ທັບນັກກິລາລາວ ຍາດໄດ້ 6 ຫຼຽນທອງແລ້ວ ໃນ ຊີເກມ ຄັ້ງທີ 30 ທີຟິລິບປິນ

ຮອດມື້ນີ້, ທັບນັກກິລາລາວ ໄດ້ຫຼຽນທອງມາໄດ້ທັງໝົດ 6 ຫຼຽນແລ້ວ ໂດຍໄດ້ມາຕື່ມອີກ ໃນມື້ວານນີ້ທີ 3 ທັນວາ  3 ຫຼຽນທອງ ຈາກກິລາວູຊູ ແລະ ເຮັດໃຫ້ ປະເທດລາວຢູ່ໃນອັນດັບທີ 10 ຂອງຕາຕະລາງຫຼຽນລາງວັນໃນ ງານມະຫາກຳກິລາ  ຊີເກມຄັ້ງທີ 30 ທີ່ເມືອງຊູບິກ ປະເທດຟີລິບປິນ ຢ່າງເປັນທາງການ.


1. ນາງ ລາ​ຕີ ແກ້ວບຸນ​ທັນ ຮຸ່ນ​ນ້ຳໜັກ 49 ກິ​ໂລກ​ຣາມ
2. ທ. ຄາ​ວີ ພົມ​ມະ​ຂັນ​ທອງ ຮຸ່ນ​ນ້ຳ ໜັກ 5​2 ກິ​ໂລກ​ຣາມ
3. ໜູຄິດ ລາດ​ຊະ​ເພົາ ຮຸ່ນ​ນ້ຳ​ໜັກ 60 ກິ​ໂລກ​ຣາມ.

ສຳລັບ, 1 ຫຼຽນທອງ ຫຼຽນທຳອິດ ຂອງລາວເຮົາ ແມ່ນໄດ້ມາຈາກກິລາ ປັນຈັກສີລັດ ປະເພດຄູ່ຊາຍ Guda ລົງແຂ່ງໃນວັນທີ 2 ທັນວາທີ່ຜ່ານມາ ແລະ ອີກ 2 ຫຼຽນທອງແມ່ນໄດ້ຈາກ  ທີມກະຕໍ້ລອດບ້ວງລາວເຮົາ ກໍເຮັດໄດ້ດີທີ່ສຸດ ໃນການແຂ່ງຂັນທີ່ສະໜາມກະຕໍ້ ສາມາດຍາດມາໄດ້ 2 ຫຼຽນທອງ  ທັງຍິງ ແລະຊາຍ ໃນວັນທີ 1 ທັນວາ ຜ່ານມາ.

ສຳລັບມື້ນີ້ ວັນທີ 4 ທັນວາ ທັບກິລາລາວຍັງມີລຸ້ນຍາດຫຼຽນໃນກິລາເປຕັງ ທັງທີມຍິງ ແລະ ຊາຍ ຜ່ານເຂົ້າຮອບຮອງຊະນະເລີດໄດ້ໝົດແລ້ວ ໝາຍຄວາມວ່າ ມີຫຼຽນທອງ ຄ້ອງຄໍແລ້ວ ລໍຖ້າແຕ່ຊີງເອົາຫຼຽນເງິນ ແລະ ຫຼຽນຄຳ ເທົ່ານັ້ນ. ນອກນີ້, ຍັງມີກິລາມວຍລາວ, ມວຍສາກົນ, ປັນຈັກສີລັດ ແລະ ກະຕໍ້ ທີ່ຈະລົງແຂ່ງຂັນອີກ.

(ຄົນຂ້າງສະໜາມລາຍງານຈາກຟີລິບປິນ)
ທີ່ມາ: ເກາະຕິດ saegames30

Comments