສະພາ ໄດ້ປະກອບຄຳເຫັນ ແລະ ໄດ້ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຫຼັກຊັບ ສະບັບປັບປຸງ ມື້ວານນີ້ ວັນທີ 3 ທັນວາ 2019 ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII, ກົດໝາຍສະບັບດັ່ງກ່າວ ໄດ້ກາຍເປັນເຄື່ອງມື ແລະ ບ່ອນອີງທີ່ສໍາຄັນໃຫ້ແກ່ການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃຫ້ມີການຂະຫຍາຍຕົວເລື້ອຍໆມາ. ຮ່າງກົດໝາຍດັ່ງກ່າວສະເໜີໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

ປັດຈຸບັນມີບໍລິສັດຈົດທະບຽນ 11 ບໍລິສັດ ສາມາດລະດົມທຶນໄດ້ທັງໝົດ 19.190,39 ຕື້ກີບ ມີຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເຄື່ອນໄຫວຊື້-ຂາຍຫຼັກຊັບຫຼາຍພໍສົມຄວນ ໂດຍມີຈຳນວນບັນຊີຫຼັກຊັບທັງໝົດ 14.724 ບັນຊີ, ໃນນີ້ ບັນຊີຫຼັກຊັບທີ່ເປັນຜູ້ລົງທຶນພາຍໃນ 11.479 ບັນຊີ ກວມ 78,22% ຂອງຜູ້ລົງທຶນທັງໝົດ.

ທ່ານ ສອນໄຊ ໄດ້ກ່າວວ່າ: ພາຍຫຼັງກົດໝາຍວ່າດ້ວຍ ຫຼັກຊັບສະບັບປັບປຸງນີ້ ຈະເປັນກົດໝາຍຄຸ້ມຄອງວຽກງານຫຼັກຊັບ ແລະ ຈະມີນິຕິກໍາໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນໄຫວວຽກງານຫຼັກຊັບໜັກແໜ້ນຂຶ້ນກວ່າເກົ່າ, ມີການເຄື່ອນໄຫວທີ່ມີປະສິດທິພາບ, ໂປ່ງໃສ ແລະ ຍຸຕິທໍາ ແນ່ໃສ່ເຮັດໃຫ້ວຽກງານດັ່ງ ກ່າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ດ້ວຍ ບາດກ້າວທີ່ໜັກແໜ້ນ; ສ້າງເງື່ອນໄຂອັນສະດວກໃຫ້ຫົວໜ່ວຍທຸລະກິດພາກລັດ ແລະ ເອກະຊົນ ສາມາດລະດົມທຶນຜ່ານຕະຫຼາດທຶນ, ຊຸກຍູ້, ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ບຸກຄົນ ແລະ ນິຕິບຸກຄົນ ປະກອບສ່ວນລົງທຶນໃນຫຼັກຊັບໃຫ້ຫຼາຍ ຂຶ້ນ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ.

11 ບໍລິສັດ ທີ່ໄດ້ຈົດທະບຽນເຂົ້າຕະຫຼາດຫຼັກຊັບ ແລະ ສາມາລະດົມທຶນໄດ້ຖືກຕ້ອງຕາມກົດໝາຍ ມີດັ່ງນີ້:

  1. ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ
  2. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
  3. ບໍລິສັດ ລາວເວີນ ມະຫາຊົນ
  4. ບໍລິສັດ ປີໂຕຣລ້ຽມ ເທຣດດິ່ງ ມະຫາຊົນ
  5. ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ
  6. ບໍລິສັດ ວຽງຈັນເຊັນເຕີ ມະຫາຊົນ
  7. ບໍລິສັດ ຊີມັງລາວ ມະຫເຊົນ
  8. ບໍລິສັດ ພູກໍ່ສ້າງ ມະຫາຊົນ
  9. ບໍລິສັດ ລາວອາໂກຣເທັກ
  10. ບໍລິສັດ ມະຫາທືນ ເຊົ່າສິນເຊື່ອ
  11. ບໍລິສັດ ອາຊຽນເຊົ່າສິນເຊື່ອ

ຂ່າວ : ວຽງຈັນທາຍ

ພາບ: ຄຳພັນ

Comments