ການນໍາພັກ-ລັດ ເຂົ້າວາງພວງມາລາ ກະຕ່າດອກໄມ້ ເນື່ອງໃນວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ

ໃນວັນ 2 ທັນວາ 2019, ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 44 ປີ (2/12/1975-2/12/ 2019) ການນໍາພັກ-ລັດຂັ້ນສູງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນເຂົ້າຮ່ວມວາງພວງມາລາຢູ່ອະນຸສາ ວະລີນັກຮົບນີລະນາມ ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ.

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ; ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ; ກະຊວງປ້ອງກັນປະເທດ ນໍາໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ

 
ທີ່ມາ: ໜັງສືພິມວຽງຈັນໃໝ່

Comments