ບໍລິສັດເບຍລາວ ແຈ້ງປັບຂຶ້ນລາຄາຜະລິດຕະພັນບາງຢ່າງ ຍ້ອນເງິນກີບອ່ອນຄ່າ

ເນື່ອງຈາກຄ່າສະກຸນເງິນກີບໄດ້ຫຼຸດລົງເມື່ອທຽບໃສ່ສະກຸນເງິນຕາຕ່າງປະເທດ ທີ່ສຳຄັນ ແລະ ອັດຕາເງີນເຟີ້ໃນປັດຈຸບັນ ດັ່ງນັ້ນ, ບໍລິສັດເບຍລາວ ຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ມີການປັບປຸງລາຄາສິນຄ້າບາງລາຍການ, ບໍລິສັດເບຍລາວຈຳກັດ ໄດ້ຜ່ານຂະບວນການຢ່າງເຂັ້ມງວດ ເພື່ອເພີ່ມປະສິດທິພາບການຜະລິດ ແລະ ປະກອບກັບອັດຕາເງິນເຟີ້ທີ່ເພີ່ມສູງຂື້ນ ນຳມາຊື້ງຂໍ້ແທ້ຈິງວ່າ ບໍລິສັດເບຍລາວ ຈະຕ້ອງໄດ້ມີການປັບປຸງລາຄາຂາຍສິນຄ້າບາງລາຍການ ໂດຍໃຫ້ມີຜົນກະທົບໜ້ອຍທີ່ສູດ

ການປັບປຸງລາຄາໃນຄັ້ງນີ້ມີຜົນສັກສິດແຕ່ວັນທີ 4 ທັນວາ ປີ 2019 ຊື່ງການສັ່ງຊື້ທັງໝົດທີ່ອອກບິນຂາຍຂອງວັນທີ 4 ເດືອນ 12 ເປັນຕົ້ນໄປ ແມ່ນເປັນໄປຕາມລາຄາໃໝ່ . ລາຍການທີ່ຈະມີການປັບປຸງລາຄາໃໝ່ມີດັ່ງລຸ່ມນີ້:

Comments