News

ອາລິອັນສ໌ ແລະ ສະຖາບັນການເງິນ ເອກພັດທະນາ ສະເໜີຜະລິດຕະພັນໃຫມ່!!! ຝາກເງິນແຖມປະກັນຊີວິດເງິນຝາກ

ໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2020, ບໍລິສັດ ອາລີອັນສ໌ ປະກັນໄພລາວ (AGL) ໄດ້ລົງນາມເຊັນສັນຍາ ກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ (EMI). ໂດຍການເປັນປະທານຮ່ວມຂອງທ່ານ ກີ ອາໂປວີ ຜູ້ອຳນວຍການໃຫຍ່ ບໍລິສັດ AGL ແລະ ທ່ານ ສົມພອນ ສີແສງລັດ ຜູ້ອຳນວຍການໃຫຍ່ ສະຖາບັນ EMI . ທັງນີ້ກໍ ເພື່ອເປັນການພັດທະນາບໍລິການໃຫ້ມີຄວາມຫຼາກຫຼາຍ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າຫຼາຍກຸ່ມໃຫັມີຊີວິດທີ່ດີຂຶ້ນ ແລະ ຫາຍຫ່ວງນຳຄອບຄົວເມື່ອເກີດເສຍຊີວິດກະທັນຫັນ. ດັ່ງນັ້ນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ ຈຶ່ງໄດ້ຮ່ວມມືກັບ ບໍລິສັດອາລິອັນສ໌ ປະກັນໄພລາວ ແລະ ກຸ່ມບໍລິສັດ ອາລີອັນສ໌ ປະເທດເຢຍລະມັນ ຄິດຄົ້ນພັດທະນາຜະລິດຕະພັນປະກັນຊີວິດເງິນຝາກນີ້ເພື່ອສະໜອງໃຫ້ລູກຄ້າທຸກຄົນທີ່ເຂົ້າມາຝາກເງິນກັບສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ເອກພັດທະນາທຸກຄົນ ຈະໄດ້ຮັບປະກັນໄປຊີວິດເງິນຝາກໃນວົງເງິນທີ່ນຳໄປຝາກ. ປະກັນຊີວິດເງິນຝາກ  ແມ່ນປະກັນໄພທີ່ໃຫ້ຄຸ້ມຄອງ ແລະ ທົດແທນຄືນໃນກໍລະນີເສຍຊີວິດຈາກການເຈັບປ່ວຍ ຫຼືເສຍຊີວິດຈາກອຸບັດຕິເຫດ, ສັນຍາປະກັນໄພຊີວິດເງິນຝາກນີ້ແມ່ນຈະຖືກຄັດຕິດເຂົ້າກັບທຸກບັນຊີເງິນຝາກທີ່ມີກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ. ຖືໄດ້ວ່າເປັນອີກໜື່ງຜົນປະໂຫຍດທີ່ທາງສະຖາບັນໄດ້ມອບໃຫ້ກັບລູກຄ້າ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆທັງສິ້ນ. ເງື່ອນໄຂດັ່ງນີ້: ຄຸ້ມຄອງຊີວິດ ແລະ ທົດແທນຄືນ ການເສຍຊີວິດຈາກພະຍາດ 100% ແລະ ເສຍຊີວິດຈາກອຸບັດຕິເຫດ ...

Read More »

ແຈ້ງການ… ເຖິງຫົວໜ່ວຍທຸລະກິດ ທີ່ຍັງບໍ່ຊໍາລະອາກອນປີ 2019 ໃຫ້ຮີບຮ້ອນມາຊຳລະດ່ວນ!!!!

ແຈ້ງການຈາກກົມສ່ວຍສາອາກອນ ເຖິງຜູ້ອໍານວຍການບໍລິສັດ, ວິສາຫະກິດ ແລະ ຈຸນລະວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງເມືອງໄຊທານີ ໃຫ້ຮີບຮ້ອນຍື່ນເອກະສານ ໃຍຢັ້ງຢືນການຊໍາລະອາກອນປະຈໍາປີ 2019 ກ່ອນວັນທີ 30 ມີນາ 2020 ຖ້າຫາກກາຍກໍາໜົດເວລາທີ່ລະບຸໄວ້ ຈະຖືກປັບໄຫມ ຕາມອັດຕາທີ່ໄດ້ກໍາໜົດໄວ້ ໃນກົດໝາຍສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍການບັນຊີ.  

Read More »

ລັດຖະບານ ຈະເລີ່ມທົດລອງໃຫ້ບາງໂຮງຫມໍ ກຸ້ມຕົນເອງ ທາງດ້ານການເງິນ

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ:  ນັບແຕ່ປີ 2021-2026 ທາງກະຊວງຈະສຸມໃສ່ 3 ໜ້າວຽກທີ່ສໍາຄັນ ເພື່ອປັບປຸງວຽກງານຕ່າງໆທີ່ກ່ຽວກັບຂະແໜງສາທາລະນະສຸກໃຫ້ດີຂື້ນເທື່ອລະກ້າວທຽບເທົ່າສາກົນ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວເນື່ອງໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການ-ແຜນງານຄຸ້ມຄອງບໍລິຫານສາທາລະນະສຸກ ແລະ ວຽກງານກູ້ຢືມທຶນຈາກທະນາຄານພັດທະນາອາຊີ ທີ່ໄດ້ຈັດຂື້ນມື້ວານນີ້ ວັນທີ 14 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນວ່າ: ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີຄັ້ງທີ IX (2021-2026) ນີ້ ກະຊວງສາທາຈະຕ້ອງໄດ້ສຸມໃສ່ 3 ໜ້າວຽກທີ່ສຳຄັນເປັນຕົ້ນຕໍ ເຊັ່ນ:  ປັບປຸງກົນໄກຄຸ້ມຄອງບໍລິຫານເພື່ອຍົກລະດັບຄຸນນະພາບຂະແໜງສາທາໃຫ້ສູງຂື້ນຢ່າງຕໍ່ເນື່ອງ, ເລັ່ງພັດທະນາພະນັກງານສາທາລະນະສຸກໃຫ້ມີຄວາມເຂັ້ມແຂງໃຫ້ບໍລິການສຸຂະພາບທີ່ມີຄຸນນະພາບ, ເລັ່ງປັບປຸງຄຸນນະພາບຂອງສະຖານທີ່ການບໍລິການໃຫ້ດີຂື້ນ ໂດຍປະຕິບັດຕາມນະໂຍບາຍສາມສ້າງ ສຸມໃສ່ຍົກສູງຄຸນນະພາບວຽກງານຮັກສາຄຸນນະພາບຂັ້ນຕົ້ນ ແລະ ອື່ນໆ. ທ່ານ ບຸນກອງໄດ້ກ່າວຕື່ມວ່າ: ນັບແຕ່ປີ 2021 ຈະມີການເລີ້ມທົດລອງໃຫ້ບາງໂຮງໝໍກຸ້ມຕົນເອງເທື່ອລະກ້າວ, ພ້ອມທັງສຸມໃສ່ສ້ອມແປງ ແລະ ຍົກລະດັບສະຖາບັນການສຶກສາສາທາລະນະສຸກ, ການຂື້ນທະບຽນ, ອອກໃບອະນຸຍາດວິຊາຊີບປິ່ນປົວທີ່ຕິດພັນກັບການສ້າງຊຽ່ວຊານລົງເລິກວິຊາສະເພາະທາງ, ການຈັດຕັ້ງປະຕິບັດວຽກງານ 5 ດີ 1 ພໍໃຈ, ປັບປຸງລະບົບຂໍ້ມູນນໍາໃຊ້ລະບົບໄອທີຢູ່ສະຖານທີ່ບໍລິການສຸຂະພາບ ແລະ ອື່ນໆ. ຂ່າວ: ສົມພາວັນ ພາບ: ເພັດໂພໄຊ

Read More »

ການຟອກເງິນ ພຶດຕິກຳຜິດກົດໝາຍ ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງປະເທດຊາດ

ວຽກງານການຕ້ານສະກັດກັ້ນການຟອກເງິນ ແມ່ນວຽກງານໜຶ່ງ ທີ່ມີຄວາມສຳຄັນຕໍ່ສະພາບການດຳເນີນທຸລະກິດໃນປະເທດ ເພາະວ່າ ຖ້າປະເທດເຮົາບໍ່ສາມາດຈັດຕັ້ງປະຕິບັດເງື່ອນໄຂມາດຖານ 40 ຂໍ້ແນະນໍາຂອງສາກົນວາງອອກໄດ້ ກໍ່ຈະເຮັດໃຫ້ສາກົນຂຶ້ນບັນຊີເປັນສີເທົາ ແລະຈະເຮັດໃຫ້ ສປປ ລາວ ພົບຄວາມຫຍຸ້ງຍາກຫຼາຍດ້ານເຊັ່ນ: ລະບົບໃນການຊໍາລະເງິນກັບສາກົນຖືກຈຳກັດ, ບໍ່ສາມາດໂອນເງິນໄປຊໍາລະຄ່າສິນຄ້າ-ບໍລິການ,   ເຮັດໃຫ້ສົ່ງຜົນກະທົບຕໍ່ພາບພົດຊື່ສຽງຂອງປະເທດເຮົາ ເປັນຕົ້ນ ທາງດ້ານການເມືອງ ກໍ່ຈະຕົກເປັນປະເທດມີຄວາມສ່ຽງສູງໃນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ດ້ານເສດຖະກິດກໍ່ຖືກຈໍາກັດ ພ້ອມທັງການລົງທຶນຈາກຕ່າງປະເທດກໍ່ຫຼຸດລົງ. ສະນັ້ນ, ເພື່ອເປັນການຫຼຸດຜ່ອນ ແລະ ສະກັດກັ້ນຕ້ານການຟອກເງິນ ເຮົາທຸກຄົນກໍຄວນຮັບຮູ້ໄວ້ ແລະ ເປັນຫູເປັນຕາ ຊ່ວຍກັນສະກັດກັ້ນບັນຫາດັ່ງກ່າວ ແລະ ລາຍງານໃຫ້ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ. ການຟອກເງິນ ແມ່ນການນຳເອົາເງີນທີ່ເປື້ອນ ໃຫ້ມາເປັນເງີນທີ່ສະອາດ, ການຟອກເງິນແມ່ນການນຳເງິນມາປ່ຽນຮູບການນຳໃຊ້,​ ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນທີ່ບຸກຄົນ,​ນິຕິບຸກຄົນ ຫຼື ການຈັດຕັ້ງໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໃນວ່າເງີນ ຫຼື ຊັບສິນນັ້ນມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ບຸກເຊື່ອງຄຸນລັກສະນະ,​ທີ່ມາຂອງເງິນ,​ທີ່ຕັ້ງຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ. ສະຫຼຸບງ່າຍໆກໍຄື ການເອົາເງິນທີ່ໄດ້ມາແບບບຜິດກົດໝາຍ ມາດຳເນີນງານຕ່າງໆ ເພື່ອໃຫ້ກາຍເປັນເງິນ ...

Read More »

ກະຊວງການເງິນ!!! ແຈ້ງການປັບປຸງມື້ອອກເລກເປັນ 2 ຄັ້ງຕໍ່ອາທິດ ເລີ່ມວັນທີ 3 ກຸມພານີ້

ແຈ້ງການຈາກ ກະຊວງການເງິນ ເຫັນດີໃຫ້ບໍລິສັດລັດ ວິສາຫະກິດ ຫວຍພັດທະນາປັບປຸງມື້ອອກເລກລາງວັນຫວຍພັດທະນາຈາກ 1 ຄັ້ງ ຕໍ່ອາທິດ ມາເປັນ 2 ຄັ້ງ ຕໍ່ອາທິດ ໂດຍກໍານົດເອົາເວລາ 20:00 ໂມງ ຂອງທຸກໆວັນຈັນ ແລະ ວັນພະຫັດເປັນວັນເວລາອອກເລກ ລາງວັນຫວຍພັດທະນາ (ກໍລະນີມື້ອອກເລກລາງວັນຫາກກົງກັບມື້ວັນພັກລັດຖະການແມ່ນໃຫ້ເລື່ອນໄປໃສມື້ໃຫມ່ຕາມວັນເວລາທີ່ເໝາະສົມ). ຂໍ້ຕົກລົງສະບັບນີ້ ໃຊ້ປ່ຽນແທນຂໍ້ຕົກລົງສະບັບເລກທີ 2845/ກງ ລົງວັນທີ 23 ສິງຫາ 2017 ແລະ ມີຜົນສັກສິດ ນໍາໃຊ້ເປັນທາງການນັບແຕ່ວັນທີ 03 ກຸມພາ 2020 ເປັນຕົ້ນໄປ.  

Read More »

ລາວ-ຈີນ ລົງນາມຕົກລົງສົ່ງເສີມການນຳໃຊ້ເງິນ 2 ສະກຸນ ກີບ ແລະ ຢວນ

ສປ ຈີນ ເປັນປະເທດເພື່ອນມິດຍຸດທະສາດທີ່ມີຊາຍແດນຕິດຈອດກັບ ສປປ ລາວເຮົາໄລຍະຫຼາຍກີໂລແມັດ ແຖມຍັງເປັນຕະຫຼາດຮັບຊື້ສິນຄ້າຈາກລາວຫຼາຍທີ່ສຸດໄລຍະຜ່ານ ແລະອີກບໍ່ດົນການຄ້າຂາຍຮ່ວມຈະທະວີຄູນຂຶ້ນເປັນລຳດັບ ພາຍຫຼັງເສັ້ນທາງລົດໄຟຄວາມໄວສູງສ້າງສຳເລັດ. ສະນັ້ນ ເພື່ອກຽມຄວາມພ້ອມໃສ່ບັນດາເງື່ອນໄຂ, ທ່າແຮງທາງເສດຖະກິດທີ່ກຳລັງຈະເກີດຂຶ້ນໃນອະນາຄົດ ລັດຖະບານທາງ 2 ປະເທດຈິ່ງເຫັນວ່າຄວນມີຂໍ້ຕົກລົງຮ່ວມກັນໃນການສົ່ງເສີມການນຳໃຊ້ເງິນສອງສະກຸນລະຫວ່າງກີບກັບຢວນ ເພື່ອຄວາມສະດວກໃນການຊຳລະສະສາງ. ໃນລະຫວ່າງວັນທີ 5-9 ມັງກອນ 2020 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາຊົນຈີນ ແລະ ໃນໂອກາດດັ່ງກ່າວ ວັນທີ 6 ມັງກອນ 2020 ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ແລະ ທ່ານ ອີ້ ກັງ, ຜູ້ວ່າການທະນາຄານ ປະຊາຊົນຈີນ (ທປຈ) ໄດ້ຮ່ວມລົງນາມ ໃນສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມ ການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທທລ ແລະ ທປຈ ...

Read More »

ລັດຖະບານ ອະນຸມັດງົບ 47 ຕື້ກີບ ເພື່ອຈັດງານມະຫາກໍາກິລາແຫ່ງຊາດ ແຂວງຊຽງຂວາງ

ລັດຖະບານໄດ້ອະນຸມັດງົບປະມານໃຫ້ແຂວງຊຽງຂວາງ ຈຳນວນ 47 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ – 1 ເມສາ 2020, ຄ່ຽງຄູ່ກັບການສະເຫຼີມສະຫຼອງອິີກ 2 ງານໃຫຍ່ສຳຄັນຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ການສະເຫຼີມສະຫຼອງທົ່ງໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກ. ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆຊຽງຂວາງ, ປະທານຄະນະກຳມະການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ສໍາພາດວ່າ: ສຳລັບງົບປະມານຈໍານວນ 47 ຕື້ກີບນີ້, ລັດຖະບານໄດ້ໂອນໃຫ້ແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນການກະກຽມວຽກງານຕ່າງໆແລ້ວ 19 ຕື້ກີບ, ໂດຍແຕ່ລະຄະນະອະນຸກໍາມະການແມ່ນໄດ້ເບີກຈ່າຍງົບປະມານຈຳນວນດັ່ງກ່າວ ເຂົ້າໃນການກະກຽມບັນດາໜ້າວຽກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງຕາມລະບຽບການທີ່ກະຊວງການເງິນ ວາງອອກທຸກຢ່າງ, ທັງນີ້ກໍ່ແນ່ໃສ່ເພື່ອເຮັດໃຫ້ການກະກຽມທຸກວຽກງານຂອງແຕ່ລະຄະນະກໍາມະການດໍາເນີນໄປດ້ວຍດີ, ເຊິ່ງມາຮອດປັດຈຸບັນນີ້ ແມ່ນສາມາດຕີລາຄາໄດ້ວ່າ ການກະກຽມໃຫ້ແກ່ ທັງ 3 ງານໃຫຍ່ສໍາຄັນລະດັບຊາດທີ່ກ່າວມານັ້ນ, ແຂວງຊຽງຂວາງແມ່ນມີຄວາມພ້ອມແລ້ວຫຼາຍ ກ່ວາ 90% ຂອງບັນດາໜ້າວຽກທັງໝົດ. ອີງຕາມຂໍ້ມູນຈາກຄະນະອະນຸກໍາມະການເສດຖະກິດ ແລະ ລະດົມທຶນໄດ້ລາຍງານຕໍ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ໄດ້ຖືກຈັດຂຶ້ນຢູ່ແຂວງຊຽງຂວາງໃນລະຫວ່າງວັນທີ 7-8 ມັງກອນຜ່ານມາ ...

Read More »

1 ປີຜ່ານມາ ພົບເຫັນການສໍ້ລາດບັງຫຼວງ ເສຍຫາຍຫຼາຍກ່ວາ 1.500 ຕື້ກີບ

ກອງ​ປະຊຸມ​ວຽກ​ງານ​ກວດກາ​ທົ່ວ​ປະເທດ​ປະຈຳ​ປີ 2019 ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 8 ມັງກອນຜ່ານ​ມາ ແລະ ປິດ​ລົງ​ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ສະຫງ່າ​ງາມ​ໃນ​ວັນ​ທີ 10 ມັງກອນນີ້  ທີ່​ສະໂມສອນ​ຄະນະ​ກວດກາ​ສູນ​ກາງ​ພັກ (ຫຼັກ6) ພາຍ​ໃຕ້​ການ​ເປັນ ປະທານ​ຂອງ​ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ ​ການເມືອງ​ສູນ​ກາງ​ພັກ ເລຂາ ທິການ​ສູນ​ກາງ​ພັກ  ຮອງ​ນາຍົກ ລັດຖະມົນຕີ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ປະທານ​ອົງການ​ກວດກາ​ລັດຖະບານ ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ, ມີ​ບັນດາ​ສະຫາຍຮອງ​ປະທານ, ຄະນະ​ພັກ​ຄະນະ​ກວດກາ​ສູນ​ກາງ​ພັກ, ຄະນະ​ພັກ, ຄະນະ​ປະຈຳ, ບັນດາ​ປະທານ, ຮອງ​ປະທານ​ຄະນະ​ກວດກາ​ບັນດາ​ກະຊວງ, ອົງການ, ແຂວງ​-​ນະຄອນຫຼວງ, ຫົວໜ້າ, ຮອງ ​ຫົວໜ້າ​ກົມ ພ້ອມ​ດ້ວຍ​ສະມາ ຊິກ​ພັກ​-​ພະນັກງານ​ທົ່ວ​ຄະນະ​ກວດ​ກາ​ສູນ​ກາງ​ພັກ ແລະ ອົງການ​ກວດກາ​ລັດຖະບານ ເຂົ້າ​ຮ່ວມ​ທັງ​ໝົດ 300 ກວ່າ ສະ​ຫາຍ. ກອງ​ປະຊຸມ​ຄັ້ງ​ນີ້, ສະຫາຍ ສີ​ໃນ ມຽງ​ລາ​ວັນ ຮອງ​ເລຂາ​ຄະນະ​ພັກ  ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ   ​​ອົງການ​ກວດກາ​ລັດຖະບານ ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ສະຫຼຸບ​ຕີ​ລາຄາ ການເຄື່ອນໄຫວ​ວຽກ​ງານ​ຕິດ​ຕາມ​-​ກວດກາ ແລະ ສະກັດ​ກັ້​ນ-​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ປີ 2019, ທິດ​ທາງ​ແຜນການ​ວຽກ​ງານ​ກວດກາ​ປີ 2020. ຊຶ່ງ​ໄລຍະ 1 ປີຜ່ານມາ​ຄະນະ​ພັກ, ...

Read More »

ປີ 2020-2030 ສປປ ລາວ ຄາດຄະເນການສົ່ງອອກ ພະລັງງານໄຟຟ້າໃຫ້ໄດ້ ຫຼາຍກ່ວາ 20.000 ເມກາວັດ

ການຜະລິດພະລັງງານໄຟຟ້າ ຖືວ່າເປັນສິນຄ້າໜຶ່ງ ທີ່ສ້າງລາຍຮັບມະຫາສານ ໃຫ້ແກ່ ສປປ ລາວ ໂດຍການສົ່ງອອກໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ, ແລະ ສິງກາໂປ. ໄລຍະແຕ່ປີ 2020-2030 ຄາດຄະເນ່ປະລິມານການສົ່ງອອກໄຟຟ້າຂອງ ສປປ ລາວ ໄປຍັງປະເທດດັ່ງກ່າວ ຈະເພີ່ມຂື້ນປະມານ 20.000 ເມກາວັດ. ການສົ່ງອອກພະລັງການໄຟຟ້າໄປຍັງປະເທດທີ່ບໍ່ມີຊາຍແດນຕິດຈອດກັນ ແມ່ນສົ່ງຜ່ານ ປະເທດໄທ ໂດຍການເຊື່ອມໂຍງລະບົບສາຍສົ່ງລະຫວ່າງ ສປປ ລາວ ແລະ ໄທ ເພື່ອສົ່ງກະແສໄຟຟ້າໄປຍັງປະເທດມາເລເຊຍ ແລະ ເຊື່ອມໂຍງກັບລະບົບສາຍສົ່ງຂອງປະເທດມາເລເຊຍ ເພື່ອສົ່ງໄປສິງກະໂປ.   ຄວາມຕ້ອງການນໍາໃຊ້ພະລັງງານໄຟຟ້າພາຍໃນ ສປປ ລາວ ໃນສຸມປີຜ່ານມາ ແມ່ນນັບມື້ນັບຂະຫຍາຍຕົວຂື້ນ ຍ້ອນມີການຂະຫຍາຍຕົວຂອງພົນລະເຮືອນ ແລະ ໂຮງຈັກໂຮງງານ ສະເພາະ ປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດແມ່ນ 1,222 ເມກາວັດ ແຕ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໃຫ້ຮູ້ອິກວ່າ ...

Read More »

ນັກກິລາ 20 ພາກສ່ວນ, ຊີງ 385 ຫຼຽນຄຳ ໃນກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020 ເຊິ່ງການແຂ່ງຂັນຄັ້ງນີ້ຈະມີນັກກິລາຈາກ 20 ພາກສ່ວນ ຄື: 1 ນະຄອນຫຼວງ, 17 ແຂວງ ແລະ 2 ກະຊວງ ຄື: ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນຊາດ ເຂົ້າຮ່ວມແຂ່ງຂັນ ແລະ ມີຊີງໄຊທັງໝົດ 385 ຫຼຽນຄໍາ, 385 ຫຼຽນເງິນ ແລະ 627 ຫຼຽນທອງ ໂດຍກໍານົດເອົາໄຫຫີນເປັນສັນຍາລັກ ແລະ ນົກແອ່ນເປັນສັດນໍາໂຊກ. ອີງຕາມຂໍ້ມູນໃນກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ IV ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2020 ຜ່ານມາ ທີ່ ແຂວງ ຊຽງຂວາງ. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງສຸດທ້າຍເພື່ອກະກຽມໃຫ້ແກ່ງານກິລາດັ່ງກ່າວ ໂດຍໄດ້ລາຍງານເຖິງການກະກຽມວຽກງານຕ່າງໆ ເພື່ອກະກຽມໃຫ້ແກ່ງານກິລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະການກະກຽມສະໜາມກິລາຂອງແຂວງທີ່ສ້າງຂຶ້ນໃໝ່ທີ່ສາມາດບັນຈຸຜູ້ຊົມໄດ້ປະມານ ...

Read More »