News

ໂຮງຮຽນນານາຊາດ ປັນຍາທິບ!!! ສະເຫຼີມສະຫຼອງວັນ ຄຣິສມາສ Wonderland

ງານສະເຫຼີມສະຫຼອງວັນຄຣິສມາສ Wonderland ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດທີ່ນະຄອນຫຼວງວຽງຈັນ, ຈັດຂຶ້ນໂດຍທາງສະພານັກຮຽນຊັ້ນມັດທະຍົມຕອນປາຍຂອງ ໂຮງຮຽນ ນານາຊາດ ປັນຍາທິບ, ໃນວັນທີ 7 ທັນວາ ທີ່ ໂຮງຮຽນ ນານາຊາດ ປັນຍາທິບ, ວິທະຍາເຂດຊັ້ນມັດທະຍົມ, ສະພານທອງ. ໃນເວລາ 6 ໂມງແລງ, ໄດ້ມີ ‘ການສະເຫຼີມສະຫຼອງງານດັ່ງກ່າວໂດຍການເປີດໄຟແສງສີ’ ຢ່າງເປັນທາງການ,​ ກ່າວເປີດງານໂດຍທ່ານນາງ ປາດຖະໜາ ປັນຍາທິບ, ຜູ້ອໍານວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນ ນານາຊາດ ປັນຍາທິບ ເປັນຜູ້ເປີດໄຟຕົ້ນຄຣິສມາສທີ່ມີຄວາມສູງ 10 ແມັດ ແລະ ໄຟແສງສີອື່ນໆທີ່ມີຄວາມຍາວ 6.5 ກິໂລ ທົ່ວງານ. ມີຜູ້ເຂົ້າຮ່ວມງານຫຼາຍກ່ວາ 1,400 ຄົນ. ງານຄັ້ງນີ້, ຈັດຂຶ້ນກໍເນື່ອງໃນໂອກາດວັນຄຣິສມາສ ທີ່ກໍາລັງຈະມາຮອດມາເຖິງນີ້, ໄດ້ມີຕະຫຼາດນັດ ມີສິນຄ້າຫຼາກຫຼາຍຢ່າງມາວາງສະແດງໃຫ້ເລືອກຊົມ ແລະ ເລືອກຊື້. ງານດັ່ງກ່າວໄດ້ກາຍເປັນບ່ອນທ່ຽວຊົມທີ່ໜ້າສົນໃຈຫຼາຍສໍາລັບຄອບຄົວ ລວມທັງມີຕະຫຼາດຄຣິສມາສ, ຫ້ອງຂອງລຸງຊານຕ້າ, ໂຊນເຮັດກິດຈະກໍາໃນມື້ພັກ, ບູ໊ດອາຫານ ແລະ ເຄື່ອງດື່ມ, ໂຊນຫຼິ້ນເກມສໍາລັບເດັກນ້ອຍ ແລະ ຜູ້ໃຫຍ່ ລວມທັງໂຊນໃຫ້ຄວາມບັນເທີງອີກດ້ວຍ. ປະເພນີຂອງຄົນອັງກິດ, ງານວັນຄຣິສມາສນີ້ເປັນງານສະເຫຼີມສະຫຼອງມື້ພັກທີ່ຍິ່ງໃຫຍ່ທີ່ສຸດໃນປີ, ...

Read More »

ອາເມລິກາ ມອບເຄື່ອງກວດເລືອດບົ່ງມະຕິໄຂ້ມາເລເລຍ ຈຳນວນ 1 ແສນຊຸດໃຫ້ແກ່ ລັດຖະບານລາວ

ສ. ອາເມລິການໍາໜ້າສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການລົບລ້າງພະຍາດມາເລເລຍ ໃນ ປີ 2030. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາລາວ ໄດ້ມອບເຄື່ອງກວດເລືອດ ເພື່ອບົ່ງ­­­ມະຕິໄຂ້ມາເລເລຍຢ່າງໄວຈຳນວນ 100.000 ຊຸດໃຫ້ແກ່ ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບໃນຄັ້ງວັນທີ 6 ທັນວາທີ່ຜ່ານມາ.  ເຄື່ອງກວດເຫຼົ່ານີ້ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ແລະ ຈະໄດ້ຖືກແຈກຢາຍໄປທົ່ວສຸກສາລາ ແລະ ໂຮງໝໍໃນທົ່ວປະເທດ ໂດຍສະເພາະແມ່ນເຂດທີ່ມີການລະບາດສູງຂອງໄຂ້ມາເລເລຍ. ທ່ານນາງ ຣີນາ ໃຫ້ຄຳເຫັນວ່າ: ນີ້ສະແດງໃຫ້ເຫັນເຖິງການຮ່ວມມືທີ່ຮັດແໜ້ນລະຫວ່າງສອງຊາດລາວອາເມລິກາໃນຂະແໜງການສາທາລະນະສຸກ ເຊິ່ງແມ່ນມີຈຸດ ປະສົງເພື່ອບັນລຸເປົ້າໝາຍການພັດທະນາຂອງລັດຖະບານລາວ. ຂ້າພະເຈົ້າເຊື່ອວ່າ ພວກເຮົາຈະສາມາດ ລົບລ້າງພະຍາດມາເລເລຍໃຫ້ໝົດໄປໃນ ສປປ ລາວ ພາຍໃນປີ 2030. ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເລຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ ແລະ ລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລົບລ້າງພະຍາດມາເລເລຍເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງຫຼາຍເຖິງ 80 ສ່ວນຮ້ອຍ, ເຊິ່ງຫຼຸດລົງ ຈາກ ຈຳນວນສູງສຸດທີ່ 50.000 ໃນປີ 2014 ...

Read More »

ໃຊ້ແຮງງານຕ້ອງຮັບປະກັນໃຫ້ຜູ້ອອກແຮງງານ ໄດ້ຮັບການກວດສຸຂະພາບໜຶ່ງຄັ້ງຕໍ່ປີ !!!

ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວໃນກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານລົງເລີກເອົາໃຈໃສ່ດ້ານສຸຂະພາບແຮງງານ ຂຶ້ນວັນທີ 25 ພະຈິກ 2019 ຜ່ານມາວ່າ: ວຽກງານດ້ານຄວາມປອດໄພ ແລະ ສຸຂະພາບແມ່ນການປ້ອງກັນ ການຫຼຸດຜ່ອນຄວາມສ່ຽງຈາກການເກີດອຸບັດຕິເຫດແຮງງານ ແລະ ເປັນພະຍາດອາຊີບ ພ້ອມດຽວກັນນັ້ນຍັງແມ່ນການມອບຄວາມຮັບຜິດຊອບໃນການເບີ່ງແຍງ ການຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍຈາກການເກີດອຸບປະຕິເຫດ ແລະ ພະຍາດດັ່ງກ່າວ ພ້ອມທັງເປັນການຫຼຸດຜ່ອນການສູນເສຍຊັບສິນ ແລະ ທຸລະກິດຂອງຜູ້ລົງທຶນດ້ວຍ ຫຼາຍປະເທດໃນໂລກຖືວຽກງານຄວາມປອດໄພແຮງງານເປັນບູລິມະສິດໃນຂະບວນການການຜະລິດ ແລະ ການບໍລິການຂອງປະເທດ ປະເທດເຫຼົ່ານັ້ນລ້ວນແລ້ວແຕ່ມີສະຖາບັນ ຫຼື ການຈັດຕັ້ງ(ກະຊວງ ກົມ ສູນ) ທີ່ມີປະສິດທິພາບ ມີກົດໝາຍ ແລະ ລະບຽບການທີ່ລະອຽດ ຮັດກຸມ ເຂັ້ມງວດໃນການບັງຄັບໃຊ້. ລັດຖະບານໄດ້ອອກດຳລັດວ່າດ້ວຍຄວາມປອດໄພ ແລະ ສູຸຂະພາບແຮງງານໃນຕົ້ນປີ 2019 ດໍາລັດດັ່ງກ່າວປະກອບມີເນື້ອໃນສຳຄັນໃຫ້ແກ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ເຊິ່ງໄດ້ ກຳນົດລະອຽດສິດ ແລະ ຄວາມຮັບຜິດຊອບຂອງທັງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານກຳນົດ ຫຼື ແບ່ງຄວາມຮັບຜິດຊອບທີ່ຊັດເຈນ ລະຫວ່າງອົງການລັດ ອົງການຈັດຕັ້ງມະຫາຊົນກຳນົດ ການຈັດຕັ້ງ ແລະ ການເຄື່ອນໄວຂອງສູນຄວາມປອດໄພ ແລະ ສຸຂະພາບແຮງງານ ...

Read More »

ປີໜ້າ ຄົນລາວ ຈະໄດ້ນໍາໃຊ້ ລົດຕຸກໆ ຮູບແບບໃໝ່ ຈາກ ສ. ເກົາຫຼີ

ຂ່າວດີ ! ບໍລິສັດ Kyungwoo Systech ຂອງ ສ. ເກົາຫຼີ ນໍາສະເໜີ ລົດຕຸກໆໄຟຟ້າ ຮູບແບບໃໝ່  ທີ່ມີການອອກແບບ ສວຍງາມ ແລ່ນດ້ວຍໄຟຟ້າ ປະຢັດໄຟ ແລະ ເປັນມິດກັບສິ່ງແວດລ້ອມ ຢູ່ທີ່ງານ Korea-ASEAN Innovation Showcase ທີ່ BEXCO ເມືອງປູຊານ, ສ. ເກົາຫຼີ ຫ່າງຈາກນະຄອນຫຼວງ ປະມານ 450  ກມ ໃນວັນທີ 25/11/2019 ທີ່ຜ່ານມາ ໄປພ້ອມກັບ ກອງປະຊຸມ ພິເສດ  South Korea-ASEAN special summit. ລາຄາລົດຕຸກໆ ຄັນໜຶ່ງມີລາຄາ ປະມານ 5.000 ໂດລ້າສະຫະລັດ ຫຼື 44.500.000 ກີບ, ໂດຍປະກອບມີ ແບັດເຕີລີ ຊະນິດພິເສດ 4 ອັນ ລາຄາ ອັນລະ 600 ໂດລາສະຫະລັດ (5,340,000 ກີບ) ໂດຍມີຄຸນສົມບັດ ສາກເຕັມ ແລະ ເກັບໄວ້ ໃຊ້ ...

Read More »

ໂຮມຊຸມນຸມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ 9 ທັນວາ ຄົບຮອບ 16 ປີ

ເມື່ອອາທິດທີ່ຜ່ານມາ, ບັນດາພະນັກງານ-ລັດຖະກອນ ຈາກບັນດາກະຊວງ, ອົງການ, ພ້ອມດ້ວຍຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ນັກຮຽນນັກສຶກສາ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ວັນທີ 9 ທັນວາ ຄົບຮອບ 16 ປີ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫຼວງວຽງຈັນ. ໃນພິທີ ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ກ່າວປາໄສ ທ່ານໄດ້ຍົກໃຫ້ເຫັນຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນ ວັນທີ 9 ທັນວາ ທີ່ກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ໄດ້ອອກຍັດຕິ ຮັບຮອງເອົາໃນປີ 2003, ມາຮອດປະຈຸບັນມີສະມາຊິກ 186 ປະເທດ, ສໍາລັບລາວ ສປປ ລາວ ໄດ້ລົງນາມໃນວັນທີ 10 ທັນວາ 2013 ແລະ ໃຫ້ສັດຕະຍະບັນໃນວັນທີ 25 ກັນຍາ 2009 , ສ່ວນຄໍາຂັວນການສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນປີນີ້ແມ່ນ ຮ່ວມແຮງຮ່ວມໃຈຕ້ານການສໍ້ລາດບັງຫຼວງ. ພ້ອມນີ້, ທ່ານບຸນທອງ ຈິດມະນີ ໄດ້ຍົກໃຫ້ເຫັນຄວາມອັນຕະລາຍຮ້າຍແຮງກ່ຽວກັບການສໍ້ລາດບັງຫຼວງ, ລວມເຖິງຄວາມເອົາໃຈໃສ່ ຂອງພັກແລະ ລັດ ຕໍ່ການຕ້ານການສໍ້ລາດບັງຫຼວງ ...

Read More »

ເດືອນຕຸລາ ລາວຂາດດຸນການຄ້າກັບຕ່າງປະເທດ 196 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ຕຸລາ (10) ບັນລຸໄດ້ປະມານ 873 ລ້ານໂດລາສະຫະລັດ. ( ຍັງບໍ່ກວມເອົາການສົ່ງອອກໄຟຟ້າ) ໃນນັ້ນ, ມູນຄ່າການສົ່ງອອກປະມານ 338 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 534 ລ້ານໂດລາສະຫະລັດ ເຊິ່ງລາວເຮົາຍັງຂາດດຸນການຄ້າກັບຕ່າງປະເທດປະມານ 196 ລ້ານໂດລາສະຫາລັດ. ສຳລັບສິນຄ້າສົ່ງຂອງ ສປປ ລາວ ປະກອບມີ: ແຮ່ທອງ 49 ລ້ານໂດລາ; ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 29 ລ້ານ; ໝາກກ້ວຍ 17 ລ້ານໂດລາ; ເຍື່ອໄມ້ ແລະ ເສດເຈ້ຍ 28 ລ້ານໂດລາ; ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 25 ລ້ານໂດລາ; ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູຸກໍາລັງ) 17 ລ້ານໂດລາ; ເຄື່ອງນຸ່ງຫົ່ມ 17 ລ້ານໂດລາ; ເຄື່ອງໄຟຟ້າ ...

Read More »

ສະຖານທູດໄທ ສະເຫຼີມສະຫຼອງວັນຊາດ ແລະ ວັນພໍ່ແຫ່ງຊາດ.

ໃນຕອນຄໍ່າຂອງວັນທີ 5 ທັນວາ 2019, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງ ວັນພຣະບໍຣົມຣາດຊະສົມພົບ ພຣະບາດສົມເດັດພຣະບໍຣົມຊົນກາທິເບດ ມະຫາພູມີພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ໃນຫຼວງຣາຊະການທີ 9, ວັນຊາດ ແລະ ວັນພໍ່ແຫ່ງຊາດ, ໂດຍມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາ ຮອງລັດຖະມົນຕີ, ທູຕານຸທຸດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ດໍາຣົງ ໄຄຣ່ຄວນ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ຂຶ້ນກວ່າໃນພິທີໂດຍມີເນື້ອໃນສໍາຄັນບາງຕອນວ່າ: ປັດຈຸບັນປະເທດໄທ ແລະ ສປປ ລາວ ມີການພົວພັນທີ່ອົບອຸ່ນ ແລະ ໃກ້ສິດ,ຜູ້ນໍາ ແລະ ລັດຖະບານມີການພົບປະ ໄປມາຫາສູ່ກັນ ມີຄວາມເຂົ້າໃຈອັນດີລະຫວ່າງກັນ,ໜ່ວຍງານຂອງທັງສອງປະເທດມີການຮ່ວມມືທີ່ຫຼາກຫຼາຍ,ຊາຍແດນມີຄວາມສະຫງົບ,ປະຊາຊົນສອງປະເທດເດີນທາງໄປມາຫາສູ່ກັນຢ່າງສະດວກສະບາຍ. ຜົນຈາກການພົວພັນທີ່ດີຕໍ່ກັນນີ້ ເມື່ອປີ ...

Read More »

ສປປ ລາວ – ອາເມລິກາ ດຳເນີນກອງປະຊຸມປຶກສາຫາລືວຽກງານປ້ອງກັນຊາດ ສອງຝ່າຍ

 ໃນວັນທີ 5 ທັນວາ 2019, ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ເຈົ້າໜ້າທີ່ອາວຸໂສ ຈາກສູນບັນຊາການກອງທັບ ສະຫະລັດອາເມລິກາ ປະຈຳພາກພື້ນອິນໂດ-ປາຊິຟິກ (USINDOPACOM) ໄດ້ພົບປະກັບເຈົ້າໜ້າທີ່ອາວຸໂສ ຈາກກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍ (BDD) ຄັ້ງທີ 14. ໂດຍການເປັນເຈົ້າພາບ ຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ໃນການປຶກສາຫາລື ເຊິ່ງໄດ້ຈັດຂື້ນຢູ່ທີ່ນະຄອນຫຼວງວຽງຈັນ. ທ່ານ ພົນຕີ ຊູຊານ ວາເຣສ-ລູມ, ຜູ້ຊ່ວຍກອງກໍາລັງພົນ ສູນບັນຊາການກອງທັບສະຫະລັດອາເມລິກາ ປະຈຳພາກພື້ນອິນໂດ-ປາຊີຟິກ, ເຊິ່ງເປັນເຈົ້າໜ້າທີ່ທະຫານອາວຸໂສຂອງກອງທັບຂອງ ສະຫະລັດອາເມລິກາ ກໍໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືໃນຄັ້ງນີ້.  ທ່ານ ພົນຈັດຕະວາ ແກ່ນຈັນ ແລະ ພົນຕີ ຊູຊານ ວາເຣສ-ລູມ ກໍໄດ້ນຳພາຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມກອງປະຊຸມປຶກສາຫາລື ວຽກງານປ້ອງກັນຊາດ ໃນປີທີ່ຜ່ານມາ ກໍໄດ້ຈັດຂື້ນຢູ່ລັດ ຮາວາຍ.  ...

Read More »

ພິທີມອບ-ຮັບ ໜ້າທີ່ເຈົ້ານະຄອນປາກເຊ ຜູ້ເກົ່າ ແລະ ໃໝ່

ໃນວັນທີ 5 ພະຈິກ 2019 ໄດ້ຈັດມີພິທີມອບ-ຮັບ ໜ້າທີ່ເຈົ້ານະຄອນປາກເຊ ຜູ້ເກົ່າ ແລະ ຜູ້ໃໝ່ລະຫວ່າງທ່ານ ສຸລິ​ວັນ​ ສະຫວັດທະສິນ ເລຂາພັກນະຄອນ,​ເຈົ້ານະຄອນຜູ້ເກົ່າກັບທ່ານ ອຸດົມສັກ​ ດີວິໄຊ​ ເລຂາພັກນະຄອນ,​ເຈົ້ານະຄອນຜູ້ໃໝ່. ໂດຍການເຂົ້າຮ່ວມຂອງທ່ານ ປອ ບຸນຖອງ ດີວິໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຈຳປາສັກ ມີການນຳຂັ້ນແຂວງ, ນະຄອນປາກເຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທີ່ມາ: ຂ່າວນະຄອນຫຼວງວຽງຈັນ

Read More »

ບໍລິສັດເບຍລາວ ແຈ້ງປັບຂຶ້ນລາຄາຜະລິດຕະພັນບາງຢ່າງ ຍ້ອນເງິນກີບອ່ອນຄ່າ

ເນື່ອງຈາກຄ່າສະກຸນເງິນກີບໄດ້ຫຼຸດລົງເມື່ອທຽບໃສ່ສະກຸນເງິນຕາຕ່າງປະເທດ ທີ່ສຳຄັນ ແລະ ອັດຕາເງີນເຟີ້ໃນປັດຈຸບັນ ດັ່ງນັ້ນ, ບໍລິສັດເບຍລາວ ຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ມີການປັບປຸງລາຄາສິນຄ້າບາງລາຍການ, ບໍລິສັດເບຍລາວຈຳກັດ ໄດ້ຜ່ານຂະບວນການຢ່າງເຂັ້ມງວດ ເພື່ອເພີ່ມປະສິດທິພາບການຜະລິດ ແລະ ປະກອບກັບອັດຕາເງິນເຟີ້ທີ່ເພີ່ມສູງຂື້ນ ນຳມາຊື້ງຂໍ້ແທ້ຈິງວ່າ ບໍລິສັດເບຍລາວ ຈະຕ້ອງໄດ້ມີການປັບປຸງລາຄາຂາຍສິນຄ້າບາງລາຍການ ໂດຍໃຫ້ມີຜົນກະທົບໜ້ອຍທີ່ສູດ ການປັບປຸງລາຄາໃນຄັ້ງນີ້ມີຜົນສັກສິດແຕ່ວັນທີ 4 ທັນວາ ປີ 2019 ຊື່ງການສັ່ງຊື້ທັງໝົດທີ່ອອກບິນຂາຍຂອງວັນທີ 4 ເດືອນ 12 ເປັນຕົ້ນໄປ ແມ່ນເປັນໄປຕາມລາຄາໃໝ່ . ລາຍການທີ່ຈະມີການປັບປຸງລາຄາໃໝ່ມີດັ່ງລຸ່ມນີ້:

Read More »